Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຜີຍແຜ່ຄວາມຮູ້ກ່ຽວກັບໂພຊະນາການ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 28/09/2022 13:51:04 ຈຳ​ນວນ​​ຢ້ຽມ​ຊົມ 15170 ຄັ້ງ

ສູນໂພ​ຊະ​ນ​າ​ການ ກະ​ຊວງ​ສ​ທາ​ລະ​ນະ​ສຸກ ຮ່ວມ​ກັບ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ ເມືອງ​ເຊ​ໂປນ ແຂວງສະ​ຫວັນ​ນະ​ເຂດ ​ຈັດ​ກິດ​ຈະ​ກຳ​ໃຫ້​ຄວາມຮູ້​ກ່ຽວ​ກັບວຽກ​ງານ​​ໂພ​ຊະ​ນາ​ການ ແລະ ສຸ​ຂະ​ສຶກ​ສາ​ ໃຫ້ແມ່​ຍິງ​ ແລະ ເດັກ​ນ້ອຍ ບ້ານ​ອາ​ລາງ​ໃຫຍ່ ເມືອງ​ເຊ​ໂປນ ແຂວງ​ສະ​ຫວັນ​ນະ​ເຂດ ເມື່ອບໍ່ດົນມານີ້ ທີ່​ຫ້ອງການ​ປົກ​ຄອງ​ບ້ານ​ດັ່ງ​ກ່າວ ​ຊຶ່ງທ່ານ ນາງ ລຳ​ມະ​ນີ ວົງ​ວິ​ຍານ ວິ​ຊາ​ການ ແມ່ ​ແລະ ​ເດັກ ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ​ເຊ​ໂປນ ໄດ້​ອະ​ທິບາຍໂດຍໄດ້​​ເນັ້ນ​ໜັກດ້ານ​ການ​ຮັກ​ສາ​ສຸ​ພາບ, ການ​ກິນ​ຢູ່​ທີ່​ສະ​ອາດ​ຖືກ​ຫຼັກ​ສຸ​ຂະ​ອະ​ນາ​ໄມ ເປັນ​ຕົ້ນການ​ກິນ​ອາ​ຫານ​ໃຫ້​ຄົບ 6 ໝວດ, ພ້ອມນັ້​ນ​ຍັງ​ໄດ້​ແນະ​ນໍາ​ໃຫ້ເອື້ອຍ​ນ້ອງ​ແມ່​ຍິງ​ທີ່ຮູ້​ວ່າ​ໂຕ​ເອງ​ຖື​ພາ​ຕ້ອງ​ໄປ​ຝາກ​ທ້ອງ​ຢູ່​ໂຮງ​ໝໍ ຫຼື ​ສຸກ​ສາ​ລາ​ໃກ້​ບ້ານ ແລະ​ ກິນ​ຢາ​ບຳ​ລຸງ​ຄັນ​ ພ້ອມ​ທັງ​ໄປຫາ​ໝໍ​ຕາມ​ການ​ນັດ​ໝາຍ​ທຸກ​ຄັ້ງ, ຫຼັງ​ເກີດ​ລູກ​ແລ້ວກໍ່ຄວນ​ເອົາ​ລູກ​ໄປ​ສັກ​ວັກ​ຊິນ​ ແລະ​ກວດ​ແມ່​ຄືນ​ພາຍ​ໃນ 45 ວັນ.

