Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມທາບທາມບຸກ ຄະລາກອນຮອບ III ເພື່ອກະ ກຽມໃຫ້ແກ່ການດຳເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງໄຊຍະບູລີ ຄັ້ງທີ IX ໄດ້ສຳເລັດລົງໃນອາທິດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ພາຍຫຼັງທີ່ດຳເນີນມາເປັນເວ ລາ 2 ວັນ ໂດຍການເປັນກຽດ ເຂົ້າຮ່ວມຂອງສະຫາຍ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ສະ ຫາຍ ບຸນແທນ ທີແກ້ວ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ມີຄະນະ ປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍບຸນແທນ ທີແກ້ວ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງໄຊຍະບູລີ ສະໄໝທີ VIII ຊຶ່ງຄະນະບໍລິຫານງານພັກ ເມືອງໄຊຍະບູລີ ໄດ້ຮັບການເລືອກຕັ້ງຈາກຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ VIII ໃນວັນທີ 15-16 ສິງຫາ 2014 ປະກອບມີ 25 ສະຫາຍ ຍິງ 5 ສະຫາຍ, ຄະນະປະຈຳພັກເມືອງ 7 ສະ ຫາຍ, ມາຮອດປັດຈຸບັນມີ 20 ສະຫາຍ ຍິງ 5 ສະຫາຍ, ທົ່ວອົງຄະນະພັກເມືອງມີ 221 ຮາກ ຖານພັກ, ມີ 11 ຄະນະພັກຮາກ ຖານ, ມີ 210 ໜ່ວຍພັກ, ມີ ສະມາຊິກພັກ 2.730 ສະຫາຍ ຍິງ 1.100 ສະຫາຍ, ສໍາຮອງ 178 ສະຫາຍ ຍິງ 78 ສະຫາຍ ໃນໄລຍະຜ່ານມາຄະນະພັກໄດ້ ຖືເອົາວຽກງານການເມືອງແນວຄິດເປັນກົກໃຫ້ແກ່ສະມາຊິກພັກຖັນແຖວພະນັກງານ-ລັດ ຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ, ດ້ວຍຫຼາຍຮູບການ, ຫຼາຍເນື້ອໃນຢ່າງເປັນລະບົບຕໍ່ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິ X ຂອງພັກ, ມະຕິ VI ຂອງ ອົງຄະນະພັກແຂວງ ແລະ ມະ ຕິ VIII ຂອງອົງຄະນະພັກເມືອງ, ສາມາດສ້າງໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານໄດ້ 144 ໜ່ວຍ ກວມເອົາ 76,19%, ສ້າງສະ ມາຊິກພັກແຂງໄດ້ 2.612 ສະ ຫາຍ ກວມເອົາ 95,67%, ຈາກ ນັ້ນ ໃນກອງປະຊຸມກໍໄດ້ຜ່ານ ຄຳຕຳນິສົ່ງຂ່າວຕໍ່ການນຳພາ ລວມຂອງຄະນະບໍລິຫານງານພັກເມືອງ, ປະກອບຄຳເຫັນໃສ່ຮ່າງການນຳພາລວມຂອງ ຄະນະບໍລິຫານງານພັກເມືອງ, ຕຳນິສົ່ງຂ່າວຕໍ່ການນຳພາລວມ ຂອງຄະນະບໍລິຫານງານພັກ ເມືອງ ສະໄໝທີ VIII, ດຳເນີນ ການສຳຫຼວດເລຂາ, ຮອງເລຂາ ພັກເມືອງ ແລະ ກຳມະການປະ ຈຳພັກເມືອງ, ດໍາເນີນການສຳ ຫຼວດບຸກຄົນໃນຄະນະບໍລິຫານງານພັກເມືອງ, ດຳເນີນການທາບທາມບຸກຄະລາກອນຜູ້ທີ່ຈະຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຮອບທີ III ແລະ ທາບທາມຄະນະປະຈຳພັກເມືອງ, ເລຂາ, ຮອງເລຂາ, ປະທານ, ຮອງປະ ທານຄະນະກວດກາພັກເມືອງ, ຜ່ານຮ່າງເນື້ອໃນ 3 ບົດ, ດໍາເນີນກອງປະຊຸມຄົບຄະນະບໍລິ ຫານງານພັກເມືອງໄຊຍະບູລີທ້າຍສະໄໝທີ VIII, ຜ່ານມາດ ຖານເງື່ອນ ໄຂຜູ້ທີ່ຈະຮັບເລືອກ ຕັ້ງເປັນຄະນະບໍລິຫານງານຊຸດໃໝ່, ຜ່ານລາຍຊື່ບຸກຄະລາ ກອນຜູ້ທີ່ຈະຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ເມືອງຮອບທີ III, ຜ່ານຮ່າງລາຍງານການເມືອງໂດຍຫຍໍ້, ຜ່ານຮ່າງແຜນພັດທະນາເສດ ຖະກິດ-ສັງຄົມໂດຍຫຍໍ້ ພ້ອມ ນີ້ກໍໄດ້ຄົ້ນຄວ້າ ແລະ ພິຈາລະ ນາຮັບຮອງເອົາເນື້ອໃນຮ່າງ ລາຍງານການເມືອງ ທັງ 2 ພາກ, ຄົ້ນຄວ້າພິຈາລະນາຮັບ ຮອງເອົາເນື້ອໃນຮ່າງບົດສະ ຫຼຸບແຜນພັດທະນາເສດຖະກິດ -ສັງຄົມທັງ 2 ພາກ, ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາ ເນື້ອໃນຮ່າງບົດສຳຫຼວດການ ນຳພາລວມຂອງຄະນະບໍລິຫານ ງານພັກເມືອງ ສະໄໝທີ VIII, ຜ່ານຜົນການທາບທາມຜູ້ທີ່ຈະ ສະໝັກເປັນຄະນະບໍລິຫານ ງານພັກເມືອງ ຊຸດໃໝ່ຮອບ III, ຄົ້ນຄວ້າ ແລະ ພິຈາລະນາຮັບ ຮອງເອົາບຸກຄະລາກອນຜູ້ທີ່ຈະສະໝັກເລືອກຕັ້ງເປັນຄະນະບໍ ລິຫານງານພັກເມືອງຊຸດໃໝ່, ຄົ້ນຄວ້າ ແລະ ຕົກລົງຄວາມ ພ້ອມດ້ານຕ່າງໆໃນການກະກຽມ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ເພື່ອລາຍງານ ແລະ ຂໍອະນຸ ມັດຈາກຂັ້ນເທິງ. ຕອນທ້າຍກອງ ປະຊຸມ ສະຫາຍ ຍັນຍົງ ສີປະເສີດ ກໍໄດ້ໃຫ້ກຽດໂອ້ລົມຕື່ມອີກ.
(ຂ່າວ-ພາບ: ສົມພົງ ສີສະຫວັດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com