Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ເປີດກອງປະຊຸມຄົບຄະນະ ປະຈໍາປີ 2022 ແລະ ປະກາດຍ້ອງຍໍຜົນງານ 5 ປີ (2016-2020) ສະພາປະຊາຊົນແຂວງສາລະວັນ ຈັດຂຶ້ນໃນວັນທີ 7 ກຸມພານີ້ ທີ່ສະໂມສອນແຂວງ,ພາຍໃຕ້ການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ຊາດ ເຂດເລືອກຕັ້ງທີ 14ປະທານສະພາປະຊາຊົນແຂວງ, ມີ ສສຊ ເຂດເລືອກຕັ້ງທີ 14,ສສຂແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ຊຶ່ງໄດ້ເອົາໃຈໃສ່ປະຕິບັດຕາມ 3 ພາລະບົດບາດ, ສິດ ແລະ ໜ້າທີ່ ຄື: ພິຈາລະນາ, ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນດານິຕິບັນຍັດ, ນິຕິກຳ ຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ, ພິຈາລະນາຕົກລົງຮັບຮອງເອົາບັນຫາສຳຄັນຂອງຊາດຂອງແຂວງ ແລະ ການຕິດຕາມກວດກາບັນດາວຽກງານຕ່າງໆ.
ໄລຍະ 1 ປີຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດ ໄດ້ຮ່ວມຄົ້ນຄວ້າ, ພິຈາລະນາຮັບຮອງເອົາບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍ ຢູ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ທັງໄດ້ປະກອບຄຳຄິດເຫັນປັບປຸງເນື້ອໃນກົດໝາຍ ແລະ ກົດໝາຍສ້າງຂຶ້ນໃໝ່, ທາບທາມຮ່າງກົດໝາຍທັງພາຍໃນ ແລະ ຕ່າງປະເທດ. ການຕົກລົງບັນຫາພື້ນຖານສຳຄັນຂອງຊາດຂອງແຂວງ ເປັນຕົ້ນ: ພິຈາລະນາຮັບຮອງການໂຈະການປະຕິບັດໂຄງການລົງທຶນຂອງລັດ ໂຄງການກໍ່ສ້າງຝາຍນ້ຳລົ້ນ ຢູ່ 2 ເມືອງຄື: ເມືອງວາປີ ແລະ ເມືອງຕຸ້ມລານ. ນອກຈາກນັ້ນ, ກໍໄດ້ເຄື່ອນໄຫວຕິດຕາມກວດກາ, ປະເມີນຜົນການປະຕິບັດບັນດາອໍານາດຂອງລັດຂັ້ນທ້ອງຖິ່ນ ເຊັ່ນ: ປະເມີນກົດໝາຍ 4 ສະບັບທີ່ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນ 2 ວາລະແຫ່ງຊາດ, ການປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ວຽກງານກວດສອບ, ວຽກງານອົງການໄອຍະການ, ສານປະຊາຊົນ ແລະ ບັນດາໂຄງການລົງທຶນຂອງລັດ ປະຈໍາປີ 2022 ຂອງແຂວງ. ນອກຈາກວຽກງານຫຼັກແລ້ວ ຍັງໄດ້ເຄື່ອນໄຫວວຽກງານປິ່ນອ້ອມຢ່າງແຂງແຮງ, ທັງໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ຕິດພັນກັບຢ້ຽມຢາມພົບປະປະຊາຊົນ ຜູ້ມີສິດເລືອກຕັ້ງ ສາມາດປະຕິບັດໄດ້ 68 ຈຸດ ເທົ່າກັບ 76%, ມີຜູ້ເຂົ້າຮ່ວມເກືອບ 11 ພັນເທື່ອຄົນ ຄຽງຄູ່ກັນນັ້ນ, ກໍໄດ້ຮັບຟັງຄໍາສະເໜີ, ຄວາມຂັດຂ້ອງໝອງໃຈຕໍ່ວຽກງານອື່ນໆ, ຄຳຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ເພື່ອເກັບກຳຂໍ້ມູນ, ລາຍງານ ແລະ ປະສານສົມທົບກັບການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ແລະ ປະເມີນສະພາບຄວາມເປັນຈິງ ເພື່ອແກ້ໄຂບັນຫາຕ່າງໆ ໃຫ້ຊັດເຈນ ແລະ ຖືກຕ້ອງຕາມກົດໝາຍ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງໄດ້ປະກອບຄຳຄິດເຫັນ, ແລກປ່ຽນຕໍ່ກັບການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ເພື່ອສ່ອງແສງເຖິງຄວາມເປັນຈິງ ທີ່ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່, ທັງເປັນການຕີລາຄາບັນດາຈຸດດີ, ດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ທີ່ຈະສະເໜີໃຫ້ມີການຄົ້ນຄວ້າ, ປັບປຸງ ແລະ ຊອກວິທີທາງແກ້ໄຂ ທີ່ຈະເຮັດໃຫ້ວຽກງານດັ່ງກ່າວ ນັບມື້ມີປະສິດທິຜົນ, ຮັບປະກັນການຈັດຕັ້ງປະຕິບັດວຽກງານໃນປີ 2023 ບັນລຸຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ວິໄລວອນ ສິດທິໄຊ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com