Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມ.ຊ ຈັດພິທີເປີດ-ປິດງານແຂ່ງຂັນກິລານັກສຶກສາ ຄັ້ງທີ 13

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 20/02/2023 14:57:42 ຈຳ​ນວນ​​ຢ້ຽມ​ຊົມ 2206 ຄັ້ງ

ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດ-ປິດງານແຂ່ງຂັນກິລານັກສຶກສາທົ່ວ ມ.ຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ຂຶ້ນໃນວັນທີ 17 ກຸມພາ ຜ່ານມາທີ່ເດີ່ນກິລາກາງ ມ.ຊ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມ.ຊ,ທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມ.ຊ ທັງເປັນປະທານຈັດການແຂ່ງຂັນ,ມີຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ແລະບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຕາງໜ້າບໍລິສັດ, ທະນາຄານ, ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນງານກິລາ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກຄະນະວິຊາ ແລະສະຖາບັນ ມ.ຊເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ທ່ານ ສະຫວັນ ເງິນງາມ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ທັງເປັນຮອງປະທານຈັດການແຂ່ງຂັນໄດ້ຂຶ້ນຜ່ານບົດສະຫຼຸບການຈັດການແຂ່ງຂັນກິລານັກສຶກສາທົ່ວ ມ.ຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ນີ້,ມີຈຸດປະສົງເພື່ອຈັດຕັ້ງການເຄື່ອນໄຫວ ແລະແຂ່ງຂັນກິລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນທົ່ງ ມ.ຊ, ເປັນການສ້າງເງື່ອນໄຂສົ່ງເສີມໃຫ້ນັກສຶກສານໍາໃຊ້ເວລາວ່າງມາຝຶກແອບ ແລະພັດທະນາຕົນເອງທາງດ້ານປະເພດກິລາໃດໜຶ່ງ ໃນລະດັບສາຍສູງ ແລະສ້າງຊື່ສຽງໃຫ້ກັບຕົນເອງ ກໍຄື ມ.ຊ ແລະປະເທດຊາດ, ເປັນການສ້າງໂອກາດໃຫ້ພະນັກງານ,ຄູ-ອາຈານ ແລະນັກສຶກສາຄະນະວິຊາ ແລະສະຖາບັນຕ່າງໆ ໄດ້ພົບປະກັນສ້າງຄວາມສາມັກຄີຊຶ່ງກັນ ແລະກັນ, ເປັນການຄັດເລືອກເອົານັກກິລາດີເດັ່ນປະເພດຕ່າງໆ ເຂົ້າເປັນນັກກິລາຂອງສະໂມສອນກິລາ ມ.ຊ, ເພື່ອພັດທະນາຂະບວນການກິລາຂອງ ມ.ຊໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະໃຫ້ສາມາດເຂົ້າຮ່ວມແຂ່ງຂັນກິລາລະດັບຊາດ ກໍຄືພາກພື້ນ ແລະສາກົນໃຫ້ນັບມື້ນັບຫຼາຍຂຶ້ນ.

ການຈັດການແຂ່ງຂັນຄັ້ງນີ້ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ມັງກອນ 2023 ຫາ 17 ກຸມພາ 2023 ຊຶ່ງມີ 13 ຄະນະວິຊາ ແລະ 1 ສະຖາບັນເຂົ້າຮ່ວມການແຂ່ງຂັນ, ມີຄະນະຄູຝຶກ ແລະນັກກິລາເຂົ້າຮ່ວມທັງໝົດຈໍານວນ 1.534 ຄົນ ຍິງ 427 ຄົນ. ການຈັດການແຂ່ງຂັນກິລາລວມມີ 6 ປະເພດກິລາຄື 1. ກິລາ ບານເຕະ ຍິງ-ຊາຍ, 2. ກິລາ ຟຸດຊໍ ຊາຍ, 3. ກິລາ ບານສົ່ງໃນຮົ່ມ ຍິງ-ຊາຍ, 4. ກິລາ ກະຕໍ້ຫວາຍ ຍິງ-ຊາຍ, 5. ກິລາເປຕັງ ທີມຍິງ-ທີມຊາຍ ແລະທີມປະສົມ ແລະ 6. ກິລາແລ່ນ. ສໍາລັບການຈັດລໍາດັບການແຂ່ງຂັນ ທີ 1 ໄດ້ແກ່ຄະນະວິທະຍາສາດການກິລາ-ກາຍະກໍາ, 2 ຄະນະສຶກສາສາດ, 3 ຄະນະກະເສດສາດ.

ໃນພິທີໄດ້ຮັບຊົມການຍ່າງເດີ່ນຂະບວນກ້ອນກໍາລັງຂອງນັກກິລາ, ຮັບຊົມການສະແດງສິລະປະເປັນຕົ້ນແມ່ນການຮ້ອງເພງລວມໝູ່, ການສະແດງມວຍລາຍລາວ ແລະການສະແດງບົດຟ້ອນ ນອກຈາກນັ້ນຍັງໄດ້ຮັບຊົມການແຂ່ງຂັນບານເຕະຊາຍ ຄູ່ຊີງຊະນະເລີດລະຫວ່າງ ນັກກິລາຄະນະວິທະຍາສາດການກິລາ-ກາຍະກໍາ ແລະນັກກິລາຄະນະວິສະວະກໍາສາດ ຊຶ່ງບັນຍາກາດຂອງງານແມ່ນເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນທ່າມກາງສຽງຂອງກອງເຊຍແຕ່ລະພາກສ່ວນທີ່ເຂົ້າຊົມເຕັມຂອບສະໜາມທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຕະຫຼອດການແຂ່ງຂັນ ແລະຕອນທ້າຍພິທີໄດ້ມີການມອບລາງວັນໃຫ້ນັກກິລາບານເຕະຊາຍ ໂດຍການມອບຂອງທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມ.ຊ.

ຂ່າວ: ພູວັນ ນ້ອຍສິນນາລັກ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com