Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຢຶດ​ຖື​ອາ​ຊີບ​ປູກ​ຜັກ​ຂາຍ ສືບທອດ​ມາຈາກພໍ່-ແມ່

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 06/03/2023 13:46:38 ຈຳ​ນວນ​​ຢ້ຽມ​ຊົມ 4685 ຄັ້ງ

ໂດຍ: ສຳນານ ພົມພັກດີ

​ຄອບ​ຄົວ​ຂອງ ປ້າ ບົວລຳ ທຳມະວົງສາ ປະຊາຊົນ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້​ຢຶດ​ຖື​ອາ​ຊີບ​ປູກ​ຜັກ​ຂາຍ ຊຶ່ງເປັນ​ຜູ້ສືບ​ທອດອາຊີບ​ດັ່ງ​ກ່າວ​ມາ​ຈາກພໍ່ ແລະ ແມ່ໃນການປູກຝັງ ແລະ ລ້ຽງສັດໃນເມື່ອກ່ອນເຮັດໃຫ້ຄອບຄົວຂອງ ປ້າ ບົວລຳ ທຳມະວົງ​ສາ ມີຢູ່ມີກິນຢ່າງອີ່ມໜຳສຳລານ ​ພ້ອມ​ທັງສົ່ງເສີມລູກ 2 ຄົນຈົນຮຽນຈົບຊັ້ນປະລິນຍາຕີ.

ປ້າ ບົວລຳ ທຳມະວົງສາ ໃຫ້ຮູ້ວ່າ: ໃນການເຮັດອາຊີບປູກຜັກຂາຍໃນປັດຈຸບັນໂດຍຕົນເອງໄດ້ສືບຕໍ່ຈາກພໍ່ ແລະ ແມ່ ທີ່ເຮັດຄ້າຂາຍ, ປູກຝັງ ແລະ ລ້ຽງສັດ ເປັນອາຊີບຜ່ານມາ ຊຶ່ງຕົນເອງເຫັນວ່າໃນການຢຶດຖືອາຊີບດັ່ງ​ກ່າວນີ້ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນຕົົນເອງຈຶ່ງໄດ້ສືບຕໍ່ນຳເອົາບົດຮຽນ ແລະ ປະສົບການທີ່ເຄີຍເຮັດມາກັບພໍ່ແມ່ ມາປະຕິບັດຈົນເຖິງປັດຈຸບັນ.

ປ້າ ບົວລຳ ທຳມະວົງສາ ໃຫ້ຮູ້ຕື່ມວ່າ: ຜ່ານມາໄດ້ລົງມື ປູກຫອມລາບ, ໝາກເຫຼັ່ນ, ຜັກບົ້ງ, ຜັກຫົມ ແລະ ພືດຜັກ ອື່ນໆແບບໜູນວຽນ ເພື່ອສ້າງລາຍຮັບໃຫ້ແກ່ກັບຄອບຄົວ ໂດຍປູກໃນເນື້ອທີ່ີ ຈຳນວນ 3 ໄລ່, ພາຍຫຼັງທີ່ໄດ້ລົງມືປູກມາແຕ່ເດືອນຜ່ານມາ, ມາຮອດປັດຈຸບັນແມ່ນກຳລັງເກັບຫອມລາບອອກຂາຍໃຫ້ແກ່ແມ່ຄ້າທີ່ມາເກັບຊື້ກັບທີ່ ສ່ວນລາຄາຂາຍຫອມລາບໃນໄລຍະ​ນີ້ແມ່ນ 60 ພັບກີບຕໍ່ໝື່ນ, ຖືວ່າໄລຍະນີ້ຫອມລາບແມ່ນຈະມີລາຖືກລົງ, ສຳລັບຜັກຫອມລາບໄດ້ເລີ່ມເກັບຂາຍມາແຕ່ເດືອນ 6 /2022, ຖ້າຫາກມີການບົວລະບັດໃນການຫົດນໍ້າ, ໃສ່ຝຸ່ນໄດ້ດີ ແມ່ນສາມາດເກັບຂາຍໄດ້ເດືອນລະເທື່ອ ໃນນັ້ນຖ້າຫາກຕົ້ນຫອມລາບບໍ່ຕາຍແມ່ນຢູ່ໄດ້ປະມານ 2-3 ປີ. ໃນຂະ​ນະ​ທີ່ລາຄາຜັກຫົມແມ່ນ 80.000-100.000 ກີບຕໍ່ໝື່ນ ຖືວ່າໄດ້ລາຄາດີ, ແຕ່ກ້າວເຂົ້າເດືຶອນ 2-3 ລາຄາ ຜັກຫົມຈະ​ເລີ່ມ​ຖືກ​ລົງ.

