Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີເຊັນບົດບັນທຶກຂໍ້ຕົກລົງໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູສອນ ແລະ ນັກຮຽນ-ນັກສຶກສາ ຢູ່ສປປ ລາວ ລະຫວ່າງ ກະຊວງສຶກສາ ທິການ ແລະ ກິລາ ກັບ ບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ ຂຶ້ນໃນວັນທີ 1 ທັນວາ ທີ່ກະຊວງສຶກສາທິການ ແລະ ກິລາ ສປປ ລາວ. ຮ່ວມລົງນາມຄັ້ງນີ້, ມີທ່ານ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາຍ ຢົງຈຸນ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີໂປຕາສຈໍາກັດ, ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພຸດ ສີມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຈ້າວ ເຫວິນຍຸຍ ທີີ່ປຶກສາເສດຖະກິດ ແລະ ການຄ້າສະຖານທູດ ສປຈີນ ປະຈໍາ ສປປລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີເຊັນບົດບັນທຶກ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນວ່າ: ໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ. ຂໍຂອບໃຈມາຍັງຊີໂນ-ອາກຣີໂປຕາສທີ່ໄດ້ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ-ສັງຄົມຂອງສປປລາວ. ລາວ ແລະ ຈີນເປັນປະເທດເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ລັດຖະບານລາວ ແມ່ນສະໜັບສະໜູນບໍລິສັດຂອງຈີນທີ່ມາລົງທຶນຢູ່ລາວຄື: ບໍລິສັດຊີໂນ-ອາກຣີໂປຕາສ ທີ່ສຸດ ຊຶ່ງເປັນວິສາຫະກິດຈີນມາລົງທຶນພັດທະນາຢູ່ລາວທີ່ມີການບໍລິຫານຄຸ້ມຄອງທີ່ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ສະນັ້ນ, ຂໍໃຫ້ທາງບໍລິສັດສືບຕໍ່ປະຕິບັດຕາມແນວທາງ“4 ດີ”, ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຍາວນານລະຫວ່າງ ສອງພັກ, ສອງລັດ, ສ້າງເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ສົ່ງເສີມການພັດທະນາທີມີຄຸນນະພາບຂອງປະຊາຊົນສອງຊາດໃຫ້ສູງຂຶ້ນຢ່າງບໍ່ຂາດ, ເພື່ອສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.
ທ່ານ ອາຍ ຢົງຈຸນ ໄດ້ກ່າວວ່າ: ບໍລິສັດໄດ້ມີການປະສານສົມທົບຢ່າງໃກ້ຊິດກັບອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເປັນເວລາຫຼາຍປີ ແລະ ບໍລິສັດມຸ້ງໝັ້ນທີ່ຈະສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງ ບໍລິສັດກັບພາກລັດ ແລະປະຊາຊົນທ້ອງຖິ່ນ. ໃນຖານະເປັນບໍລິສັດທໍາອິດທີ່ສະໜັບສະໜູນທຶນການສຶກສາໃນລາວ. ສືບຕໍ່ຂະຫຍາຍກໍາລັງການຜະລິດຂອງໂຄງການຝຸ່ນໂປຕາສ, ເພື່ອພັດທະນາໃຫ້ກາຍເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ; ພ້ອມກັນນັ້ນ, ທາງບໍລິສັດຍັງຈະກໍ່ສ້າງນິຄົມອຸດສາຫະກໍາທີ່ມີເຂດອຸດສາຫະກໍາໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ, ເພື່ອພັດທະນານຳໃຊ້ຊັບພະຍາກອນໃຫ້ໄດ້ປະໂຫຍດສູງສຸດ, ເພື່ອສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ໄດ້ຫຼາຍກວ່າເກົ່າແກ່ລັດຖະບານ ແລະ ປະຊາຊົນລາວ.
ການສ້າງ“ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ” ຂອງບໍລິສັດ ແມ່ນໂຄງການຮ່ວມມືໃຫຍ່ອີກອັນໜຶ່ງກັບພາກລັດລາວ ພາຍຫຼັງໄດ້ຮ່ວມມື ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສ້າງ“ບົດບັນທຶກການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ” ຊຶ່ງແມ່ນມາດຕະການທີ່ສໍາຄັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມກັນພັດທະນາ ລະຫວ່າງລັດ ແລະ ວິສາຫະກິດ. ທຶນຊ່ວຍເຫຼືອການສຶກສາດັ່ງກ່າວ ຕົ້ນຕໍແມ່ນນໍາໃຊ້ເພື່ອສະໜັບສະໜູນຜູ້ເຮັດວຽກງານການສຶກສາໃນເຂດທຸກຍາກ, ນັກຮຽນ-ນັກສຶກສາທີ່ຍາກຈົນໃນວິທະຍາໄລ ແລະ ສໍາລັບສະຖາບັນສຶກສາທີ່ກໍ່ສ້າງບຸກຄະລາກອນວິຊາການເຕັກນິກວິຊາສະເພາະ, ທຶນຊ່ວຍເຫຼືອດັ່ງກ່າວມີມູນຄ່າ 350.000 ໂດລາຕໍ່ປີ, ຊຶ່ງແມ່ນຈໍານວນທຶນສຶກສາທີ່ຫຼາຍທີ່ສຸດໃນລາວ ແລະ ເປັນກໍລະນີທໍາອິດທີ່ຈະສືບຕໍ່ປະຕິບັດໄປທຸກໆປີຢ່າງຕໍ່ເນື່ອງ, ເພື່ອເປັນການຮັບປະກັນດ້ານທຶນຮອນສໍາລັບພັດທະນາການສຶກສາຂອງ ສປປ ລາວ.“ປູກຕົ້ນໄມ້ໃຊ້ເວລາສິບປິ, ສ້າງຄົນໃຊ້ເວລາຮ້ອຍ ປີ”. ສະນັ້ນ, ການສຶກສາແມ່ນແຜນການພື້ນຖານເພື່ອຄວາມຈະເລີນຮຸ່ງເຮືອງຂອງຊາດ ແລະ ຄວາມເຂັ້ມແຂງຂອງປະຊາຊົນ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພາຍໃຕ້ການສະໜັບສະໜູນຈາກບໍລິສັດແມ່ “ອາຊີໂປຕາສສາກົນ” ດ້ວຍວິໄສທັດຍຸດທະສາດຍາວໄກ, ຈະຊ່ວຍແຮງພັດທະນາການສຶກສາຢູ່ລາວ, ທັງເປັັນການປະກອບສ່ວນອັນສໍາຄັນໃນການສ້າງເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com