Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ໄດ້ເປີດຂຶ້ນຢ່າງເປັນການ ໃນຕອນເຊົ້າຂອງວັນທີ 19 ມັງກອນ ແລະ ໄດ້ປິດລົງໃນວັນທີ 20 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ 5 ຫົວຂໍ້ທີ່ສຳຄັນ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ຄື:
ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2022 ແລະ ທິດທາງແຜນວຽກຈຸດສຸມ ປີ 2023 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນລະອຽດຄົບຖ້ວນສົມບູນຂຶ້ນຕື່ມ, ທັງຫັນເອົາບັນດາວຽກຈຸດສຸມດັ່ງກ່າວ ສອດເຂົ້າໃນດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປີ 2023 ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມກັນນີ້, ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າ ໃນການສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດທີ່ຕົນຮັບຜິດຊອບດ້ວຍບາດກ້າວບຸກທະລຸ ແລະ ມີທ່ວງທ່າດີຂຶ້ນ. ພ້ອມກັນນັ້ນ, ກໍໃຫ້ມີກົນໄກໃນການຊຸກຍູ້, ຕິດຕາມ, ກວດກາ ແລະ ລາຍງານຄວາມຄືບໜ້າ ຜົນການຈັດຕັ້ງປະຕິບັດທິດຊີ້ນຳ ແລະ ການຕົກລົງ ຂອງລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.
ວາລະທີ 2: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປະຈຳປີ 2023, ແຕ່ໃຫ້ປັບປຸງຕື່ມບາງຈຸດ ຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະເພາະ ການກຳນົດໜ້າວຽກຕົວຈິງ ຕ້ອງລະອຽດ, ຈະແຈ້ງ ແລະ ມີຄາດໝາຍດ້ານເວລາ ໃນການຈັດຕັ້ງປະຕິບັດ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຄືນ ຮ່າງດຳລັດດັ່ງກ່າວໃຫ້ສົມບູນ ເພື່ອສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້ໂດຍໄວ.
ວາລະທີ 3: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາການລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການປັບປຸງສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໃນປີ 2023. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະການກຳນົດແຜນວຽກຕົວຈິງ ແລະ ການຈັດບຸລິມະສິດໃນການປັບປຸງແຕ່ລະວຽກ ໂດຍໃຫ້ມີຄາດໝາຍກຳນົດເວລາລະອຽດ. ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫັນເອົາບັນດາໜ້າວຽກຕົວຈິງໃນການປັບປຸງສະພາບແວດລ້ອມໃນການລົງທຶນ ປະຈຳປີ 2023 ເຂົ້າໃນເນື້ອໃນຂອງດຳລັດນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.
ວາລະທີ 4: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານ ການຮ່ວມມື ລາວ-ຫວຽດນາມ ເປັນຕົ້ນ: ຜົນການຢ້ຽມຢາມ ຂອງຝ່າຍລາວ ຢ່າງເປັນທາງການ, ຜົນກອງປະຊຸມສະຫຼຸບ ປີສາມັກຄີ ລາວ-ຫວຽດນາມ ແລະ ສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນ ຂໍ້ຕົກລົງ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ແຜນການຮ່ວມມື ປີ 2023. ກອງປະຊຸມ ໄດ້ຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນ ເປັນຕົ້ນ ແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2023 ໃຫ້ລະອຽດ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ເປັນພິເສດ ຕໍ່ການແກ້ໄຂບັນດາໂຄງການຮ່ວມມືແກ່ຍາວມາດົນແລ້ວ ໂດຍສະເພາະສະໜາມບິນໜອງຄ້າງ, ທ່າເຮືອຫວຸງອ່າງ ແລະ ອື່ນໆ; ມອບໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຫັນເອົາແຜນວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2023 ອອກເປັນແຈ້ງການສະເພາະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານສະພາບການ ຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ແຕ່ໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະໃນປີ 2023 ຕ້ອງສູ້ຊົນຫັນການເກັບລາຍຮັບ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ໃຫ້ໄດ້ 100% ແລະ ຫັນການເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຕາມແຜນທີ່ໄດ້ກຳນົດໄວ້. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນນຕີ ເປັນເຈົ້າການສົມທົບກັບກະຊວງການເງິນ ຫັນເອົາບັນດາໜ້າວຽກຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ບັນຈຸເຂົ້າໃນເນື້ອໃນຂອງດໍາລັດ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.
ສໍາລັບແຜນວຽກຈຸດສຸມ ໃນປີ 2023, ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດບໍ່ໃຫ້ຕົກເຂົ້າໃນວິກິດ ໄປຄ່ຽງຄູ່ກັບການປະຕິບັດບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້, ຊຶ່ງບັນດາໜ້າວຽກຈຸດສຸມຕົວຈິງຈໍານວນ ໜຶ່ງ ມີດັ່ງນີ້:
1) ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ໃນວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ.
2) ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດ ແມ່ນ:
- ການເກັບລາຍຮັບ ໃຫ້ໄດ້ຕາມແຜນການ ຫຼື ເກີນແຜນ ເປັນປີທີ 3 ຕິດຕໍ່ກັນ ເພື່ອມີທຶນຮອນມາຮອງຮັບການແກ້ໄຂບັນຫາທີ່ເຄັ່ງຮ້ອນ, ໃນນັ້ນ ຈະໄດ້ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ແຂງແຮງ ທັງກວມລວມກວ້າງຂວາງໃນທຸກຂົງເຂດ;
- ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
- ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການ ສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດຕິການຈັດສັນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບຸລິມະສິດ.
- ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້. ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ, ສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ໄລຍະຍາວ. ສົ່ງເສີມການນຳໃຊ້ເງິນກີບຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ.
3) ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງດ້ານເສດຖະກິດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະຫົວໜ່ວຍລັດວິສາຫະກິດ ທີ່ໄດ້ກຳນົດໃນແຜນຂອງການປະຕິຮູບຂອງລັດຖະບານ.
4) ສືບຕໍ່ເລັ່ງປັບປຸງກົນໄກອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານຈະກຳນົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດຊອບໃນການປັບປຸງໃຫ້ລະອຽດ. ນອກນັ້ນ ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້.
5) ຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກທົດແທນການນຳເຂົ້າ ໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດນະໂຍບາຍດັ່ງກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ. ພ້ອມກັນນັ້ນ ກໍຮີບຮ້ອນຄົ້ນຄວ້ານະໂຍບາຍສິນເຊື່ອດອກເບ້ຍຕ່ຳ ເພື່ອສະເໜີລັດຖະບານພິຈາລະນາ ຕົກລົງ.
6) ເພີ່ມຄວາມເອົາໃຈໃສ່ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບການກໍ່ສ້າງຮາກຖານການເມືອງ.
7) ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມ ພ້ອມກັນປະຕິບັດແນວທາງນະໂຍ ບາຍການປະຢັດມັດທະຍັດດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງນໍ້າໃຈຮັກຊາດໃຫ້ສູງຂຶ້ນ ໃນສະພາບທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ.
8. ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ, ຈັດສັນໂກຕ້າລັດຖະກອນໃໝ່ ແລະ ມີນະໂຍບາຍຕໍ່ຄູ-ແພດອາສາສະໝັກ ໂດຍສະເພາະ ຜູ້ທີ່ເຮັດວຽກຫຼາຍປີໃນເຂດຫ່າງໄກສອກຫຼີກ, ສະໜອງອຸປະກອນການຮຽນ-ການສອນ, ປຶ້ມຕຳລາຮຽນໃນສາຍສາມັນສຶກສາ ແລະ ໂຮງຮຽນວິຊາຊີບ ໃຫ້ທົ່ວເຖິງ; ເອົາໃຈໃສ່ວຽກງານໂພຊະນາການອາຫານຂອງເດັກ, ປັບປຸງລະບົບປະກັນສຸຂະພາບ ເພື່ອໃຫ້ກອງທຶນເຂັ້ມແຂງ ແລະ ຍືນຍົງ; ລັດຖະບານປະກອບສ່ວນສ້າງ ແລະ ສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ທີ່ເປັນເປົ້າໝາຍ, ຄຽງຄູ່ກັບການສົ່ງເສີມພາກສ່ວນທຸລະກິດ ສືບຕໍ່ລົງທຶນພັດທະນາ ແລະ ຟື້ນຟູແຫຼ່ງທ່ອງທ່ຽວ; ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.
9) ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນຕາມແນວທາງການຕ່າງປະເທດຂອງພັກ ໂດຍສະເພາະເພື່ອນມິດຍຸດທະສາດ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດເພື່ອນບ້ານ ແລະ ປະເທດອື່ນໆ ລວມທັງ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື, ເອົາໃຈໃສ່ຕິດຕາມສະພາບການຂອງໂລກຢ່າງໃກ້ຊິດ ເພື່ອມີທັດສະນະ ແລະ ມາດຕະການ ຮັບມືແຕ່ຫົວທີ ແລະ ທັນການ, ສຸມໃສ່ກະກຽມຄວາມພ້ອມ ທີ່ສໍາຄັນ ແລະ ຈໍາເປັນ ໃນການເປັນປະທານກອງປະຊຸມສຸດຍອດອາຊຽນ ໃນປີ 2024, ຕ້ອນຮັບການຢ້ຽມຢາມທາງການຂອງການນໍາຂັ້ນສູງຂອງຕ່າງປະເທດ ແລະ ການເຄື່ອນໄຫວຕ່າງປະເທດຂອງການນໍາລາວເຮົາຕາມແຜນການ.
10) ກະກຽມເນື້ອໃນເພື່ອລາຍງານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະການສະຫຼຸບກາງສະໄໝ, ສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ລວມທັງກະກຽມກອງປະຊຸມຮ່ວມລັດຖະບານ ກັບສະພາແຫ່ງຊາດ.
ເພື່ອເຮັດໃຫ້ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ມີຜົນສໍາເລັດ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ສູງຂຶ້ນກວ່າເກົ່າ.
ຂ່າວ-ພາບ: ຫສນຍ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com