Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຂວງເຊກອງ ຈະປະຕິບັດ 11 ວຽກຈຸດສຸມໃຫ້ບັນລຸຜົນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/01/2023 09:00:44 ຈຳ​ນວນ​​ຢ້ຽມ​ຊົມ 2176 ຄັ້ງ

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໃນວັນທີ 25 ມັງກອນ ນີ້ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງປະຈໍາປີ 2022 ແລະ ສະເໜີທິດທາງແຜນວຽກຈຸດສຸມປີ 2023 ໂດຍຈະປະຕິບັດ 11 ວຽກຈຸດສຸມໃຫ້ບັນລຸຜົນສໍາເລັດຄື: ປັບປຸງກົນໄກການຄຸ້ມຄອງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການຄຸ້ມຄອງທຶນຊ່ວຍເຫຼືອເພື່ອການພັດທະນາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ລື່ນຄາດໝາຍແຜນການທີ່ວາງໄວ້ຕິດພັນກັບມາດຕະການຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຢ່າງເຄັ່ງຄັດ, ເຂັ້ມງວດ ແລະ ນໍາໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍໃນການຄຸ້ມຄອງງົບປະມານໃຫ້ຫຼາຍກວ່າເກົ່າ, ຍົກສູງຄຸນນະພາບການຄຸ້ມຄອງລາຍຈ່າຍງົບປະມານ, ການປະຕິບັດມາດຕະການປະຢັດຕ້ານການຟຸ່ມເຟືອຍໃນກົງຈັກລັດໃຫ້ເກີດຜົນເປັນຈິງຫຼາຍຂຶ້ນ; ພ້ອມນີ້ ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະສຸມໃສ່ປະຕິບັດບັນດາໂຄງການຕ່າງໆທີ່ໄດ້ກຳນົດໄວ້ໃຫ້ເປັນຮູບປະທຳ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການພັດທະນາສິນຄ້າໂອດັອບ; ພັດທະນາຕົວເມືອງເທດສະບານຂອງແຂວງ ແລະ ເທດສະບານເມືອງຕ່າງໆໃຫ້ໄດ້ 4 ສ 3 ຄ; ຄຸ້ມຄອງສິ່ງແວດລ້ອມທຳມະຊາດ-ສັງຄົມ, ການຟື້ນຟູປ່າໄມ້ ແລະ ປົກປັກຮັກສາປ່າໄມ້ປະເພດຕ່າງໆໃຫ້ຍືນຍົງ ຕິດພັນກັບການແກ້ໄຂຜົນກະທົບຂອງໂຄງການລົງທຶນຕ່າງປະເທດຕໍ່ສະພາບແວດລ້ອມ ແລະ ສັງຄົມໃຫ້ມີປະສິດທິພາບ; ຍົກສູງຄຸນນະພາບໃນການຄຸ້ມຄອງບໍລິຫານລັດ, ການຫັນເປັນທັນສະໄໝ, ການສ້າງເມືອງໃໝ່ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ; ພັດທະນາການທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ, ຄຸນນະພາບຂອງການບໍລິການຮ້ານອາຫານ, ໂຮງແຮມ, ເຮືອນພັກ ເພື່ອຮອງຮັບການພັດທະນາແຫຼ່ງທ່ອງທ່ຽວຕ່າງໆໃຫ້ສຳເລັດ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ຈະມາທ່ຽວແຂວງເຊກອງນັບມື້ນັບເພີ່ມຂຶ້ນ; ປະຕິບັດຄາດໝາຍຕົວຊີ້ວັດຕ່າງໆຂອງຂົງເຂດສຶກສາ, ສາທາລະນະສຸກ ແລະ ຂົງເຂດອື່ນໆໃຫ້ໄດ້ຕາມແຜນການທີ່ວາງໄວ້; ປະຕິບັດວາລະແຫ່ງຊາດ ວ່າດ້ວຍມາດຕະການແກ້ໄຂບັນຫາຢາເສບຕິດ, ສ້າງຄວາມເຂັ້ມແຂງໂປ່ງໃສໃນກຳລັງປ້ອງກັນຄວາມສະຫງົບ, ປາບປາມຜູ້ຄ້າຂາຍ-ຜູ້ເສບໃຫ້ແຂງແຮງກວ່າເກົ່າ, ກໍ່ສ້າງ-ສ້ອມແປງສູນບຳບັດຢາເສບຕິດໃຫ້ສຳເລັດໂດຍໄວ, ສ້າງຂະແໜງການກົມກອງຂັ້ນແຂວງ-ເມືອງ ແລະ ສ້າງຄອບຄົວສ້າງບ້ານປອດຢາເສບຕິດ, ເພີ່ມທະວີການໂຄສະນາຜົນຮ້າຍຂອງຢາເສບຕິດໃຫ້ແຂງແຮງກວ່າເກົ່າ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງແຂວງເຊກອງ ກັບ ແຂວງແຮກສ່ຽວ ແລະ ກັບບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ທີ່ການນຳຂັ້ນສູງຂອງແຂວງໄດ້ມີການພົວພັນໃນປີ 2022 ຜ່ານມາ ແລະ ປະເທດອື່ນໆທີ່ເປັນຄູ່ຮ່ວມມືໃຫ້ເກີດເປັນຮູບປະທຳຫຼາຍກວ່າເກົ່າ.

(ຂ່າວ-ພາບ: ເຊກອງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com