Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ: ວັນເພັງ
ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ຍັງມີຢູ່ໃນທົ່ວໂລກ, ຍັງບໍ່ມີທ່າທີ ທີ່ຈະຫຼຸດລົງເນື່ອງຈາກວ່າເຊື້ອໄວຣັດໂຄວິດ-19 ມີການກາຍພັນຢູ່ຕະຫຼອດເວລາ, ສຳລັບ ສປປ ລາວ ມາຮອດ ເດືອນມີຖຸນາ ແລະ ເດືອນກໍລະກົດ 2022 ການຕິດເຊື້ອພະຍາດໂຄວິດ-19 ໄດ້ຫຼຸດລົງ ແລະ ມາຮອດ ເດືອນສິງຫາ 2022 ກໍລະນີຜູ້ຕິດເຊື້ອໄດ້ເພີ່ມຂຶ້ນບາງມື້ມີຫຼາຍກວ່າ100 ຄົນ ຊຶ່ງຈຳນວນດັ່ງກ່າວແມ່ນມາປິ່ນປົວຢູ່ຈຸດເຝົ້າລະວັງຫ້ອງວິເຄາະຕ່າງໆ ຂອງກະຊວງສາທາລະນະສຸກ. ນອກນັ້ນ, ຍັງມີປະຊາຊົນຫຼາຍຄົນຍັງຊື້ເຄື່ອງກວດພະຍາດໂຄວິດ ແບບໄວມາກວດເອງ ຢູ່ບ້ານເມື່ອພົບວ່າມີການຕິດເຊື້ອ ບໍ່ໄດ້ມີການລາຍງານມາຍັງກະຊວງສາທາລະນະສຸກ.
ທ່ານ ນາງ ສົມພາວັນ ສົມລໍ ນັກວິທະຍາສາດຢູ່ຫ້ອງວິໄຈຈຸລະໂຣກວິທະຍາ ສະຖາບັນປັດສະເຕີລາວໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ດັ່ງທີ່ເຮົາຮູ້ແລ້ວວ່າ ສປປ ລາວ ໃນໄລຍະປີ 2019-2020 ມີການລະບາດໂຄວິດ-19 ສາຍພັນດັ່ງເດີມ ແລະ ໄລຍະ ເດືອນເມສາ ຫາ ເດືອນມິຖຸນາ 2021 ແມ່ນພົບສາຍພັນອາວຟາ ເປັນສາຍພັນທີ່ມີການລະບາດຫຼາຍ. ຫຼັງຈາກນັ້ນ, ກາງປີ ຫາ ທ້າຍປີ 2021 ໄດ້ກວດພົບສາຍພັນເດວຕ້າ ມີການລະບາດ. ໃນຕົ້ນປີ 2022 ໄດ້ກວດພົບສາຍພັນ OmicronBA 4 ແລະ OmicronBA 5 ທີ່ພົບຫຼາຍ ຊຶ່ງມາຮອດປັດຈຸບັນສາຍພັນດັ່ງກ່າວຍັງມີການລະບາດຫຼາຍຢູ່ໃນທົ່ວໂລກ ແລະ ສາຍພັນໂອໄມຄຣອນ ຍັງພົບຢູ່ບາງປະເທດເຮັດໃຫ້ມີການແຜ່ກະຈາຍເຊື້ອໄວ ເຮັດໃຫ້ຜູ້ຕິດເຊື້ອດັ່ງກ່າວ ແລະ ເສຍຊີວິດ. ສໍາລັບອາການຕິດເຊື້ອໂຄວິດ-19 ແມ່ນຄ້າຍໆຄືກັນເຊັ່ນ: ຈະມີອາການໄຂ້, ໄອ, ຈ່າມ, ຄໍແຫ້ງ ແລະ ປວດຕາມຕົນໂຕ, ອາການຈະຮຸນແຮງນັ້ນ ຂຶ້ນກັບພູມຄຸ້ມກັນຂອງແຕ່ລະຄົນ, ບາງຄົນມີພະຍາດປະຈຳໂຕ ຖ້າບໍ່ໄດ້ຮັບການສັກວັກຊິນມາ ກ່ອນ, ຖ້າຕິດເຊື້ອພະຍາດດັ່ງກ່າວຈະມີຄວາມຮຸນແຮງ ແລະ ເສຍຊີວິດໄດ້ ຊຶ່ງເຮົາຈະເຫັນໄດ້ໃນໄລຍະທີ່ມີການລະບາດຂອງເຊື້ອໄວຣັດອາວຟາ ແລະ ເດວຕ້າ ມີໂຕເລກຜູ້ເສຍຊີວິດຫຼາຍຍ້ອນວ່າໃນໄລຍະນັ້ນອັດຕາການສັກວັກຊິນຍັງບໍ່ສູງເທົ່າທີ່ຄວນ. ປັດຈຸບັນມີພະຍາດໂຄວິດ-19 ເຊື້ອໄວຣັດໂອໄມຄຣອນ ແຕ່ບໍ່ມີອັດຕາການເສຍຊີວິດກໍຍ້ອນວ່າອັດຕາການສັກວັກຊິນມີຫຼາຍຂຶ້ນ. ນອກນັ້ນ, ມີບາງຄົນເຄີຍຕິດເຊື້ອພະຍາດສາຍພັນອາວຟາ ແລະ ເດວຕ້າ ມາກ່ອນຈະເຮັດໃຫ້ເຂົາເຈົ້າມີພູມຄຸ້ມກັນແລ້ວ ຖ້າມີການຕິດເຊື້ອຊ້ຳຄືນຈະເຮັດໃຫ້ບໍ່ມີອາການຮຸນແຮງ. ເລີ່ມແຕ່ ສປປ ລາວ ໄດ້ມີການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມ ສປປ ລາວ. ມີປະຊາຊົນລາວບາງກຸ່ມຄົນ ກໍໄດ້ເດີນທາງໄປທ່ຽວຕ່າງປະເທດ, ທາງພາກສ່ວນກ່ຽວຂ້ອງກໍໄດ້ມີການຍົກເລີກການກວດຄົນເຂົ້າ-ອອກຢູ່ດ່ານຕ່າງໆເຮັດໃຫ້ການຕິດຕາມກໍລະນີນຳເຂົ້າແມ່ນໄດ້ໜ້ອຍ, ພວກເຮົາບໍ່ສາມາດກວດຫາເຊື້ອໂຄວິດ-19 ວ່າມີສາຍພັນໃໝ່ຂຶ້ນມາ ຫຼື ບໍ?.
ທ່ານຍັງເຊີນຊວນໃຫ້ປະຊາຊົນທ່ານໃດ ທີ່ເດີນທາງໄປຕ່າງປະເທດຖ້າມີອາການໄຂ້, ໄອ, ຈາມ, ຄໍແຫ້ງ ຢາກໃຫ້ໄປກວດຢູ່ໃນໂຮງໝໍເມືອງ, ແຂວງ, ສູນກາງ ຂອງກະຊວງສາທາລະນະສຸກ, ຖ້າເຮົາພົບກໍລະນີມີສາຍພັນໃໝ່ຂຶ້ນມາແມ່ນທາງກະຊວງສາທາລະນະສຸກຈະໄດ້ມີມາດຕະການຄວບຄຸມພະຍາດດັ່ງກ່າວໃຫ້ທັນເວລາ ແລະ ບໍ່ໃຫ້ມີການແຜ່ລະບາດໄປສູ່ວົງກວ້າງ. ທຸກຄົນຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຕາມກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ບໍ່ວ່າຈະເປັນການໃສ່ຜ້າປິດປາກ-ປິດດັງ ຢູ່ຕາມຊຸມຊົນຕ່າງໆ, ໝັ່ນລ້າງມືດ້ວຍສະບູ່, ເຈວເອວກໍຮໍ ແລະ ອື່ນໆ. ຖ້າທ່ານໃດທີ່ຍັງບໍ່ທັນສັກວັກຊິນຄົບໂດຍພື້ນຖານ ຫຼື ຄົບໂດສ ຫຼື ຍັງບໍ່ທັນໄປຮັບວັກຊິນເຂັ້ມກະຕຸ້ນ ກໍເຊີນຊວນໃຫ້ໄປສັກເພື່ອຫຼຸດອັດຕາການຕິດເຊື້ອພະຍາດໂຄວິດ-19 ຮຸນແຮງ, ເສຍຊີວິດ.
(ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com