Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫາຍ ບຸນທອງ ຈິດມະນີ ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພົນທີ 2

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 18/01/2023 15:15:16 ຈຳ​ນວນ​​ຢ້ຽມ​ຊົມ 1259 ຄັ້ງ

ໃນວັນທີ 17-18 ມັງກອນ 2023 ນີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພົນທີ 2ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ, ໂດຍມີ ສະຫາຍ ພົງສະຫວັນ ສິດທິວົງ ເຈົ້າແຂວງໄຊຍະບູລີ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງພົນທີ 2 ຕະຫຼອດຮອດກອງບັນຊາການທະຫານແຂວງ, ຄະນະປະຈຳພັກເມືອງໄຊຍະບູລີ, ເມືອງ ພຽງ, ພະນັກງານອາວຸໂສບໍານານ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 2 ເຂົ້າຮ່ວມ.

ສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2 ໄດ້ລາຍງານສະພາບການເຄື່ອນໄຫວ ທີ່ພົ້ນເດັ່ນໃນໄລຍະຜ່ານມາຊຶ່ງກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ໂດຍສະເພາະການປ້ອງກັນບັນດາເປົ້າໝາຍສຳຄັນ, ວັນບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆລະດັບຊາດ ແລະ ສາກົນມີຄວາມສະຫງົບ 100%; ໄປຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະບັນຊາຍັງໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ຍູ້ແຮງການອົບຮົມ-ຫັດແອບ ການເມືອງ-ການທະຫານ, ພະລາທິການ, ເຕັກນິກ, ສິລະປະຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີຄວາມສຳນິຊໍານານ, ເປັນກໍາລັງຫຼັກແຫຼ່ງໃຫ້ກະຊວງປ້ອງກັນປະເທດຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ໄປຄວບຄູ່ກັບການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ. ນອກນັ້ນ, ໄດ້ປ້ອງກັນກວດກາຕິດຕາມເຂດຫຼັກໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປຮັບປະກັນສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂອກາດດຽວກັນນີ້ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ຫ້ອງວ່າການປົກແຂວງໄຊຍະບູລີ ໂດຍການປະດັບຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ຈາກນັ້ນ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພົນທີ 2 ຍາດມາໄດ້ໃນໄລຍະຜ່ານມາ ພ້ອມດຽວກັນນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບທົ່ວກອງພົນທີ 2 ເອົາໃຈໃສ່ ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນ ຂອງການປະຕິວັດ, ປົກປັກຮັກສາອະທິປະໄຕ ແລະ ລະບອບການເມືອງ ຂອງພວກເຮົາ ໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ກອງທັບ ກໍຄື ຂອງກົມກອງ, ຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ; ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ, ພ້ອມດຽວກັນນີ້ ຫົວໜ່ວຍກົມກອງຕ່າງໆຕ້ອງຢູ່ໃຕ້ການນຳພາ ຂອງຄະນະພັກຂັ້ນຂອງຕົນ, ຕ້ອງຮັບປະກັນໃຫ້ຄະນະພັກ ນໍາພາທຸກວຽກງານ, ເປັນຜູ້ຕົກລົງຕັດສິນທຸກບັນຫາສຳຄັນຂອງກົມກອງ; ໄປພ້ອມນີ້ ຕ້ອງປັບປຸງແບບແຜນວິທີເຮັດ, ມີວິທະຍາສາດ, ແທດເໝາະກັບສະພາບການຕົວຈິງ, ໂປ່ງໃສ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ນອນໃນຂອບເຂດຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນບ່ອນອີງ. ນອກນັ້ນກໍ ຕ້ອງໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານ ໃຫ້ໜັກແໜ້ນເຂັ້ມແຂງດັ່ງນັ້ນ, ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ, ທັງຍົກສູງສະຕິການຈັດຕັ້ງລະບຽບວິໄນ ໃຫ້ເຂັ້ມງວດ, ດ້ານວຽກງານແກ້ໄຂຊີວິການເປັນຢູ ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ. ພ້ອມນີ້ຕ້ອງໄດ້ຍົກສູງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະ ເທດສັງຄົມນິຍົມອ້າຍນ້ອງ ກໍ່ຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບພວກເຮົາ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ແລະ ທັນຍຸກສະໄໝ.

ໃນໂອກາດ ທີ່ ຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະພົນທະຫານ ຢູ່ກອງພົນທີ 2 ຂອງ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງກິລາປະກອບມີ ເຂົ້າສານ 3 ໂຕນ, ສາດ 100 ຜືນ, ມຸ່ງ 50 ດາງ, ເຄື່ອງໃຊ້ຄົວເຮືອນ 100 ຊຸດ, ບານສົ່ງ 10 ໜ່ວຍ, ບານເຕະ 10 ໜ່ວຍ, ກະຕໍ້ 10 ໜ່ວຍ, ຕາໜ່າງບານສົ່ງ ແລະ ກະຕໍ້ 10 ດາງ ແລະ ຊຸດກິລາ 50.

ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ລົງຢ້ຽມຢາມພະນັກງານ-ນັກຮົບ ກອງພັນ 409, ກອງພັນ 627 ແລະ ກອງພັນ 614 ທີ່ຂຶ້ນກັບກອງພົນທີ 2 ແລະ ລົງຢ້ຽມຢາມພົບປະໂອ້ລົມ ຄະນະນໍາເມືອງໄຊສະຖານ ແລະ ພໍ່ແມ່ປະຊາຊົນ ພ້ອມນໍາເອົາເຂົ້າສານ 2 ໂຕນມາມອບໃຫ້ອີກດ້ວຍ.

ຂ່າວ-ພາບ: ອາຫວຸ້ນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com