Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ ນາງ ແມຣີ ເຈ ໄຊມອນ (Mary J. May Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງໂອຕາວາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳການາດາ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ສ ອາເມຣິກາ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ນາງ ແມຣີ ເຈ ໄຊມອນ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນການາດາ ທຸກທົ່ວໜ້າ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ການາດາ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນປີ 1974 ເປັນຕົົົ້ນມາ ແລະ ໄດ້ສະແດງຄວາມຕັ້ງໃຈທີ່ຈະປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນໃນປັດຈຸບັນ ລະຫວ່າງ ສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າ ໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດລາວ ແລະ ການາດາ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈຝ່າຍການາດາຕໍ່ການຊ່ວຍເຫຼືອອັນມີຄ່າ ໃນໄລຍະຜ່ານມາ ລວມທັງການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ (UXO), ການຊ່ວຍເຫຼືອທາງດ້ານສາທາລະນະສຸກ, ພະລັງງານ, ການສຶກສາ, ການປະຕິບັດດ້ານກົດໝາຍ ແລະ ດ້ານອື່ນໆ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆ ແລະ ຫວັງວ່າການາດາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຟື້ນຟູເສດຖະກິດຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໂລກ.
ທ່ານ ນາງ ແມຣີ ເຈ ໄຊມອນ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ການາດາ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນອົບອຸ່ນຂອງທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ອວຍພອນມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ນໍາພາປະຊາຊົນລາວທຸກທົ່ວໜ້າ ພັດທະນາປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລຍິ່ງໆຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານກໍອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ຈົ່ງປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ເປັນຢ່າງດີທຸກໆປະການ.
ຂ່າວ: ກະຊວງການຕ່າງປະເທດ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com