Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປີ 2022 ເສດຖະກິດເມືອງພຽງ ຂະຫຍາຍຕົວໃນລະດັບ 6,7% ຕໍ່ປີ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/01/2023 10:49:32 ຈຳ​ນວນ​​ຢ້ຽມ​ຊົມ 12987 ຄັ້ງ

ເຖິງແມ່ນວ່າປີ 2022 ຜ່ານມາ, ເມືອງພຽງ ແຂວງໄຊຍະບູລີຈະໄດ້ຮັບຜົນກະທົບໂດຍກົງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເກີດໄພທຳມະຊາດ, ສັດຕູພືດ, ພະຍາດສັດ ບວກກັບສະພາບຜັນແປຂອງໂລກ. ແຕ່ພາຍໃຕ້ການຊີ້ນໍາ-ນຳພາຂອງອົງຄະນະພັກເມືອງ, ອົງການປົກຄອງທຸກຂັ້ນໄດ້ມີຄວາມພະຍາຍາມເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາ-ເສດຖະກິດ-ສັງຄົມຂອງຕົນ, ເຮັດໃຫ້ສະພາບໂດຍລວມຂອງເມືອງຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ພ້ອມດຽວກັນນັ້ນບັນດາພື້ນຖານໂຄງລ່າງດ້ານເສດຖະກິດກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ປີ 2022 ຜ່ານມາ,ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 6,7% ຕໍ່ປີ,ລວມຍອດລາຍຮັບພາຍໃນເມືອງທັງໝົດ 1.762,44 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,73 ລ້ານກີບ ຫຼື ເທົ່າກັບ 3.108 ໂດລາຕໍ່ຄົນຕໍ່ປີ ທຽບໃສ່ຄາດໝາຍປີ 5 ປີ ປະຕິບັດໄດ້ 95,87%(ຄາດໝາຍແມ່ນ 8,3%).ລາຍຮັບດ້ານກະສິກໍາ-ປ່າໄມ້ເພີ່ມຂຶ້ນ 8% ເທົ່າກັບ 519,7 ຕື້ກີບ ກວມເອົາ 30%,ລາຍຮັບດ້ານອຸດສາຫະກໍາ-ຫັດຖະກຳ ເພີ່ມຂຶ້ນ 18% ເທົ່າກັບ 414,31 ຕື້ກີບ ກວມເອົາ 25%ແລະ ລາຍຮັບດ້ານບໍລິການ-ການຄ້າ ເພີ່ມຂຶ້ນ 10% ເທົ່າກັບ 792,43 ຕື້ກີບ ກວມເອົາ 45% ຂອງລາຍຮັບທັງໝົດ.

ສໍາລັບການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດຄຳແນະນຳ ຂອງລັດຖະມົນຕີກະຊວງການເງິນ ເລກທີ 5880/ກງ, ວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ແຜນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ ແລະຄໍາສັ່ງ ສະບັບເລກທີ 18/ນຍ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ. ໄລຍະ 1 ປີຜ່ານມາ,ເມືອງສາມາດຈັດເກັບລາຍຮັບໄດ້ທັງໝົດ3,89ຕື້ກີບເທົ່າກັບ110,75% ຂອງແຜນການປີ ໃນນີ້,ລາຍຮັບຈາກສ່ວຍສາອາກອນ3,53ຕື້ກີບແລະຮັບຈາກຊັບສິນ362,27ລ້ານກີບ. ປະຕິບັດລາຍຈ່າຍທັງໝົດ3,45ຕື້ກີບເທົ່າກັບ98,45% ຂອງແຜນການປີໃນນີ້,ຈ່າຍບໍລິຫານ2,81ຕື້ກີບ,ຈ່າຍດັດສົມສົ່ງເສີມ644,26ລ້ານກີບ. ເມືອງໄດ້ແກ້ໄຂການນໍາເຂົ້າພາຫະນະບໍ່ຖືກຕ້ອງປະເພດລົດຈັກໄດ້ທັງໝົດ83 ຄັນ, ລວມລາຍຮັບຄ່າພາສີ-ອາກອນ 104,03 ລ້ານກີບ,ຄ່າທໍານຽມທາງສາມາດປະຕິບັດໄດ້ 1,58 ຕື້ກີບ ເທົ່າກັບ 96,6% ຂອງແຜນການປີ, ພາສີທີ່ດິນປະຕິບັດໄດ້ 4,71 ຕື້ກີບ, ເທົ່າກັບ 69,1% ຂອງແຜນການປີ.ຫັນເປັນທັນສະໄໝ ໂດຍສະເພາະແມ່ນການນໍາໃຊ້ລະບົບ ແທັກລີສ (TaxRis)ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານ.

ສໍາລັບປີ 2023ນີ້ເມືືອງພຽງຈະສືບຕໍ່ຍູ້ແຮງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 8,4%ໂດຍສຸມໃສ່ຊຸກຍູ້ສົ່ງເສີມພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂັ້ມແຂງກາຍເປັນກໍາລັງສໍາຄັນໃນການຂັບເຄື່ອນເສດຖະກິດຂອງເມືອງ.ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການຕ້ານການຮົ່ວໄຫຼລາຍຮັບງົບປະມານ.ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 3,53 ຕື້ກີບ ໃນນີ້,ຮັບຈາກຊ່ວຍສາອາກອນ 3,33 ຕື້ກີບ,ຮັບຈາກຊັບສິນ 204,03 ລ້ານກີບ, ປະຕິບັດລາຍຈ່າຍໃຫ້ໄດ້ 3,91 ຕື້ກີບ ໃນນີ້,ຈ່າຍບໍລິຫານ 3,14 ຕື້ກີບ,ຈ່າຍດັດສົມສົ່ງເສີມ 764 ລ້ານກີບ. ຈັດຕັ້ງພະນັກງານລົງຊຸກຍູ້ຈັດເກັບລາຍຮັບຂັ້ນເມືອງຄຸ້ມຄອງ, ການເງິນຂັ້ນບ້ານເລັ່ງທວງ ອາກອນຄ້າງມອບນໍາຜູ້ປະກອບການຕ່າງໆ ພາຍໃນເມືອງ. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງ ເພື່ອລົງເກັບກໍາຂໍ້ມູນຖານລາຍຮັບພາຍໃນເມືອງໃຫ້ມີຄວາມຊັດເຈນ ຖືກຕ້ອງ ແລະ ຄົບຖ້ວນ.ເບີກຈ່າຍເງິນບໍລິຫານ, ເງິນດັດສົມ ໃຫ້ແກ່ບັນດາຫ້ອງການ ຕາມການຈັດແບ່ງລາຍຈ່າຍງົບປະມານເປັນແຕ່ລະງວດ ແລະ ຕາມຄວາມອາດສາມາດຕົວຈິງ ຂອງລະບົບຄັງເງິນສົດ.ກະກຽມປິດສະຫຼຸບບັນດາຫົວໜ່ວຍງົບປະມານຢູ່ຂັ້ນເມືອງ ປະຈໍາປີ 2022 ເພື່ອເປັນບ່ອນອີງ ໃນການໄລ່ລຽງປິດບັນຊີຢູ່ຂັ້ນແຂວງ.

ຂ່າວ:ຕະວິນຍາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com