Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີສອບເສັງນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2022-2023 ຂຶ້ນໃນວັນທີ 21 ກຸມພາຜ່ານມາທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ, ໂດຍການເປັນປະທານຂອງທ່ານ ສະໝັກ ລິດສະຖານ ຮອງເຈົ້າເມືອງໆຄອບ, ມີທ່ານ ຄໍາເລັກ ມາໄລວັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອໍານວຍການໂຮງຮຽນ, ແຂກຖືກເຊີນ,ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ການສອບເສັງຄັ້ງນີ້, ມີນັກສອບເສັງເຂົ້າຮ່ວມທັງໝົດ 53 ຄົນຍິງ 32 ຄົນ, ມີພະສົງ 4 ອົງ; ໃນນັ້ນ ຊັ້ນປະຖົມສຶກສາ ປ.5 ມີ 21 ຄົນຍິງ 11 ຄົນ, ພະສົງ 1 ອົງ; ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ມີ 16 ຄົນຍິງ 12 ຄົນ; ຊັ້ນມັດທະຍົມສຶກສາສົມບູນ ມ.7 ມີ 16 ຄົນຍິງ 9 ຄົນ ແລະ ພະສົງ 3 ອົງ. ວິຊາທີ່ນໍາມາສອບເສັງຂັ້ນ ປ.5 ມີ 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ; ຂັ້ນ ມ.4 ແລະ ຂັ້ນ ມ.7 ມີ 4 ວິຊາຄື: ວິຊາຄະນິດສາດ, ວິຊາພາສາລາວ-ວັນນະຄະດີ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ.
ຜົນການສອບເສັງຊັ້ນປະຖົມ ປ.5 ອັນດັບທີ 1 ວິຊາຄະນິດສາດໄດ້ແກ່ນາງ ນິດາວັນ ໄຊຍະວົງ ມາຈາກໂຮງຮຽນປະຖົມສົມບູນບ້ານສະຖານ, ວິຊາພາສາລາວ ອັນດັບທີ 1 ໄດ້ແກ່ນາງ ນ້ອງຝ້າຍ ໄຊຍະວົງ ມາຈາກໂຮງຮຽນປະຖົມສົມບູນບ້ານສະຖານ, ວິຊາໂລກອ້ອມຕົວ ອັນດັບທີ 1 ໄດ້ແກ່ນາງ ສຸນີ ແສນສົມບັດ ມາຈາກໂຮງຮຽນປະຖົມສົມບູນບ້ານມ່ວງດອນມູນ; ຊັ້ນມັດທະຍົມຕອນຕົ້ນ ມ.4 ວິຊາຄະນິດສາດ ອັນດັບທີ 1 ໄດ້ແກ່ ທ້າວ ລອງ ພົມມະນີ ມາຈາກໂຮງຮຽນມັດທະຍົມຕອນຕົ້ນນໍ້າຄ່າ, ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ໄດ້ແກ່ນາງ ສີພັນ ອິນຕະພັນ ມາຈາກໂຮງຮຽນມັດທະຍົມສົມບູນປາງໄຮ, ວິຊາຟີຊິກສາດ ອັນດັບທີ 1 ໄດ້ແກ່ນາງ ບົວວັນ ແສນຄໍາລື ມາຈາກໂຮງຮຽນມັດທະຍົມສົມບູນປາງໄຮ, ວິຊາເຄມີສາດ ອັນດັບທີ 1 ໄດ້ແກ່ນາງ ອັກສອນ ມານາທໍາ ມາຈາກໂຮງຮຽນມັດທະຍົມຕອນຕົ້ນນໍ້າຄ່າ ແລະ ຊັ້ນມັດທະຍົມສຶກສາສົມບູນ ມ.7 ວິຊາຄະນິດສາດ ອັນດັບທີ 1 ໄດ້ແກ່ນາງ ຕຸກຕາ ອະລິຍະຄໍາ ມາຈາກໂຮງຮຽນມັດທະຍົມສົມບູນດອນຕັນ, ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ໄດ້ແກ່ນາງ ຕັອດ ກອງແກ້ວ ມາຈາກໂຮງຮຽນມັດທະຍົມສົມບູນປາງໄຮ, ວິຊາຟີຊິກສາດ ອັນດັບທີ 1 ໄດ້ແກ່ນາງ ນາລິນ ກັນຍາ ມາຈາກໂຮງຮຽນມັດທະຍົມສົມບູນເມືອງຄອບ ແລະ ວິຊາເຄມີສາດ ອັນດັບທີ 1 ໄດ້ແກ່ ສ.ນ ນົບ ບໍ່ແສງ ມາຈາກໂຮງຮຽນມັດທະຍົມສົມບູນມ່ວງດອນມູນ.ໂອກາດນີ້, ທ່ານ ສະໝັກ ລິດສະຖານ ໄດ້ໃຫ້ກຽດມອບຂອງຂວັນລາງວັນໃຫ້ແກ່ນັກຮຽນເກັ່ງທີ່ສາມາດຍາດໄດ້ອັນທີ 1 ແລະ ຄູ-ອາຈານທີ່ມີຜົນງານສອນດີ-ຮຽນເກັ່ງນໍາອີກ.
ການສອບເສັງນັກຮຽນເກັ່ງຄັ້ງນີ້ເພື່ອສົ່ງເສີມຂະບວນການສອນດີ-ຮຽນເກັ່ງແນໃສ່ປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນ, ເຮັດໃຫ້ການສຶກສາຢູ່ພາຍໃນເມືອງຫຍັບເຂົ້າໃກ້ກັບລະດັບແຂວງ, ລະດັບຊາດ ແລະ ສາກົນເທື່ອລະກ້າວ, ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ, ດ້ານຄວາມຮູ້-ຄວາມສາມາດ ແລະ ຫົວຄິດປະດິດສ້າງທີ່ໄດ້ຮຽນມາ,ເພື່ອຄັດເລືອກເອົານັກຮຽນເກັ່ງໃນແຕ່ລະຂັ້ນແຕ່ລະວິຊາເຂົ້າຮ່ວມການສອບເສັງນັກຮຽນເກັ່ງຢູ່ຂັ້ນແຂວງທີ່ຈະຈັດຂຶ້ນໃນມໍ່ໆນີ້.
ຂ່າວ: ພົມມະນີ ອິນສະຫວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com