Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສໍາເລັດກອງປະຊຸມເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/09/2022 14:33:43 ຈຳ​ນວນ​​ຢ້ຽມ​ຊົມ 13473 ຄັ້ງ

ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບແຂວງໃຫ້ນັກຂ່າວທົ່ວປະເທດ ໄດ້ສໍາເລັດໃນວັນທີ 24 ກັນຍາ ຜ່ານມາ ທີ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ໂດຍມີ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານດ້ານວຽກງານໂຄສະນາ ແລະ ສື່ສານມວນຊົນຈາກອົງການ UNICEF ປະຈໍາລາວ ພ້ອມດ້ວຍວິທະຍາກອນ ແລະ ສື່ມວນຊົນຈາກສູນກາງ ແລະ 18 ແຂວງເຂົ້າຮ່ວມ.

ທ່ານ ວັນນະສິນ ສິມມະວົງ ກ່າວວ່າ: ຕະຫຼອດໄລຍະກອງປະຊຸມນັກຂ່າວຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດໄດ້ຮັບຟັງບັນດາຫົວຂໍ້ທີ່ສໍາຄັນກ່ຽວກັບວຽກງານໂພຊະນາການ ທີ່ໄດ້ຜ່ານການຄົ້ນຄວ້າວິໄຈຕົວຈິງຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນສູນໂພຊະນາການ ກະຊວງສາທາລະນະສຸກ, ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ສະຖາບັນວິໄຈການພັດທະນາເສດຖະກິດ-ສັງຄົມ ກະຊວງ ແຜນການ ແລະ ການລົງທຶນ, ບັນດາຂໍ້ມູນທີ່ສໍາຄັນສໍາລັບສື່ມວນຊົນທີ່ຈະຕ້ອງນໍາໄປສືບຕໍ່ເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ, ກໍຄືປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ແລະ ນໍາໄປເຖິງການປັບປ່ຽນພຶດຕິກໍາ ເນື່ອງຈາກວ່າວຽກງານໂພຊະນາການມີຄວາມສໍາຄັນຫຼາຍ ເວົ້າລວມ, ເວົ້າສະເພາະມີຄວາມສໍາຄັນທີ່ສຸດ ແມ່ ແລະ ເດັກນ້ອຍ, ພາຍຫຼັງທີ່ໄດ້ຮັບຮູ້ເຂົ້າໃຈດ້ານເນື້ອໃນແລ້ວກໍໄດ້ມີການຈັດແບ່ງເປັນ 4 ກຸ່ມ ເພື່ອລົງເກັບກໍາຂໍ້ມູນຕົວຈິງຢູ່ ບ້ານນາລົງເກົ່າ, ບ້ານນາກອງ ເມືອງນອງ ແລະ ບ້ານຫ້ວຍແຈ້ງ, ບ້ານອາລາງໃຫຍ່ ເມືອງເຊໂປນ ຈາກນັ້ນແຕ່ລະກຸ່ມໄດ້ຜະລິດບົດຂ່າວປະກອບສຽງ ວິດີໂອສັ້ນ ແລະ ຮູບແບບໜັງສືພິມອອນລາຍ.

ສໍາລັບການຈັດກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານອົງການ UNICEF ປະຈໍາລາວ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈໃຫ້ແກ່ສື່ມວນຊົນກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໂພຊະການ, ວຽກງານສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ແນໃສ່ໃຫ້ສື່ມວນຊົນສາມາດປະກອບສ່ວນວຽກງານໂຄສະນາກ່ຽວກັບການສົ່ງເສີມໂພຊະການ ກໍຄືໃຫ້ຂໍ້ມູນຂ່າວສານໄປທົ່ວເຖິງປະຊາຊົນ ແລະ ສິ່ງສໍາຄັນແມ່ນປະຊາຊົນທີ່ໄດ້ຮັບຂໍ້ມູນຂ່າວສານແລ້ວ ເກີດມີການປ່ຽນແປງທາງດ້ານພຶດຕິກໍາຫັນໄປໃຫ້ຄວາມສໍາຄັນຕໍ່ວຽກງານໂພຊະການ ການສົ່ງເສີມສຸຂະພາບແມ່ ແລະ ເດັກໃຫ້ນັບມື້ດີຂຶ້ນ.

ຂ່າວ - ພາບ:ບຸນອູ້ມ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com