Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງພຽງ ມີເຂົ້າກຸ້ມກິນ, ແຮໄວ້ ແລະ ເປັນສິນຄ້າສົ່ງອອກ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 12/01/2023 10:59:49 ຈຳ​ນວນ​​ຢ້ຽມ​ຊົມ 1627 ຄັ້ງ

ທ່ານ ບົວວັນ ຄໍາຈັນ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ໃນປີ 2022 ເຖິງວ່າເມືອງພຽງຈະພົບກັບໄພທໍາມະຊາດ ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາຂອງອໍານາດການປົກຄອງເມືອງ ແລະ ວິຊາການກະສິກໍາເມືອງໄດ້ລົງໃກ້ຊິດຕິດແທດ ແນະນໍາ ຫຼັກວິຊາການໃຫ້ກັບຊາວກະສິກອນເປັນປົກກະຕິ ຈຶ່ງເຮັດໃຫ້ການຜະລິດເຂົ້າຂອງຊາວກະສິກອນພາຍໃນເມືອງ ມີເຂົ້າກຸ້ມກິນ,ມີສ່ວນແຮໄວ້ ແລະ ເປັນສິນຄ້າຂາຍອອກພາຍໃນເມືອງ ແລະ ຕ່າງແຂວງໄດ້ຈໍານວນໜຶ່ງ.

ອີງຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ຂອງວຽກງານກະສິກໍາ ແລະ ປ່າໄມ້ເມືອງ. ແຜນການຜະລິດໃນປີ 2022 ທັງລະດູແລ້ງ ແລະ ລະດູຝົນມີເນື້ອທີ່ທັງໝົດ 9.292 ເຮັກຕາ ໃນນີ້: ແຜນປູກເຂົ້າ 8.400 ເຮັກຕາ, ເນື້ອທີ່ປູກເຂົ້າຕົວຈິງ 8.490 ກວ່າເຮັກຕາ (ເນື້ອທີ່ເກັບກ່ຽວຕົວຈິງ 8.162 ກວ່າເຮັກຕາ). ຜົນຜະລິດເຂົ້າທັງໝົດ 39.599 ກວ່າໂຕນ ສະເລ່ຍສະມັດຖະພາບ 4,85 ໂຕນ/ເຮັກຕາ ທຽບໃສ່ປີຜ່ານມາຜະລິດເຂົ້າຫຼຸດລົງ 1.355,82 ໂຕນ (ສາເຫດທີ່ເຮັດໃຫ້ຜົນຜະລິດເຂົ້າຫຼຸດລົງຍ້ອນຜົນກະທົບຈາກໄພນໍ້າຖ້ວມ). ໃນນີ້: ໂຕເລກແຜນການຜະລິດເຂົ້ານາແຊງ ປີ 2022 ໃນເນື້ອທີ່ 900 ເຮັກຕາ, ປະຕິບັດໄດ້ 977,89 ເຮັກຕາ, ເທົ່າກັບ 108,65% ຂອງແຜນການ. ຜົນຜະລິດທັງໝົດ 4.752,74 ໂຕນ (ສະເລ່ຍສະມັດຖະພາບ 4,86 ໂຕນ/ເຮັກຕາ.) ໃນນີ້: ນາແຊງທົ່ວໄປ 949 ກວ່າເຮັກຕາ ຜົນຜະລິດ 4.626,26 ໂຕນ. ນາ 3 ຮອບວຽນ ນາຊອນ (ຮອບ 2), ເນື້ອທີ່ 27,94 ເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 26,24 ເຮັກຕາ, ຜົນຜະລິດ 126,48 ໂຕນ, ສະເລ່ຍສະມັດຖະພາບ 4,82 ໂຕ/ເຮັກຕາ.

ສໍາລັບການປູກເຂົ້າໄຮ່: ແຜນການຜະລິດເຂົ້າໄຮ່ ປີ 2022 ໃນເນື້ອທີ່ 620 ເຮັກຕາ, ສາມາດຈັດຕັ້ງປະຕິບັດໄດ້ 630 ກວ່າເຮັກຕາ, ຜົນຜະລິດ 2.207 ໂຕນ, ເທົ່າກັບ 101,7% ຂອງແຜນການ, ສະເລ່ຍສະມັດຖະພາບ 3,5 ໂຕນ/ເຮັກຕາ.

ທ່ານ ບົວວັນ ຄໍາຈັນ ກ່າວຕື່ມວ່າ: ການບໍລິໂພກເຂົ້າພາຍໃນເມືອງ ສະເລ່ຍໃສ່ຫົວຄົນໄດ້ 613 ກິໂລ/ຄົນ/ປີ (ທົ່ວເມືອງພຽງມີພົນລະເມືອງທັງໝົດ 64.586 ຄົນ). ທຽບໃສ່ແຜນການປະຕິບັດໄດ້ 91,77% ແຜນການແມ່ນ 668 ກິໂລ/ຄົນ/ປີ.

ກ່ຽວກັບການບໍລິຫານເຂົ້າເພື່ອຮັບໃຊ້ພາຍໃນເມືອງ ປີ 2022 ຜ່ານມາ, ເຂົ້າສໍາລັບບໍລິໂພກ 18.084 ໂຕນ, ເຂົ້າສໍາລັບຄັງແຮ 3 ເດືອນ 4.521 ໂຕນ, ເຂົ້າສໍາລັບປຸງແຕ່ງອື່ນໆ 1.979,98 ໂຕນ, ເຂົ້າສໍາລັບໄວ້ເຮັດແນວພັນ 595 ໂຕນ ແລະ ມີເຂົ້າເຫຼືອກິນ ແລະ ສົ່ງອອກເປັນສິນຄ້າຈໍານວນ 14.419 ກວ່າໂຕນ. (ແຜນການແມ່ນ 13.318 ໂຕນ) ທຽບໃສ່ແຜນການປະຕິບັດໄດ້ 108,27%.

(ຂ່າວ: ຕະວິນຍານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com