ທ່ານ ສົມຍົດ ສີສົມບັດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງເຊໂປນ ໃຫ້ສໍາພາດວ່າ ໂພຊະນາການມີຄວາມສໍາຄັນຕໍ່ແມ່ຍິງຖືພາ ໄລຍະຜ່ານມາລັດຖະບານລາວຮ່ວມກັບອົງການ​ອຸຍນີເຊັບ ແລະ ອົງການຈັດຕັ້ງສາກົນອື່ນໆໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນເຂົ້າໃສ່ວຽກງານໂພຊະນາການ ສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍຢູ່ເຂດຊົນນະບົດຫຼາຍແຂວງໃນທົ່ວປະເທດກໍຕາມ ແຕ່ສັງເກດເຫັນວ່າຍັງມີປະຊາຊົນ ບັນດາເຜົ່າຈໍານວນບໍ່ໜ້ອຍຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານໂພຊະການ ອາດຈະຍ້ອນຄວາມທຸກຍາກຂາດເຂີນ ຫຼື ການບໍ່ຮູ້ໜັງສື ແລະ ຮີດຄອງປະເພນີ ການກິນ ກໍເປັນສິ່ງໜຶ່ງທີ່ເຮັດໃຫ້ແມ່ຍິງຊົນເຜົ່າໃນເຂດຊົນນະບົດຂອງລາວ ຂາດສານອາຫານໃນເວລາຖືພາ ນອກນີ້ການມີລູກຫຼາຍຄົນ ແລະ ຂາດສຸຂະສຶກສາທີ່ດີກໍພາໃຫ້ສ່ຽງຕໍ່ການເສຍຊີວິດຂອງແມ່ ແລະ ລູກໄດ້.

ທ່ານ ນາງ ຫອມມະນີ ໄຄຈັນ ຮອງປະທານສະຫະພັນແມ່ຍິງເມືອງເຊໂປນ ໃຫ້​ສຳ​ພາດ​ຕື່ມ​ວ່າ: ສະຫະພັນແມ່ຍິງເມືອງເຊໂປນ ໄດ້ເປັນຄູ່ຮ່ວມງານກັບຫ້ອງການສາທະສຸກເມືອງເຊໂປນ ໂດຍທຸກໆ ກິດຈະກຳກ່ຽວກັບວຽກງານສາທາລະນະສຸກ ສະຫະພັນແມ່ຍິງໄດ້ເຂົ້າຮ່ວມທຸກຄັ້ງ ຕົວຢ່າງ ວຽກໂພຊະ ນາການ ແລະ ວຽກລ້ຽງລູກດ້ວຍນົມແມ່ ຊຶ່ງຜ່ານມາໄດ້ປຸກລະດົມເອື້ອຍນ້ອງແມ່ຍິງໃຫ້ມີສ່ວນຮ່ວມ ໃນການຮັກສາສຸຂະພາບ ເວລາຖືພາ ແນະນໍາເຂົາເຈົ້າໃຫ້ໄປຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍ ຫຼື ສຸກ ສາລາ ຜ່ານການຈັດຕັ້ງປະຕິບັດເຫັນວ່າປະຊາຊົນມີການປ່ຽນແປງພຶດຕິກຳທີ່ດີຂຶ້ນ ປັດຈຸບັນສະຫະພັນ ແມ່ຍິງເມືອງເຊໂປນໄດ້ຮັບທຶນຈາກອົງການອຸຍນີເຊັບໂດຍກົງ ກ່ຽວກັບໂຄງການຮັກລູກໃຫ້ໃສ່ໃຈ ປະກອບມີ 3 ວຽກຄື ວຽກປົກປ້ອງແມ່ຍິງ ແລະ ເດັກນ້ອຍ ວຽກສື່ສານ ແລະ ວຽກງານດູແລ ເປັນຕົ້ນ ການກິນການຢູ່ສະອາດ ໂດຍໃຊ້ຮູບພາບແຜ່ນພິກ ຊຶ່ງມີອາສາສະໝັກບ້ານ ນາຍບ້ານ ແລະ ເຖົ້າແກ່ແນວໂຮມເປັນຜູ້ໂຄສະນາຊ່ວຍ.

