Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມໂຕະມົນປຶກສາຫາລື 5 ຫົວຂໍ້ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ສປປ ລາວ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/01/2023 10:31:33 ຈຳ​ນວນ​​ຢ້ຽມ​ຊົມ 1901 ຄັ້ງ

ກອງປະຊຸມໂຕະມົນ ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຫົວຂໍ້: “ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປະຈໍາປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ”, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນແລະທ່ານນາງ ຊາລາ ເຊັກເກເນສຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີບັນດາທ່ານລັດຖະມົນຕີ,ຮອງລັດຖະມົນຕີ,ຮອງເຈົ້າແຂວງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີ ແລະ ປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື: 1) ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022ແລະ ແຜນປີ 2003; 2) ຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); 3) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ; 4) ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ແລະ 5) ທິດທາງການຮ່ວມມືໃນຕໍ່ໜ້າເພື່ອການພັດທະນາທີ່ມີປະສິດທິຜົນ ພາຍໃຕ້ແຜນດໍາເນີນງານຖະແຫຼງການວຽງຈັນ ແລະ ການທົບທວນໜ່ວຍງານຂະແໜງການ.

ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ຕໍ່ ສປປ ລາວ ພວກຂ້າພະເຈົ້າ ສໍາລັບກອງປະຊຸມໂຕະມົນ ປະຈໍາປີ 2022 ໃນຄັ້ງນີ້ ຖືເປັນໂອກາດດີ ທີ່ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນປີ 2023, ຍຸດທະສາດການເງິນ, ຂອບການຟື້ນຟູເສດຖະກິດ ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກົນໄກການຮ່ວມມື ເພື່ອການພັດທະນາ.

ພ້ອມກັນນີ້ ທ່ານຄໍາເຈນ ວົງໂະສີ ຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງໜ່ວຍງານຂະແໜງການ ກໍຄື ແຜນດໍາເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ, ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສອງວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້ ເຖິງແມ່ນວ່າ ສປປ ລາວ ຈະປະເຊີນກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາ ທີ່ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

ທ່ານນາງ ຊາລາ ເຊັກເກເນສ ໄດ້ມີຄໍາເຫັນວ່າ: ເນື່ອງຈາກຄວາມທ້າທາຍຫຼາຍຢ່າງທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ, ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ, ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ, ຂະບວນການໂຕະມົນນີ້ ຖືເປັນເວທີອັນລໍ້າຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານ,ບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ, ແນວໃດກໍຕາມ ການຟື້ນຟູ ແລະ ການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ, ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີໃຫ້ແກ່ການປຶກສາຫາລື ແລະ ການແລກ ປ່ຽນຊງກັນແລະກັນ.

ຂ່າວ-ພາບ: ນາງແສງຈັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com