Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມເປີດຂະບວນການ ຂອງສາມອົງການຈັດຕັ້ງມະຫາຊົນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດຂຶ້ນໃນວັນທີ 26 ກຸມພານີ້ ທີ່ກະຊວງດັ່ງກ່າວ, ເປັນກຽດເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະພັກ, ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານ ສາມອົງການຈັດຕັ້ງມະຫາ ຊົນໄດ້ກ່າວວ່າ: ການເປີດກອງປະຊຸມເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ຜທ, ກອງປະຊຸມສຳມະນາ: ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 110 ປີ, ( 8 ມີນາ 1910- 8 ມີນາ 2020 ) ເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ຂອງສາມອົງການຈັດຕັ້ງມະຫາຊົນ ກະຊວງ ຜທ.
ຈຸດປະສົງ ຂອງກອງປະ ຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 110 ປີ,
ພາຍໃຕ້ຄຳຂວັນ: “ສິດທິຂອງ ແມ່ຍິງຕິດພັນກັບຄວາມ ສະເໝີ ພາບຍິງ-ຊາຍ” ແລະ ເວທີຖາມ-ຕອບ: ມີ 12 ພາກສ່ວນ ພາຍໃນ ກະຊວງ ຜທ ແລະ ເຜີຍແຜ່ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ເວທີສົນທະນາມີ 5 ພາກສ່ວນພາຍໃນ ກະຊວງ ຜທ ເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ ກ່າວວ່າ: ວຽກງານສ້າງຂະບວນການ ແລະ ໂຄສະນາ ຂ່າວສານ ມີບົດບາດສຳຄັນໃນການປຸກລະດົມຂົນຂວາຍສະມາຊິກພັກ-ພະນັກງານ ເຂົ້າຮ່ວມສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນໃຫ້ເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ; ນຳພາ ສະມາຊິກພັກ-ພະນັກງານ ເຂົ້າຮ່ວມບັ້ນດຳເນີນຊີວິດການ ເມືອງ, ການປະເມີນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ຕັ້ງໜ້າປະຕິບັດວຽກງານວິຊາສະເພາະ ແລະ ນຳ ພາປຸກລະດົມຂະບວນການ ລົງ ທ້ອງຖິ່ນຮາກຖານ ເພື່ອກໍ່ສ້າງພະນັກງານ ແລະ ເຂົ້າຮ່ວມຂະບວນການລຶບລ້າງຄວາມທຸກຍາກ.
ສຳລັບແຜນການດຳເນີນງານ ບັນດາກິດຈະກຳ ທີ່ອະນຸກຳມະການສ້າງຂະບວນການ ແລະ ໂຄສະນາ ຂ່າວສານ ໄດ້ຮັບຮອງເອົານັ້ນ ໃຫ້ບັນດາໜ່ວຍພັກຖືເປັນແຜນບຸກທະ ລຸ, ຖືເປັນວຽກງານຈຸດສຸມ ແລະ ຄາດໝາຍສູ້ຊົນທີ່ບັນດາໜ່ວຍພັກຈະໄດ້ນຳໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກບາງຫຼັກການພື້ນຖານ ໃນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນກອງ ປະຊຸມໃຫຍ່ຂອງອົງຄະນະ ພັກ ກະຊວງແຜນການ ແລະ ການ ລົງທຶນ ຄັ້ງທີ IV ຄືດັ່ງ ນີ້: ຮັບປະກັນສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດ; ຮັບປະກັນສອດຄ່ອງກັບ ລັກສະນະຊາດ, ລັກສະນະນຳພາ, ລັກສະນະວິທະຍາສາດ ແລະ ລັກສະນະມະຫາຊົນ; ຮັບປະກັນ ຫຼັກການລວມສູນປະຊາທິປະໄຕ ໂດຍມີແຜນວຽກ, ແຜນຄົນ, ແຜນງົບປະມານ ແລະ ມີກຳນົດເວລາຊັດເຈນ ແລະ ຮັບປະກັນ ການເຄື່ອນໄຫວໃຫ້ມີສ່ວນຮ່ວມ, ມີການຕື່ນຕົວສະໝັກໃຈ, ມີມະຫາຊົນເຂົ້າຮ່ວມ ຢ່າງກວ້າງຂວາງ ກາຍເປັນຂະບວນການລວມຂອງມະຫາຊົນ ທີ່ມີພັກນຳພາ.
(ຂ່າວ: ບຸນຕອມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com