Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫະພັນແມ່​ຍິງ​ເມືອງ​ຮຸນ​ ປາ​ຖະ​ກະ​ຖາ​​ວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ​ລາວ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 19/07/2022 13:28:14 ຈຳ​ນວນ​​ຢ້ຽມ​ຊົມ 22683 ຄັ້ງ

ເມືອງຮຸນ ​ແຂວງ​ອຸ​ດົມ​ໄຊ ໄດ້ຈັດພິທີປາ​ຖະ​ກະ​ຖາ​ມູນ​ເຊື້ອ​ວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ຄົບ​ຮອບ 67 ປີ (20 ກໍ​ລະ​ກົດ 1955 – 20 ກໍ​ລະ​ກົດ 2022 ) ຂຶ້ນເມື່ອບໍ່​ດົນ​ມານີ້ ຢູ່ສະໂມສອນຂອງເມືອງ, ພາຍໃຕ້ການ ເປັນປະທານຂອງ ທ່ານ ​​ຫົງ​ທອງ ບົວ​ລີ​ໄຊ ຄະ​ນະ​ປະ​ຈຳ​ພັກ​ເມືອງ ປະ​ທານ​ແນວ​ລາວ​ສ້າງ​ຊາດ​ ຜູ້​ຊີ້​ນຳ​ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ, ​ມີ​ທ່ານ ນາງ ຈີ​ ຄຸນສະ​ຫງວນ ຄະ​ນະ​ປະ​ຈຳ​ພັກ​ເມືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ, ມີ​ແຂກ​ຖືກ​ເຊີນ, ຕະຫຼອດ​ຮອດ​ສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ​​ພາຍ​ໃນ​ເມືອງ​ເຂົ້າ​ຮ່ວມ.

ການ​ປາ​ຖະ​ກະ​​ຖາ​ຄັ້ງ​ນີ້, ເປັນ​ການ​ທົບ​ທວນ​ຄືນ​ປະ​ຫວັດ​ຄວາມ​ເປັນ​ມາ​ມູນ​ເຊື້ອ ການ​ກຳ​ເນີດ ແລະ ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ຜົນ​ງານ​ການ​ເຄື່ອນ​ໄຫວທີ່​ພົ້ນ​ເດັ່ນ ຕິດ​ພັນ​ກັບ​ພາ​ລະ​ກິດ​ການຕໍ່​ສູ້ປົດ​ປ່ອຍ​ຊາດ ໃນ​ໄລ​ຍະ​ປີ 1958 – 1975, ຜົນ​ງານ​ການ​ເຄື່ອນ​ໄຫວ ໃນ​ໄລ​ຍະ 2021 – 2022 ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ. ​ ໂດຍສະ​ເພາະ​ແມ່ນວຽກ​ງານ​ການ​ເມືອງ-ແນວ​ຄິດ, ວຽກ​ງານກໍ່​ສ້າງ​ພັກ ແລະ ວຽກ​ງານ​ກົງ​ຈັກ​ການ​ຈັດ​ຕັ້ງ, ວຽກ​ງານ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ, ວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວ​ໜ້າ - ການ​ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ, ວຽກ​ງານ​ສິດ​ທິ​ເດັກ ແລະ ພັດ​ທະ​ນາ​ເດັກ, ວຽກ​ງານ​ຝຶກ​ອົບ​ຮົມ​ແມ່​ຍິງ ແລະ ດ້ານ​ວິ​ຊາ​ຊີບ. ທັງ​ນີ້, ​ກໍເພື່ອ​ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ​ລາວ ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳ​ຄັນ ຂອງ​ພາ​ລະ​ບົດ​ບາດ, ສິດ ແລະ ​ໜ້າ​ທີ່, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ໂດຍ​ສະ​ເພາະ​ແມ່ນ​ເອົາ​ໃຈ​ໃສ່​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ ແລ​ະ ເສີມ​ຂະ​ຫຍາຍ 5 ຄຸ​ນ​ລັກ​ສະ​ນະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແມ່​ຍິງ​ລາວ, ສືບ​ຕໍ່​ຖື​ສຳ​ຄັນ​ຕໍ່​ການ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-​ແນວ​ຄິດ, ການ​ຄົ້ນ​ຄວ້າ​ຜັນ​ຂະ​ຫຍາຍກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ, ການ​ປະ​ສານ​ສົມ​ທົບ​ກັ​ບ​ລັດ​ຖະ​ບານ, ອົງ​ການ​ປົກ​ຄອງ​ແຕ່​ລະ​ຂັ້​ນ, ເພີ່ມ​ທະ​ວີ​ສ້າງ​ຄວາມ​ເຂົ້າ​ໃຈ ແລະ ຖື​ສຳ​ຄັນ​ຕໍ່​ການ​ປະ​ຕິ​ບັດ​ຄຳ​ຂວັນ, ຂໍ້​ແຂ່ງ​ຂັນ 3 ດີ ແລະ ກໍ່​ສ້າງ​ແມ່​ຍິງ​ລາວ​ບັນ​ດາ​ເຜົ່າ ຜູ້​ສືບ​ທອດ​ໃຫ້​ກາຍ​ເປັນ ລູກ​ສາວ​ຜູ້​ປະ​ເສີດ​ຂອງ​ພັກ ແລະ ຂອງ​ປະ​ເທດ​ຊາດ.

(ຂ່າວ-ພາບ​: ອຳຄາ ສຸລິນທອງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com