Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທຸງກິລາເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ ໃນ ປີ 2025ແລະ ທີມນັກກິລາ ນະຄອນຫຼວງວຽງຈັນ ຮອງເຈົ້າຫຼຽນຄຳ ຊຽງຂວາງ ເກມ ໄດ້ເດີນທາງຮອດນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງສຳເລັດການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຊຶ່ງຖືກຕ້ອນຮັບຈາກຄະນະນຳນະຄອນຫຼວງ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນຊາວ ນະຄອນຫຼວງວຽງຈັນ ຢ່າງອົບອຸ່ນ ແລະ ສົມກຽດ.
ພິທີຕ້ອນຮັບທີມນັກກິລາ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນຕອນແລງວັນທີ 23 ທັນວາ ຜ່ານມາທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ຊາວໜຸ່ມ ເຍົາວະຊົນ ຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມການແຂ່ງຂັນຂອງຄະນະນຳ ແລະ ນັກກິລານະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ໃຫ້ຮູ້ວ່າ: ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນງານກິລາ ຊຽງຂວາງ ເກມ ທາງຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າ ສາມາດຊີງໄຊມາໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມທັງໝົດ 206 ຫຼຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມທັງໝົດ217 ຫຼຽນ.
ໃນໂອກາດດັ່ງກ່າວ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກິລານະຄອນຫຼວງວຽງຈັນ ຍາດມາໄດ້ ບໍ່ວ່າຈະເປັນຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ອຸທິດສະຕິປັນຍາ ເຫື່ອແຮງນັບແຕ່ການຝຶກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມງານແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫຼວງວຽງຈັນ ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າເຮົາຈະບໍ່ໄດ້ເປັນເຈົ້າຫຼຽນຄຳ ແຕ່ກໍໄດ້ທີ 2 ອັນເປັນຜົນງານທີ່ໜ້າເພິ່ງພໍໃຈ ຊຶ່ງເປັນເລື່ອງປົກກະຕິໃນເກມການແຂ່ງຂັນກິລາ ເທົ່ານີ້ກໍຖືວ່າເປັນຜົນງານອັນຍິ່ງໃຫຍ່ແລ້ວ.
ຢ່າງໃດກໍຕາມ, ໃນຕໍ່ໜ້າຄືພວກເຮົາຮູ້ນຳກັນແລ້ວວ່າ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນເຈົ້າຫຼຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິິລາຕ້ອງໄດ້ເອົາໃຈໃສ່ໃນການວາງແຜນຝຶກຊ້ອມແຕ່ຫົວທີ ສະນັ້ນ ຂໍຮຽກຮ້ອງນັກກິລາເອົາໃຈໃສ່ໃນການປະກອບສ່ວນເຂົ້າຮ່ວມເປັນຄະນະນັກກິລານະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອເຮັດໃຫ້ຄວາມຫວັງເປັນເຈົ້າຫຼຽນຄຳໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.
(ຂ່າວ-ພາບ: ສົງການ ພັນແພງດີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com