Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການເງິນບໍ່ແກ້ວ ສະຫຼຸບວຽກງານແຜນການ-ການເງິນທົ່ວແຂວງປະຈຳປີ 2022

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 28/02/2023 11:44:42 ຈຳ​ນວນ​​ຢ້ຽມ​ຊົມ 5217 ຄັ້ງ

ໃນວັນທີ 27 ກຸມພາ ຜ່ານມາ, ພະແນກການເງິນແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບວຽກງານແຜນການ-ການເງິນທົ່ວແຂວງປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ມີຄະນະນຳ, ພະ ແນກການຂອງແຂວງ-ເມືອງເຂົ້າຮ່ວມ.

ທ່ານ ສົມຫວັງ ລໍວັນໄຊ ຫົວໜ້າພະແນກການເງິນແຂວງ ກ່າວວ່າ: ການຈັດຕັ້ງແຜນງົບປະມານແຫ່ງລັດໃນໄລຍະ 1 ປີຜ່ານມາດ້ານລາຍຮັບ: ສະພາປະຊາຊົນແຂວງໄດ້ຮັບຮອງໂຕເລກລາຍຮັບສູນກາງ ແລະ ທ້ອງຖິ່ນໃນເບື້ອງຕົ້ນຈຳນວນ 440,27 ຕື້ກີບ, ໂຕເລກແຜນການດັດແກ້ 6 ເດືອນທ້າຍປີ ຈຳນວນ 439,63 ຕື້ກີບ. ການຈັດຕັ້ງປະຕິບັດຮອດວັນທີ 30 ທັນວາ 2022 ລາຍຮັບສູນກາງ ແລະ ທ້ອງຖິ່ນແຜນ ການດັດແກ້ປີ 2022 ຈຳນວນ 439,63 ຕື້ກີບ, ປະຕິບັດໄດ້ 435,78 ຕື້ກີບ ເທົ່າກັບ 99,12% ຂອງແຜນ ການດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 29,60% ເປັນຈໍານວນເງິນ 99,53 ຕື້ກີບ. ລາຍຮັບທ້ອງຖິ່ນແຜນການດັດແກ້ປີ 2022 ຈໍານວນ 144,46 ຕື້ກີບ, ປະຕິບັດໄດ້ຈຳນວນ 153,79 ຕື້ກີບ, ເທົ່າກັບ 106,46% ຂອງແຜນການດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 12,14%, ເປັນຈຳນວນເງິນ 17,34 ຕື້ກີບ. ດ້ານລາຍຈ່າຍ: ສະພາປະຊາຊົນແຂວງ ຮັບຮອງໂຕເລກລາຍຈ່າຍທ້ອງຖິ່ນໃນເບື້ອງຕົ້ນຈຳນວນ 266,50 ຕື້ກີບ, ໂຕເລກແຜນດັດແກ້ 6 ເດືອນທ້າຍປີຈຳນວນ 301,29 ຕື້ກີບ. ການຈັດຕັ້ງປະຕິບັດລາຍຈ່າຍຮອດວັນທີ 30 ທັນວາ 2022 ຕາມແຜນການດັດແກ້ປີ 2022 ຈໍານວນ 301,29 ຕື້ກີບ, ປະຕິບັດໄດ້ 298,53 ຕື້ກີບ ເທົ່າກັບ 99,09% ຂອງແຜນການດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,06%; ເປັນຈຳນວນເງິນ 13,05 ຕື້ກີບ. ລາຍຈ່າຍອະນຸມັດຢູ່ສູນກາງບ້ວງເງິນ ເດືອນຈຳນວນ 5,60 ຕື້ກີບ, ເງິນອຸດໜູນນະໂຍບາຍຈໍານວນ 3,30 ຕື້ກີບ. ແຜນລາຍຈ່າຍລົງທຶນຂອງລັດປີ 2022 ຈໍານວນ 26,66 ຕື້ກີບ, ປະຕິບັດໄດ້ຈໍານວນ 26,66 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ. ໂຕເລກລາຍຈ່າຍຄ້າງອະນຸມັດປີ 2022 ຈໍານວນ 2,75 ຕື້ກີບ. ທາງກະຊວງການເງິນໄດ້ຫັກເຂົ້າຄັງສະສົມຂອງລັດຖະບານຢູ່ສູນກາງ.

ສຳລັບທິດທາງແຜນການປີ 2023 ຄາດຄະເນດ້ານການຈັດເກັບລາຍຮັບລວມທັງສູນກາງ ແລະ ທ້ອງຖິ່ນຈຳນວນ 466,43 ຕື້ກີບ, ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 6% (ເປັນເງິນ 26,80 ຕື້ກີບ), ຄາດຄະເນດ້ານລາຍຈ່າຍງົບປະມານແຫ່ງລັດປີ 2023 ຈຳນວນ 291,11 ຕື້ກີບ (ໃນນີ້ບໍ່ລວມລາຍຈ່າຍການລົງທຶນຂອງລັດ). ພ້ອມນັ້ນຍັງໄດ້ຜ່ານບົດແນະນຳຂອງທ່ານເຈົ້າແຂວງ ສະບັບເລກທີ 198/ຈຂ.ບກ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງປະຈຳປີ 2023.

ໂອກາດດຽວກັນນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຂ່າວ-ພາບ: ສອນໄຊ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com