Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມວນຊົນຮ່ວມກິດຈະກຳແລ່ນມ່ວນຊື່ນ “Fun Run“ ຢ່າງມ່ວນຊື່ນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 07/03/2023 08:33:27 ຈຳ​ນວນ​​ຢ້ຽມ​ຊົມ 1295 ຄັ້ງ

ໃນຕອນເຊົ້າວັນທີ 4 ມີນາ ຜ່ານມາ ຢູ່ໜ້າຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ໄດ້ຈັດກິດຈະກໍາແລ່ນມ່ວນຊື່ນ “Fun Run“ ເພື່ອສະໜັບສະໜູນ ໃນງານກິລາເອຊຽນເກມ ຄັ້ງທີ 19 ທີ່ ສປ ຈີນ ເປັນເຈົ້າພາບ, ມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການກິລາໂອແລັມປິກແຫ່ງຊາດລາວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານສະມາຄົມກິລາແຂວງ, ມີຕົວແທນຄະນະຮັບຜິດຊອບ ຈັດງານແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫັງໂຈວ ສປ ຈີນ ພ້ອມດ້ວຍມວນຊົນຈາກສູນກາງ, ແຂວງ-ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີ, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທີ່ເລືອກເອົານະຄອນ ຫຼວງພະບາງ ເປັນສະຖານທີ່ຈັດກິດຈະກຳແລ່ນມ່ວນຊື່ນ ເພື່ອສະໜັບສະໜູນງານກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນ ຫັງໂຈວ ສປ ຈີນ ແລະ ເປັນການເປີດໂອກາດໂຄສະນາການທ່ອງທ່ຽວຂອງນະຄອນ-ຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກ, ໃຫ້ຜູ້ເຂົ້າຮ່ວມງານ ໄດ້ເຫັນເຖິງຄວາມງົດງາມທາງດ້ານວັດທະນະທຳ, ທຳມະຊາດ ແລະນຳເອົາໄປເຜີຍແຜ່ຕໍ່ ເພື່ອໂຄສະນາ ດຶງດູດເອົານັກທ່ອງທ່ຽວ ມາທ່ຽວຫຼວງພະບາງໃຫ້ຫຼາຍຂຶ້ນ.

ສໍາລັບກິດຈະກໍາແລ່ນມ່ວນຊື່ນໃນຄັ້ງນີ້, ມີ 3 ລາຍການຄື: ແລ່ນໄລຍະ 2 ກິໂລແມັດ ຮຸ່ນເຍົາວະຊົນ ຊາຍ-ຍິງ, ອາຍຸບໍ່ເກີນ 16 ປີ, ແລ່ນອາວຸໂສ ຊາຍ-ຍິງ ອາຍຸ 50 ປີຂຶ້ນໄປ ແລະ ແລ່ນໄລຍະ 5 ກິໂລແມັດ ຊາວໜຸ່ມ ຊາຍ-ຍິງ, ອາຍຸ 17 ປີຂຶ້ນໄປ. ທຸກໆລາຍການທີ່ເຂົ້າຮ່ວມ, ອັນດັບທີ 1 ຫາທີ 10 ໄດ້ຫຼຽນທີ່ລະນຶກ ແລະ ໃບຢັ້ງຢືນການເຂົ້າຮ່ວມ. ສ່ວນອີກໜຶ່ງກິດຈະກຳ ແມ່ນການແຂ່ງຂັນແຕ້ມຮູບ ສຳລັບນັກຮຽນ ອາຍຸບໍ່ເກີນ 13 ປີ ຊາຍ-ຍິງ ຈຳນວນ 50 ຄົນ ມາຈາກໂຮງຮຽນໃນທົ່ວແຂວງ ຊຶ່ງແຂ່ງຂັນໃນວັນທີ 2 ມີນາ 2023, ຜູ້ທີ່ໄດ້ອັນດັບ 1 ຫາ ອັນດັບ 3 ໄດ້ຮັບຫຼຽນທີ່ລະນຶກ ແລະ ທຶນການສຶກສາຈຳນວນໜຶ່ງ ພ້ອມດ້ວຍໃບຢັ້ງຢືນ.

(ຂ່າວ-ພາບ: ຫຼວງພະບາງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com