Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປິດກອງປະຊຸມຄົບຄະນະພັກແຂວງ ຄັ້ງທີ 9 ສະໄໝທີ IX

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/01/2023 08:59:25 ຈຳ​ນວນ​​ຢ້ຽມ​ຊົມ 1580 ຄັ້ງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 9 ສະໄໝທີ IX ໂດຍຕິດພັນກັບການດຳເນີນຊີວິດການເມືອງ ປະຈຳປີ 2022 ດຳເນີນມາເປັນເວລາ 2 ວັນ ຊຶ່ງຈັດຂຶ້ນໃນວັນທີ 23 ມັງກອນ 2023 ແລະ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 24 ມັງກອນ ນີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ 8 ເມືອງ, ເລຂາພັກຮາກຖານ, ໜ່ວຍພັກຮາກຖານພະແນກການ ແລະ ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບ ແລະ ວາງແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ, ວຽກງານ 2 ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ປະຈຳປີ 2022 ແລະ ທິດທາງແຜນການປີ 2023; ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI; ຜ່ານຮ່າງບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ແລະ ດຳເນີນຊີວິດການເມືອງປະຈຳປີ 2022 ພາຍໃນຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ, ໜ່ວຍພັກເພື່ອກວດກາຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່, ຜ່ານການສະຫຼຸບຜົນການດຳເນີນຊີວິດການເມືອງ ແລະ ສໍາຫຼວດກວດກາພາຍໃນຄະນະບໍລິຫານງານພັກແຂວງກໍເຫັນວ່າໃນໄລຍະ 1 ປີຜ່ານມາ ບົນພື້ນຖານຄວາມສາມັກຄີເປັນເອກະພາບພາຍໃນຢ່າງໜັກແໜ້ນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການປະຕິບັດມະຕິ XI ຂອງພັກ ແລະ ມະຕິ IX ຂອງອົງຄະນະພັກແຂວງ.

ໃນວາລະຂອງການດໍາເນີນກອງປະຊຸມ ສະຫາຍ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ, ສືບຕໍ່ນໍາພາດ້ານການເມືອງ-ແນວຄິດໃນຖັນແຖວການນໍາ, ສະມາຊິກພັກ, ພະນັກງານແຕ່ລະຂັ້ນ, ພ້ອມທັງຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍ ແລະ ກໍາແໜ້ນທັດສະນະພື້ນຖານ ຂອງມະຕິ ແລະ ກົດລະບຽບພັກສະໄໝທີ XI ໃຫ້ເລິກເຊິ່ງ, ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມປີ 2023 ໂດຍເນັ້ນໃສ່ການສ້າງຖານການຜະລິດ ຕິດພັນກັບການສ້າງຖານລາຍຮັບໃໝ່, ການອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ, ຂຸດຄົ້ນແຫຼ່ງລາຍຮັບຄຽງຄູ່ກັບການຄຸ້ມຄອງລາຍຈ່າຍ ແລະ ຕ້ານການຟຸ່ມເຟືອຍໃນການໃຊ້ຈ່າຍງົບປະມານຂອງລັດ, ເພີ່ມທະວີການປັບປຸງກົງຈັກອຳນາດລັດແຕ່ລະຂັ້ນໃຫ້ກະທັດຮັດ ແລະ ເຂັ້ມແຂງ, ນອກຈາກນີ້ທ່ານຍັງໄດ້ເນັ້ນໜັກຄືນຕື່ມໃຫ້ທຸກສະຫາຍໃນກອງປະຊຸມໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ເພື່ອສູ້ຊົນໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

(ຂ່າວ-ພາບ: ກິນດາວັນ ອ້ວນນາຄູ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com