Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມວຽກງານກວດກາ ທຫລ ປະຈຳປີ 2021-2022 ຂຶ້ນໃນວັນທີ 27 ກຸມພາ ນີ້ ທີ່ສະໂມສອນສະຖາບັນການທະນາຄານ ດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການ ທຫລ, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ມີຮອງເລຂາຄະນະບໍລິຫານງານພັກ ປະທານຄະນະກວດກາພັກ ທຫລ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ
ໃນພິທີ, ສະຫາຍ ກໍາມະການພັກ ຮອງປະທານຄະນະກວດກາພັກ ທຫລ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາພັກ-ລັດ ທສລ ປະຈຳປີ 2021-2022 ຜ່ານມາ ແລະ ທິດທາງແຜນການ ປີ 2023 ໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ, ຄໍາສະ ເໜີ, ຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດທີ່ຄວນເສີມຂະຫຍາຍ ໂດຍການຊີ້ນຳ-ນຳພາຂອງຄະນະກວດກາພັກ ທຫລ ແລະ ຄະນະກວດກາແຕ່ລະຂັ້ນ. ຕໍ່ການຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ, ການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມທັງຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໄປສູ່ຄຸນນະພາບໃໝ່ ເປັນຕົ້ນແມ່ນການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນ ເພື່ອເປັນການສະກັດກັ້ນ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ ບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນສໍາຄັນຕົ້ນຕໍສໍາລັບການເຄື່ອນໄຫວແຕ່ນີ້ເຖິງ ປີ 2026 ຂອງຄະນະກວດກາສູນກາງພັກ; ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມາທັດ ກໍາມະການກົມການເມືອງສູນກາງພັກ ປະທານອົງການກວດກາແຫ່ງລັດ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV; ເອກະສານບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ ກວດກາພັກ; ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ. ພ້ອມນີ້, ຍັງໄດ້ຮັບຟັງການປະກອບຄວາມເຫັນໃນຫົວຂໍ້ຕ່າງໆຈາກບັນດາຮາກຖານພັກ, ບັນດາກົມ-ທຽບເທົ່າກົມ, ສາຂາ ທຫລ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມທີ່ຕິດພັນກັບວຽກງານກວດກາ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕົວຈິງຢູ່ແຕ່ລະຂັ້ນ, ແຕ່ລະພາກສ່ວນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
(ຂ່າວ-ພາບ: ວັນເພັງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com