ປັດຈຸບັນ ປ້າ ບົວລຳ ທຳມະວົງສາ ພ້ອມຄອບຄົວແມ່ນກຳລັງສຸມໃສ່ໃນການຄາດ ແລະ ໄຖ ເພື່ອກະກຽມລົງມືປູກຜັກຫົມ, ຜັກຫອມປ້ອມ, ຜັກສະລັດ, ຜັກບົ້ງ ເພື່ອໃຫ້ທ່ວງທັນກັບການເກັບຜົນ​ຜະ​ລິດອອກຂາຍໃນເດືອນ 5, ສຳລັບການຂາຍແມ່ນບໍ່ມີຄວາມຫຍຸ້ງຍາກ ເພາະຈະມີແມ່ຄ້າມາຊື້ກັບທີ່ເລີຍ ແຕ່ໃນການຂາຍແມ່ນອີງຕາມລາຄາຕາມ​ທ້ອງຕະຫຼາດ, ປ້າ ບົວຄຳ ໃຫ້ຮູ້ຕື່ມວ່າ: ຖ້າທຽບໃສ່ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຜ່ານມາ ກັບປັດຈຸບັນ ໃນການເຮັດອາຊີບປູກຜັກຂາຍແມ່ນມີຄວາມສະດວກດີຂຶ້ນກວ່າເກົ່າ ໂດຍສະເພາະເມື່ອຮອດເວລາເກັບຜົນລະປູກອອກຂາຍກໍຈະມີແມ່ຄ້າຈຳນວນຫຼາຍມາເກັບຊື້ຕາມລາຄາທ້ອງຕະຫຼາດ, ສ່ວນການເກັບຜົນຜະລິດອອກຂາຍຖ້າຜົນຜະລິດຢູ່ໃນໄລຍະລາຄາຖືກ ຄອບຄົວຈະເກັບຂາຍເອງ, ຖ້າ​ຫາກວ່າ​ເມື່ອ​ໃດຜົນຜະລິດມີລາຄາສູງ ແມ່ນໄດ້ຈ້າງແຮງງານທາງນອກມາຊ່ວຍ​ເກັບເພື່ອໃຫ້ທັນກັບຄວາມຕ້ອງການຂອງແມ່ຄ້າ, ສຳລັບໃນການຈ້າງແມ່ນຄິດໄລ່ເປັນໝື່ນຕາມລາຄາຂຶ້ນ ແລະ ລົງຂອງລາ​ຄາ​ຜັກ, ສະເລ່ຍລາຍຮັບທີ່ໄດ້ຈາກການຂາຍຜົນຜະລິດປະມານ 50 ລ້ານຕໍ່ປີ ຈາກລາຍໄດ້ທີ່ໄດ້ຮັບໃນແຕ່ລະປີ ປ້າ ບົວລຳ ທຳມະວົງສາ ມີຄວາມເພິ່ງພໍໃຈກັບອາຊີບດັ່ງກ່າວ ເພາະລາຍໄດ້ຈາກ​ການ​ຂາຍ​ຜັກໃນແຕ່ລະປີ ພຽງ​ພໍ​ກັບ​ການ​ໃຊ້​ຈ່າຍ​ຂອງ​ຄອບ​ຄົວ (ເນື່ອງ​ຈາກ​ຕ້ອງ​ໃຊ້​ຈ່າຍ​ປະ​ຢັດ) ພ້ອມ​ທັງສົ່ງເສີມລູກ 2 ຄົນຮຽນຈົນຈົບຊັ້ນປະລິນຍາຕີ, ອີກ​ທັງຍັງເຮັດໃຫ້ຄອບຄົວຂອງຕົນມີຄວາມຢູ່ດີກິນດີຢ່າງອີ່ມໜຳສຳລານ.

ຖືວ່າໃນການຢຶດຖືອາຊີບໃນການປູກຝັງ, ລ້ຽງສັດ ຂອງຄອບຄົບ ປ້າ ບົວລຳ ທຳມະວົງສາ ເປັນຕົວແບບໜຶ່ງທີ່ດີໃຫ້ແກ່ສັງຄົມ ເປັນອາຊີບທີ່ສຸດຈະລິດ ຊຶ່ງພັກ ແລະ ລັດ​ຖະ​ບານ​ກໍ​ໄດ້​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນປູກຝັງ ແລະ ລ້ຽງສັດເປັນສິນຄ້າ, ນອກ​ຈາກ​ຈະ​ເປັນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ແລ້ວ ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ ຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ອີກ​ດ້ວຍ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com