Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຜູ້ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງໄດ້ຈັດພິທີປະກາດການສ້າງຕັ້ງກຸ່ມຜະລິດກະສິກຳອິນຊີບ້ານຫຼັກ40ເມືອງປາກຊ່ອງແຂວງຈຳປາສັກຢ່າງເປັນທາງການພາຍຫຼັງມີນິຕິກຳຂອງເມືອງອະນຸຍາດໃຫ້ຈັດຕັ້ງເຄື່ອນໄຫວມາໃນໄລຍະ1ປີຜ່ານມາ. ພິທີຈັດຂຶ້ນວັນທີ25ມັງກອນນີ້ທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໂດຍການເປັນປະທານຮ່ວມຂອງທ່ານ ຊັບປະທີບໄຊຍະວົງຮອງເລຂາພັກເມືອງປາກຊ່ອງ, ທ່ານນາງສອນທິດາອຸນາພົມຜູ້ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ປະທານຄະນະບໍລິຫານກຸ່ມຜູ້ຜະລິດກະສິກໍາອິນຊີບ້ານຫຼັກ40ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານນາງສອນທິດາອຸນາພົມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກຸ່ມໃນຊຸມປີຜ່ານມາ ຊຶ່ງກຸ່ມຜະລິດກະສິກໍາອິນຊີບ້ານຫຼັກ40ໄດ້ຮັບອະນຸຍາດສ້າງຕັ້ງແລະຄຸ້ມຄອງໂດຍທ່ານເຈົ້າເມືອງແລະຫ້ອງການກະສິກຳແລະປ່າໄມ້ເມືອງໃນການດໍາເນີນກິດຈະການຜະລິດກະສິກໍາອິນຊີປູກພືດຜັກປອດສານພິດເປັນສິນຄ້າລວມໝູ່ຂອງປະຊາຊົນບ້ານຫຼັກ40ເມືອງປາກຊ່ອງໃນຕົ້ນປີ2021. ປັດຈຸບັນມີສະມາຊິກທັງໝົດ60ຄອບຄົວ, ສະມາຊິກສໍາຮອງ11ຄອບຄົວ, ແບ່ງເປັນ4ຈຸຜະລິດໂດຍໄດ້ປູກພືດຜັກແລະໝາກໄມ້ໃນແບບສວນປະສົມປະສານແຊມໃສ່ໃນເນື້ອທີ່ສວນກາເຟຂອງແຕ່ລະຄອບຄົວຈໍານວນ87ເຮັກຕາ, ລົງທຶນຈົດທະບຽນສ້າງຕັ້ງກຸ່ມຈໍານວນ100ລ້ານກີບຊຶ່ງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຈໍາກັດ (ຄູ່ສັນຍາ) ໄດ້ກໍານົດນະໂຍບາຍສົ່ງເສີມກຸ່ມດ້ວຍວິທີການເກັບຊື້ຜົນຜະລິດແບບຄໍ້າປະກັນລາຄາທີ່ເໝາະສົມກັບກຸ່ມໂດຍອີງຕາມສະພາບຕົວຈິງໃນແຕ່ລະໄລຍະ. ນອກນີ້ຍັງມີບໍາເນັດເພີ່ມຕື່ມໃຫ້ກິໂລລະ200ກີບເພື່ອໃຫ້ກຸ່ມມີເງິນສະສົມສ້າງກອງທຶນຄັງສະຫວັດດີການຂອງກຸ່ມ. ໃນ1ປີຜ່ານມາກຸ່ມສາມາດຈໍາໜ່າຍຜົນຜະລິດໃຫ້ບໍລິສັດ (ຄູ່ສັນຍາ) ໄດ້ຈໍານວນ48,9ໂຕນຄິດເປັນເງິນ561ລ້ານກ່ວາກີບ. ໃນນີ້, ບໍລິສັດໄດ້ວາງແຜນຈະເກັບຊື້ພືດຜັກ-ໝາກໄມ້ໃຫ້ໄດ້44ຊະນິດ/ເດືອນ, ແຕ່ການເຄື່ອນໄຫວຕົວຈິງສາມາດສະໜອງໄດ້ພຽງແຕ່24ຊະນິດ, ໃນນັ້ນປະເພດຜັກ18ຊະນິດ, ປະເພດໝາກໄມ້5ຊະນິດແລະຖ່ານດັງໄຟລວມທັງໝົດ48.994ກິໂລແລະສາມາດເກັບເງິນກອງທຶນຄັງສະສົມສະຫວັດດີການຂອງກຸ່ມກິໂລລະ200ກີບໄດ້9.798.940ກີບ; ສໍາລັບທິດທາງແຜນການໃນປີ2023, ຈະສືບຕໍ່ຜະລິດແລະຈໍາໜ່າຍຜົນຜະລິດກະສິກໍາອິນຊີພືດຜັກປອດສານພິດເປັນສິນຄ້າໃຫ້ແຂງແຮງກວ່າເກົ່າຊຶ່ງຢູ່ພາຍໃນສວນປູກຂອງແຕ່ລະຄອບຄົວຈະສູ້ຊົນສະໜອງໃຫ້ຄູ່ສັນຍາກໍຄືແຫຼ່ງທ່ອງທ່ຽວຕາດເຍືອງແລະສາມາດຈໍາໜ່າຍທົ່ວໄປຫຼືໃນຕະຫຼາດສົດກັບທີ່ຕາດເຍືອງແລະສົ່ງອອກຂາຍພາຍໃນແລະຕ່າງປະເທດໃຫ້ໄດ້75ໂຕນຕໍ່ປີເພື່ອໃຫ້ສະມາຊິກແຕ່ລະຄອບຄົວມີລາຍຮັບເພີ່ມແລະມີເງິນກອງທຶນສະສົມພາຍໃນກຸ່ມເພື່ອເປັນສະຫວັດດີການໃຫ້ສະມາຊິກ. ພ້ອມນີ້ກໍຈະຂະຫຍາຍເນື້ອທີ່ສວນລວມຂອງກຸ່ມຢູ່ໃນເນື້ອທີ່ຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງໃຫ້ຫຼາຍຂຶ້ນກ່ວາເກົ້າ.
