Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໜ່ວຍພັກລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວເມື່ອບໍ່ດົນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ, ມີສະຫາຍ ຄໍາແສນ ພະສະແຫວງ ຮອງເລຂາຄະ ນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະໜ່ວຍພັກ, ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ສະຫາຍ ວິໄຊ ໄຍຍະສານ ຄະນະພັກຮາກຖານ ເລຂາໜ່ວຍພັກ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຊີ້ນໍາ-ນໍາພາຂອງໜ່ວຍຕົນ ໂດຍ ໃຫ້ຮູ້ວ່າ: ໜ່ວຍພັກຂອງຕົນ ມີສະມາຊິກພັກທັງໝົດ 22 ສະຫາຍ ຍິງ 3 ສະຫາຍ, ສະມາຊິກສໍາຮອງ 6 ສະຫາຍ ຍິງ 1 ສະຫາຍ ຊຶ່ງໃນໄລຍະ 3 ປີ ຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ ຢ່າງຕັ້ງໜ້າດ້ວຍການນໍາເອົາ ແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ແລະ ມະຕິຄໍາ ສັ່ງຂອງພັກ-ລັດ ມາເຜີຍແຜ່ໄດ້ທັງໝົດ 9 ຄັ້ງ ມີຜູ້ເຂົ້າຮ່ວມ 135 ເທື່ອຄົນ ຍິງ 36 ເທື່ອຄົນ, ອັນໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະຕໍ່ລະບອບປະຊາທິປະໄຕຢ່າງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ບໍລິສຸດສັດຊື່, ເຄົາລົບລະບຽບພັກ-ກົດໝາຍຂອງລັດ, ມີຄວາມສາມັກຄີຢ່າງໜັກແໜ້ນ ມີຄວາມເປັນເອກະພາບພາຍໃນພັກ, ປະຕິບັດຕາມ ແນວທາງແຜນນະໂຍບາຍຂອງພັກລະບຽບກົດໝາຍຂອງລັດຢ່າງເຂັ້ມງວດມີຄວາມບຸກບືນສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກເຮັດສໍາເລັດໜ້າທີ່ດ້ານວິຊາສະເພາະໃນທຸກຂົງ ເຂດວຽກງານຂອງຂະແໜງໄຟຟ້າໃຫ້ມີຄວາມເຂັ້ມແຂງ ແລະ ຫັນເປັນອຸດສາຫະກຳທີ່ ທັນສະໄໝເທື່ອລະກ້າວ; ພ້ອມດຽວກັນນັ້ນ ຍັງໄດ້ຖືສໍາຄັນຂະ ຫຍາຍພັກ ຕະຫຼອດ 3 ປີ ຜ່ານ ມາສາມາດຂະຫຍາຍພັກ ໄດ້ 11 ສະຫາຍ, ມອບບັດໃຫ້ສະ ມາຊິກພັກສົມບູນໄດ້ 14 ສະ ຫາຍ, ຈັດປະເພດສະມາຊິກພັກແຂງ ໄດ້ 16 ສະຫາຍ ຍິງ 2 ສະຫາຍ, ບໍ່ໄດ້ຈັດປະເພດ 6 ສະຫາຍ ຍິງ 1 ສະຫາຍ (ສະມາຊິກພັກສໍາຮອງ); ເຮັດໜ້າທີ່ວິຊາສະເພາະໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ເພື່ອສະໜອງໄຟຟ້າໃຫ້ແກ່ສັງຄົມ, ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ຊຶ່ງປັດຈຸບັນທົ່ວແຂວງ ໄດ້ມີລະບົບຕາຂ່າຍໄຟຟ້າ 22 KV ມີເຖິງ 855,39 Km ທຽບໃສ່ປີ 2016 ເພີ່ມຂຶ້ນ 203,06 Km, ເທົ່າກັບ 31,17%, ລະບົບຕາຂ່າຍໄຟຟ້າ 0,4 KV ຈໍານວນ 384,48 KM ເພີ່ມຂຶ້ນ 23,01 Km ເທົ່າກັບ 6,36%, ມີໝໍ້ແປງ 515 ໜ່ວຍ, ມີກຳລັງການຕິດຕັ້ງ 63,085 KVA ເພີ່ມຂຶ້ນ 112 ໜ່ວຍ ເທົ່າກັບ 28%, ມີໝໍ້ນັບໄຟໃນການຄຸ້ມຄອງຂອງສາຂາ 17.431 ໜ່ວຍ ທຽບໃສ່ປີ 2016 ເພີ່ມຂຶ້ນ 2.103 ໜ່ວຍ ເທົ່າກັບ 14%; ນອກນີ້ ຄະນະພັກຊຸດເກົ່າຍັງໄດ້ຜ່ານບົດສໍາຫຼວດການຊີ້ນໍາ-ນໍາພາລວມໃນໄລຍະ 3 ປີຜ່ານມາ ພ້ອມລາໜ້າທີ່.
ໃນກອງປະຊຸມຍັງໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງກອງປະຊຸມຄັ້ງປະຖົມມະລືກ ໄດ້ຕົກລົງເລືອກເອົາ ສະຫາຍ ວິໄຊ ໄຍຍະສານ ເປັນເລຂາຄະນະພັກ, ສະຫາຍ ຄໍາປະສົງ ທະນົງສິນ ເປັນຮອງເລຂາ, ສະຫາຍ ຈັນທະອຸດອນ ແກ້ວມະນີວົງ ເປັນປະທານກວດກາພັກ.
(ຂ່າວ: ພຸດທະສອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com