Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະເຫຼີມສະຫຼອງວັນສາຍຕາໂລກ ພາຍໃຕ້ຫົວຂໍ້: ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 13/10/2022 14:00:28 ຈຳ​ນວນ​​ຢ້ຽມ​ຊົມ 13179 ຄັ້ງ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ສະເຫຼີມສະຫຼອງວັນສາຍຕາໂລກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້: ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ), ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ, ທ່ານ ວິທູນ ວິສອນນະວົງ ທີ່ປຶກສາສະມາຄົມແພດຕາລາວ, ມີບັນດາພະນັກງານແພດ ແລະ ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ຄຳຄູນ ໂຫລານຸພາບ ໄດ້ກ່າວວ່າ: ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກແມ່ນພ້ອມກັນສະເຫຼີມສະຫຼອງ ໃນນັ້ນກະຊວງສາທາລະນະສຸກກໍຄື ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກໍໄດ້ມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າ, ພິເສດຖ້າພົບຄົນເຈັບກໍລະນີຕາມົວ, ຕາບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນພະຍາດຕາຂຸ້ນ ຈະໄດ້ບໍລິການຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ, ໝາຍຄວາມວ່າຄ່າໃຊ້ຈ່າຍໃນການຜ່າຕັດໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫຼາຍບໍ່ວ່າທັງພາຍໃນກໍຄືຕ່າງປະເທດໄດ້ແບ່ງປັນນໍ້າໃຈບໍລິຈາກເປັນເງິນ, ເປັນວັດຖຸ ເພື່ອຊ່ວຍເຫຼືອຄົນຕາບອດຜູ້ທຸກຍາກໃນ ສປປ ລາວ ແລະ ດັ່ງທີ່ຮູ້ນໍາກັນແລ້ວວ່າມີຈໍານວນເຖິງ 80% ຂອງຄົນຕາບອດທີ່ສາມາດຫຼີກລ່ຽງໄດ້, ໃນນີ້ 20% ແມ່ນສາມາດປ້ອງກັນ ແລະ 60% ແມ່ນສາມາດປິ່ນປົວໃຫ້ຄົນຕາບອດເຫຼົ່ານັ້ນສາມາດມີສາຍຕາກັບຄືນມາ ແລະ ສາມາດເບິ່ງເຫັນໄດ້ເປັນປົກກະຕິ, ການປ້ອງກັນ ແລະ ປິ່ນປົວຕາບອດ ແລະ ສາຍຕາບົກຜ່ອງຈະມີປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດໄດ້. ກໍຕໍ່ເມື່ອທຸກຄົນໄດ້ເຂົ້າໃຈ ແລະ ສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບຕາ, ທາງສູນຕາບໍ່ວ່າຜູ້ທຸກຍາກ, ຮັ່ງມີ, ຕົວເມືອງ ຫຼືເຂດຫ່າງໄກສອກຫຼີກມີໂອກາດໄດ້ຮັບການບໍລິການດູແລ, ຮັກສາສຸຂະພາບຕາຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ທ່ານ ຄຳຄູນ ໂຫລານຸພາບ ໃຫ້ຮູ້ຕື່ມວ່າ: ວິໃສທັດປີ 2020 " ສິດທິໃນການເບິ່ງເຫັນ" ແມ່ນໄດ້ປະກາດໃຊ້ມາຕັ້ງແຕ່ປີ 2000 ຊຶ່ງໄດ້ລິເລີ່ມຢູ່ທົ່ວໂລກ. ຈຸດປະສົງຂອງຍຸດທະສາດດັ່ງກ່າວແມ່ນເພື່ອລຶບລ້າງຕາບອດໃຫ້ໝົດໄປພາຍໃນປີ 2020 ແລະ ມີຫຼາຍກ່ວາ 40 ປະເທດ ຖືກຮັບຮອງເອົາໂຄງການ ວິໃສທັດປີ 2020, ໃນນີ້ລວມມີ ສປປ ລາວ; ດັ່ງນັ້ນ ລັດຖະບານແຫ່ງ ສປປ ລາວ, ບັນດາອົງ ການຈັດຕັ້ງສາກົນ, ທຸກພາກສ່ວນໃນສັງຄົມຕ້ອງໄດ້ເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນໂຄງການດັ່ງກ່າວ. ໂຄງການວິໃສທັດ 2020 ແມ່ນການຮ່ວມມືອັນໜຶ່ງທີ່ລິເລີ່ມໂດຍອົງການອະນາໄມໂລກ (WHO) ແລະ ອົງການຈັດຕັ້ງສາກົນ ເພື່ອປ້ອງກັນຕາບອດ (LAPB) ແລະ ໂດຍການເຂົ້າຮ່ວມຂອງອົງການສະຫະປະຊາຊາດ, ລັດຖະບານ, ກະຊວງສາທາລະນະສຸກ, ໜ່ວຍງານຮັກສາສຸຂະພາບຕາ, ໂຮງຮຽນ, ໂຮງໝໍ, ສູນ, ສະຖາບັນ, ຊຸມຊົນ, ອໍານາດການປົກຄອງ ແຕ່ລະຂັ້ນນັບແຕ່ສູນກາງລົງຮອດທ້ອງຖິ່ນ ມີສ່ວນຮ່ວມຢ່າງຕັ້ງໜ້າເພື່ອບັນລຸໄດ້ສິດທິໃນການເບິ່ງ, ທັງໝົດນີ້ແນໃສ່ຊ່ວຍເຫຼືອມວນມະນຸດດ້ວຍກັນ, ທຸກຄົນມີໜ້າທີ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເຮັດວຽກຮ່ວມກັນ ເພື່ອລຶບລ້າງຕາບອດໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

