Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປິດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ປະຈຳປີ 2022 ເມື່ອບໍ່ດົນມານີ້ ທີ່ເດີ່ນກິລາກົມດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ, ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງທີ່ຂຶ້ນກັບ ຕະຫຼອດຮອດນັກກິລາເຂົ້າຮ່ວມ.
ໃນພິທີ, ທ່ານ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວກົມໃຫຍ່ເສນາທິການກອງທັບ ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ຊຶ່ງມີບັນດາອົງການ-ກົມກອງ ໄດ້ສົ່ງນັກກິລາເຂົ້າຮ່ວມຢ່າງພ້ອມພຽງ, ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີຊຶ່ງກັນ ແລະ ກັນ.
ສຳລັບຜົນການແຂ່ງຂັນກິລາການທະຫານປະເພດກິລານັກຮົບແຂງແຮງ ທີມລວມໝູ່ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ໂຮງຮຽນ 303 ແລະ ອັນດັບທີ 3 ໂຮງຮຽນທະຫານຊາຍແດນ 712; ກິລານັກຮົບແຂງແຮງປະເພດບຸກຄົນ ອັນດັບທີ 1 ສິບຕີ ມົນ ສຸວັນຄຳ ໂຮງຮຽນ 307, ອັນດັບທີ 2 ສິບຕີ ອິນໄຊ ສີຫາລາດ ໂຮງຮຽນທະຫານຊາຍແດນ 712 ແລະ ອັນດັບທີ 3 ສິບໂທ ຄຳສະຫວັນ ສູນວິເລີດ ໂຮງຮຽນ 303; ກິລາແລ່ນມ້າງປະກອບອາວຸດ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງພັນ 15 ເຄມີ ແລະ ອັນດັບທີ 3 ສູນຝຶກ 620. ສ່ວນກິລາມວນຊົນ ປະເພດກິລາບານສົ່ງຊາຍ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງພັນກໍ່ສ້າງຂົວ-ທາງ 587 ແລະ ອັນດັບທີ 3 ໂຮງຮຽນຊ່າງແສງ; ກິລາບານສົ່ງຍິງ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງກິລາກອງທັບ ແລະ ອັນດັບທີ 3 ໂຮງຮຽນ 303; ກິລາກະຕໍ້ ອັນດັບທີ 1 ກອງກິລາກອງທັບ, ອັນດັບທີ 2 ກອງພັນ 425 ແລະ ອັນດັບທີ 3 ໂຮງຮຽນ 205; ກິລາເປຕັງອາວຸໂສ ອັນດັບທີ 1 ກອງພັນ 425, ອັນດັບທີ 2 ກອງພັນ 986 ແລະ ອັນດັບທີ 3 ໂຄງການສື່ສານ; ເປຕັງຊາຍ ຮຸ່ນທົ່ວໄປ ອັນດັບທີ 1 ກອງພັນ 587, ອັນດັບທີ 2 ກົມອົບຮົມ ແລະ ອັນດັບທີ 3 ໂຮງຮຽນຊ່າງແສງ; ກິລາເປຕັງຊາວໜຸ່ມຍິງ ອັນດັບທີ 1 ສູນຝຶກ 620, ອັນດັບທີ 2 ສູນ 206 ແລະ ອັນດັບທີ 3 ສູນບັນຊາ 761.
ໂອກາດນີ້, ທ່ານ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາແຕ່ລະທ່ານ ທີ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ມີນ້ຳໃຈນັກກິລາ, ຮູ້ເສຍ, ຮູ້ຊະນະ, ຮູ້ໃຫ້ອະໄພຊຶ່ງກັນ ແລະ ກັນ, ພ້ອມກັນສູ້ຊົນຍາດໄດ້ຜົນງານມາໃຫ້ກົມກອງ ກໍຄືຕົນເອງ. ພ້ອມນັ້ນ, ທ່ານ ຍັງໄດ້ກ່າວອີກວ່າ: ການແຂ່ງຂັນກິລາເປັນການຊຸກຍູ້ພະນັກງານ-ນັກຮົບໃນການຝຶກຝົນຫຼໍ່ຫຼອມທາງດ້ານກຳລັງແຮງກາຍໃຫ້ແຂງແຮງ, ທັງສ້າງໄດ້ມິດຕະພາບລະຫວ່າງອົງການ-ກົມກອງ ກໍຄື ນັກກິລາດ້ວຍກັນ, ພ້ອມຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະກົມກອງນຳເອົາຜົນສຳເລັດຄັ້ງນີ້ໄປເສີມຂະຫຍາຍດ້ານດີ, ປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງຢູ່ກົມກອງຂອງຕົນ ເພື່ອສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນກະກຽມເຂົ້າຮ່ວມແຂ່ງຂັນໃນຕໍ່ໜ້າ ແລະ ຖືເອົາວຽກງານກິລາເປັນຂະບວນການໜຶ່ງໃນການປຸກລະດົມຈິດໃຈ ຂອງພະນັກງານ-ນັກຮົບໃຫ້ເບີກບານມ່ວນຊື່ນ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ.
ຂ່າວ-ພາບ: ເກດຕະວັນ (ກອງທັບ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com