ນາງ ແນະ ອາ​ຍຸ 17 ປີ ໄດ້ໃຫ້ສຳ​ພາດວ່າ: ປັດ​ຈຸ​ບັນ​ຕົນເອງ​ໄດ້​ຖື​ພາ 3 ເດືອນ ພາຍຫຼັງ​ທີ່​ຮູ້​ວ່າ​ ​ຕົນເອງຖື​ພາ​ລູກ​ຄົນ​ທຳ​ອິດ​ໄດ້​ໄປ​ຝາກ​ທ້ອງ​ຢູ່​ໂຮງ​ໝໍ​ເຊ​ໂປນ ປັດ​ຈຸ​ບັນ​ໄດ້​ໄປ​ຝາກ​ທ້ອງ 2 ຄັ້ງ, ​ທ່ານ​ໝໍ​ໄດ້​ເອົາ​ຢາ​ບຳ​ລຸງ​ຄັນ​ໃຫ້​ກິນ ແນະ​ນຳ​ໃຫ້​ກິນ​ອາ​ຫານ​ຄົບ 6 ໝວດ​ເຊັ່ນ ທາດ​ແປ້ງ, ຜັກ, ໝາກ​ໄມ້, ຊີ້ນ, ປາ, ນົມ​, ​ນໍ້​າ​ມັນພືດ ​ແລະ​ ອື່ນໆ, ຫຼຸດ​ຜ່ອນ​ການ​ເຮັດ​ວຽກໜັກ ແລະ ​ເອົາ​ໃຈ​ໃສ່​ຮັກ​ສາ​ສຸ​ຂະ​ພາບ ແລະ ​ກິນ​ສະ​ອາດ​, ຢູ່​ສະ​ອາດ ໃນ​ຂະ​ນະ​ດຽວ​ກັນ​ ນາງ ​ກື່ນ ອາ​ຍຸ 42 ປີ ໃຫ້​ສຳ​ພາດ​ຕື່ມ​ອີກວ່າ: ປັດ​ຈຸ​ບັນ​ຕົນ​ເອງ​ມີ​ລູກ 5 ຄົນ ໃນ​ນີ້​ຜູ້​ທີ 5 ເປັນ​ຜູ້​ຊາຍ ອາ​ຍຸ 4 ເດືອນ ​ຜ່ານ​ມາ​​ບໍ່​ເຄີຍ​ໄປ​ຝາກ​ທ້ອງ​ຢູ່​ໂຮງໝໍ ເວ​ລາ​ເກີດ​ລູກ​ໄດ້​ເກີດ​ເອງ​ຢູ່​ເຮືອນ ປັດ​ຈຸ​ບັນ​ລູກ​ຄົນ​ທີ 5 ຍັງ​ບໍ່​​ໄດ້​ຮັບການ​ສັກ​ວັກ​ຊິນ ພາ​ຍ​ຫຼັງ​ທີ່​ຕົນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳໃຫ້​ຄວາມຮູ້​ກ່ຽວ​ກັບວຽກ​ງານ​​ໂພ​ຊະ​ນາ​ການ ແລະ ສຸ​ຂະ​ສຶກ​ສາ​ໃຫ້ແມ່​ຍິງ​ ແລະ ເດັກ​ນ້ອຍ​ຄັ້ງ​ນີ້ ຈຶ່ງ​ຮູ້​ວ່າ​​ມີ​ຄວາມ​ຈຳ​ເປັນ ແລະ ​ສຳ​ຄັນ​ຫຼາຍຕໍ່​ສຸ​ຂະ​ພາບ​ຂອງ​ແມ່ ແລະ ລູກ ຕໍ່​ຈາກ​ນີ້​ໄປ​ຈະ​ນຳ​ລູກ​ໄປ​ຮັບ​ວັກ​ຊິນ ໃຫ້​ລູກ​ສືບ​ຕໍ່​ກິນ​ນົມ​ແມ່​ຈົນ​ຮອດ 6 ເດືອນ ຫຼັງ​ຈາກນັ້ນ​ຈະ​ຕົ້ມ​ເຂົ້າ​ປຽກ​ໃຫ້​ລູກ​ກິນ​ຕາມ​ຄຳ​ແນະ​ນຳ​ຂອງ​ທ່ານ​ໝໍ.

ສຳ​ລັບ​ການ​ລົງ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຄັ້ງ​ນີ້​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກສະຫະພາບເອີຣົບ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານອົງການອຸຍນີເຊັບ ປະຈໍາລາວ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com