ຈຸດປະສົງກໍເພື່ອເປີດໂອກາດໃຫ້ປະຊາຊົນທີ່ຢູ່ໃນເຂດພື້ນທີ່ໃກ້ຄຽງແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງໄດ້ມີຜົນປະໂຫຍດແລະປະກອບສ່ວນຮ່ວມໃນກິດຈະກໍາການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງແບບຍືນຍົງປະຊາຊົນມີສ່ວນຮ່ວມຊຶ່ງຈະມີລາຍໄດ້ສໍາຮອງເພີ່ມຈາກການປູກກາເຟໂດຍການສະໜອງພືດຜັກ, ໝາກໄມ້ປອດສານພິດໃຫ້ແຫຼ່ງທ່ອງທ່ຽວນໍາມາປຸງແຕ່ງອາຫານເພື່ອສຸຂະພາບທີ່ມີເອກະລັກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດແລະຈໍາໜ່າຍກັບທີ່, ທົ່ວໄປແລະພາຍໃນຕະຫຼາດສົດຕາດເຍືອງແລະສົ່ງອອກໄປຂາຍພາຍໃນແລະຕ່າງປະເທດເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວພໍ່ແມ່ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ເຮັດໃຫ້ພໍ່ແມ່ປະຊາຊົນເປັນເຈົ້າການປະກອບສ່ວນໃນການອະນຸລັກປົກປັກຮັກສາທໍາມະຊາດ, ສິ່ງແວດລ້ອມ, ປ່າໄມ້ແລະແຫຼ່ງນໍ້າໃຫ້ມີຄວາມອຸດົມສົມບູນຕິດພັນກັບການອະນຸລັກຮັກສາວັດທະນະທໍາ, ຮີດຄອງປະເພນີທີ່ມີເອກະລັກໃຫ້ຍືນຍົງໂດຍສະເພາະແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດເຍືອງ,ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍໃນພິທີໄດ້ມອບຂອງຂວັນແລະຍ້ອງຍໍພ້ອມນະໂຍບາຍໃຫ້ແກ່ສະມາຊິກກຸ່ມທີ່ດີເດັ່ນໃນການປູກແລະສົ່ງຜົນຜະລິດອິນຊີເຂົ້າມາຈຳໜ່າຍພາຍໃນກຸ່ມຕື່ມອີກ.
ຈາກນັ້ນ, ທ່ານ ຊັບປະທີບໄຊຍະວົງຮອງເລຂາພັກເມືອງພ້ອມຂະແໜງການ,ຫ້ອງການກ່ຽວຂ້ອງເຊັ່ນ:ຫ້ອງການຖວທເມືອງ, ຫ້ອງການກະສິກໍາ-ປ່າໄມ້ເມືອງ, ຫ້ອງການຮສສເມືອງແລະເລຂາຄະນະພັກຮາກຖານກຸ່ມບ້ານທີIII ກໍໄດ້ມີຄໍາເຫັນເປັນເອກກະພາບສູງຕໍ່ຜົນງານການເຄື່ອນໄຫວຂອງກຸ່ມໃນໄລະຍະຜ່ານມາແລະຝາກຄວາມຫວັງເຊື່ອໝັ້ນວ່າພາຍໃຕ້ການບໍລິຫານຈັດການທີ່ດີແລະມີປະສົບການສູງຂອງທ່ານນາງສອນທິດາອຸນາພົມຜູ້ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງໃນຕໍ່ໜ້າຈະສາມາດຂະຫຍາຍກິດຈຳການໄດ້ຢ່າງກວ້າງຂວາງແລະເຂັ້ມແຂງນຳຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ເກດສະໜາແກ້ວສຸວັນນະແສງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com