Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ເປີດງານກິລາ, ສິລະປະ-ວັນນະຄະດີ ປະຈຳສົກຮຽນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 13/02/2023 13:48:20 ຈຳ​ນວນ​​ຢ້ຽມ​ຊົມ 4810 ຄັ້ງ

ໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ແຂວງອຸດົມໄຊ ໄດ້ຈັດງານກິລາ, ສິລະປະ-ວັນນະຄະດີປະຈຳສົກຮຽນ 2023-2024 ຂຶ້ນເມື່ອບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງທ່ານບຸນຄົງຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຄະນະພັກແຂວງ, ຫົວໜ້າພະແນກ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.

ທ່ານສົມຈັນ ພົນທະສິດ ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ຂຶ້ນລາຍງານການເຄື່ອນໄຫວວຽກງານກິລາ, ສິລະປະ-ວັນນະຄະດີສົກຮຽນ 2021-2022ແລະ ຄາດໝາຍສູ້ຊົນສົກຮຽນ 2023-2024 ຊຶ່ງການແຂ່ງຂັນກິລາລະຫວ່າງຫ້ອງຕໍ່ຫ້ອງປະຈຳສົກຮຽນ 2023-2024 ໄດ້ເລີ່ມແຕ່ກາງເດືອນຕຸລາ ປີ2023 ເຖິງທ້າຍເດືອນມີນາ ປີ 2024 ຊຶ່ງຈັດຂຶ້ນໃນທຸກໆຕອນແລງຂອງວັນອັງຄານ ແລະ ວັນພະຫັດມີກິລາບານເຕະຊາຍ-ຍິງ, ບານຕີຊາຍ-ຍິງ, ກະຕໍ້ຍິງ-ຊາຍ, ເປຕັງຍິງ-ຊາຍ, ປິງປ໋ອງຍິງ-ຊາຍ ແລະ ກິລາໝາກເສີກຍິງ-ຊາຍ, ນອກນີ້ຍັງມີວຽກງານການແຂ່ງຂັນສິລະປະ-ວັນນະຄະດີຕື່ມອີກ, ການຈັດງານຄັ້ງນີ້ ເພື່ອສ້າງໃຫ້ນັກຮຽນມີສຸຂະພາບແຂງແຮງດີ, ມີການພັດທະນາທາງດ້ານຮ່າງກາຍ,ຈິດໃຈ, ອາລົມ, ສັງຄົມ ແລະ ສະຕິປັນຍາທີ່ດີ ເພື່ອພັດທະນາໃຫ້ນັກຮຽນມີພອນສະຫວັນໃນການຫຼິ້ນກິລາ, ການສະແດງສິລະປະ-ວັນນະຄະດີຄຽງຄູ່ກັບການປົກປັກຮັກສາວັນນະຄະດີພື້ນເມືອງຂອງແຕ່ລະເຜົ່າໃຫ້ໝັ້ນຄົງຕະຫຼອດໄປ.

ໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ໂອ້ລົມເນັ້ນໃຫ້ນັກຮຽນທຸກຄົນເອົາໃຈໃສ່ເຂົ້າໃນການຄົ້ນຄວ້າຮ່ຳຮຽນ ແລະ ຮຽນຮູ້ວິຊາຕ່າງໆ.ຈາກນັ້ນໄດ້ມອບເຂົ້າສານຈຳນວນ 2 ໂຕນໃຫ້ແກ່ໂຮງຮຽນດັ່ງກ່າວຕື່ມອີກ.

ຂ່າວ-ພາບ: ແສງອາທິດ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com