ຍຸດທະສາດຂອງໂຄງການວິໃສທັດປີ 2020 ຄື: 1. ເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈ, ໃຫ້ເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນຂອງວັນດັ່ງກ່າວ ແລະ ມີສ່ວນຮ່ວມໃນການລະດົມທຶນຮອນປະກອບສ່ວນຊ່ວຍຂະແໜງການສາທາລະນະສຸກເພື່ອຊ່ວຍເຫຼືອຄົນຕາບອດ, 2. ການຄວບຄຸມກໍລະນີສ່ວນໃຫຍ່ທີ່ສາມາດຫຼີກລ່ຽງບໍ່ໃຫ້ເກີດຕາບອດ, ການຝຶກອົບຮົມແພດຕາ; ພະຍາບານຕາ, ບໍາລຸງສ້າງ ແລະ ກໍ່ສ້າງພະນັກງານອື່ນໆ ທີ່ເຮັດວຽກງານກ່ຽວກັບການດູແລຮັກສາສຸຂະພາບຕາ, ການຕອບສະໜອງ ນໍາໃຊ້ເຕັກໂນໂລຊີ ແລະ ລະບົບການບໍລິການທີ່ເໝາະສົມ.

ພ້ອມນີ້ທາງສູນຕາ ຍັງໄດ້ເຜີຍແຜ່ແຜນຍຸດທະສາດກ່ຽວກັບການຮັກສາສຸຂະພາບຕາທີ່ເປັນມາດຕະຖານໃນການຈັດຕັ້ງປະຕິບັດແຜນການ 5 ປີ ແຕ່ ປີ 2021-2025 ພາຍໃຕ້ການຊີ້ນໍາຂອງກະຊວງສາທາລະນະສຸກລວມທັງກົມກອງ ແລະ ທ້ອງຖິ່ນຕ່າງໆ ໂດຍເລັ່ງໃສ່ຍຸດທະສາດ 6 ເສົາຄໍ້າ, ແລະ ຄາດໝາຍຕົ້ນຕໍແມ່ນ ໃຫ້ມີຕາໜ່າງການບໍລິການ ປິ່ນປົວສຸຂະພາບຕາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃຫ້ກັບປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ກໍເພື່ອຫຼຸດຜ່ອນພະຍາດຕາບອດທີ່ສາມາດຫຼີກລ່ຽງໄດ້ ເຊັ່ນ: ພະຍາດແກ່ນຕາຂຸ້ນ, ຕາກະດັນ, ພະຍາດເບົາຫວານຂຶ້ນຕາ ແລະ ການສູນເສຍການເບິ່ງເຫັນຂອງປະຊາຊົນ ທີ່ເປັນກໍາລັງຫຼັກໃນການສ້າງເສດຖະກິດຂອງຄອບຄົວ ກໍຄືໃນສັງຄົມກ່ອນໄວອັນຄວນ. ອີກຢ່າງໜຶ່ງ ກໍເພື່ອບັນລຸເປົ້າໝາຍຂອງການມີສຸຂະພາບຕາດີທຸກທົ່ວໜ້າ ຮອດ 2030.

ຂ່າວ-ພາບ: ບຸນອູ້ມ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com