Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບົດຖະແຫຼງຂ່າວ ວັນສ້າງຕັ້ງສະຫະພັນກຳມະບານ 1 ກຸມພາ ຄົບຮອບ 67ປີ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/01/2023 10:30:54 ຈຳ​ນວນ​​ຢ້ຽມ​ຊົມ 1578 ຄັ້ງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານ 1 ກຸມພາ ຄົບຮອບ67ປີ(1 ກຸມພາ1956 - 1 ກຸມພາ2023), ທ່ານ ນາງ ອາລີຍາວັນ ອັກຄະວົງຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວວ່າ: ຄືດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ ວັນທີ 1 ກຸມພາ ຂອງທຸກໆປີ ສູນກາງສະຫະພັນກຳມະບານລາວ ກໍຄືສະຫະພັນກຳມະບານແຕ່ລະຂັ້ນ ໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍບັນຍາກາດທີ່ມີຄວາມໝາຍ ຄວາມສຳຄັນ ສຳລັບຖັນແແຖວຄະນະນຳກຳມະບານ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າເພື່ອລະນຶກເຖິງມູນເຊື້ອ ຜົນງານການເຄື່ອນໄຫວໃນແຕ່ລະໄລຍະ ຂອງອົງການຈັດຕັ້ງກຳມະບານກໍຄື ສະຫະພັນກຳມະບານລາວ.

ພາຍຫຼັງການສ້າງຕັ້ງພັກປະຊາຊົນປະຕິວັດລາວເກືອບ 1 ປີ; ມາເຖິງວັນທີ 1 ກຸມພາ ປີ 1956 ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ. ໂດຍມີຈຸດປະສົງເພື່ອສືບຕໍ່ໂຄສະນາຂົນຂວາຍເຕົ້າໂຮມກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດນ້ຳໃຈຮັກຊາດ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງເຂົາຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ປີ 1966 ສູນກາງພັກໄດ້ປັບປຸງການຈັດຕັ້ງກຳມະບານຢ່າງເປັນທາງການໂດຍມອບຄວາມຮັບຜິດຊອບໃຫ້ທ່ານໜູຮັກ ພູມສະຫວັນ ເປັນຜູ້ຊີ້ນຳ. ເພື່ອສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະກອບສ່ວນໃນພາລະກິດຕໍ່ສູ້ປະຕິວັດເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ຢູ່ເຂດປົດປ່ອຍພັກໄດ້ເອົາໃຈໃສ່ຊີ້ນຳກໍ່ສ້າງເສດຖະກິດຢ່າງເປັນລະບົບ ສ້າງໂຮງຈັກ, ໂຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕ່ຳແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ, ອັນໄດ້ເຮັດໃຫ້ກຳມະກອນນັບມື້ນັບເພີ່ມຂຶ້ນ, ອົງການກຳມະບານກໍໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສຳນັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ. ໜ້າທີ່ຕົ້ນຕໍຂອງກຳມະບານ: ຖືເອົາການໂຄສະນາປະຕິບັດແນວທາງຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ ສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກຳລັງກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ຂອງມະຫາຊົນໃຫ້ຟົດຟື້ນຢ່າງຕໍ່ເນື່ອງໂດຍຢຶດໝັ້ນແນວທາງນະໂຍບາຍຂອງພັກ: ສັນຕິພາບ, ເອກະລາດ ປະຊາທິປະໄຕ ແລະ ເອກະພາບ.

ພາຍຫຼັງສ້າງຕັ້ງລະບອບໃໝ່ (ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)ກົມການເມືອງສູນກາງພັກໄດ້ສືບຕໍ່ຊີ້ນຳການເຄື່ອນໄຫວຂອງສະຫະພັນກຳມະບານລາວມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງການຈັດຕັ້ງ ສະຫະພັນກຳມະບານລາວເປັນລະບົບ ແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ, ໃນນີ້ເພື່ອກະກຽມໃຫ້ການດຳເນີນກອງປະຊຸມໃຫຍ່ກຳມະບານທົ່ວປະເທດຄັ້ງທີ I ສູນກາງພັກໄດ້ແຕ່ງຕັ້ງຄະນະຄົ້ນຄວ້າປັບປຸງການຈັດຕັ້ງກຳມະບານລາວຂຶ້ນປະກອບມີ 5 ທ່ານ ໂດຍແມ່ນທ່ານ ສະນັ່ນສຸດທິຈັກ ກຳມະການສູນກາງພັກເປັນປະທານໃນເວລານັ້ນ.

ນັບແຕ່ມີການສ້າງຕັ້ງອົງການຈັດຕັ້ງກຳມະບານລາວກໍຄືສະຫະພັນກຳມະບານລາວໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດໃນການໂຄສະນາສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ່ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະຜູ້ອອກແຮງງານລາວໄດ້ມີຜົນສຳເລັດຫຼາຍໆດ້ານເປັນຕົ້ນ ໃນປີ 2022 ໄດ້ສະເໜີລັດຖະບານຂຶ້ນຄ່າແຮງງານຂັ້ນຕ່ຳຊຸດໃໝ່ໃນພາກວິສາຫະກິດຈາກ 1.100.000 ກີບມາເປັນ 1.200.000 ກີບ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 1 ສິງຫາ 2022 ເປັນຕົ້ນມາ ແລະ ໃນວັນທີ 1 ພຶດສະພາ 2023 ທີ່ຈະມາເຖິງຈະເພີ່ມຈາກ 1.200.000 ກີບ ຂຶ້ນເປັນ 1.300.000 ກີບ ແລະ ໄດ້ລົງຊຸກຍູ້ການເຄື່ອນໄຫວວຽກງານກຳມະບານຢູ່ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ.

ນະໂອກາດອັນມີຄວາມໝາຍສຳຄັນນີ້ຂ້າະພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດທຸກທ່ານຈົ່ງມີພະລານາໄມສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະສືບຕໍ່ນຳພາປະເທດຊາດກ້າວຂຶ້ນຢ່າງມີໄຊ.

ຂໍອວຍພອນໄຊ ໃຫ້ຄະນະພັກ, ອົງການປົກຄອງ, ຄະນະນຳກຳມະບານລາວແຕ່ລະຂັ້ນຕະຫຼອດເຖິງສະມາຊິກກຳມະບານ, ກຳມະກອນ ແລະຜູ້ອອກແຮງງານລາວບັນດາເຜົ່າຈົ່ງມີສຸຂະພາບທີ່ເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະສູງສົ່ງຂອງບັນດາທ່ານ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com