Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຂ່ງຂັນກິລາກັອບ ຊີງຂັນທ່ານເຈົ້າແຂວງໄຊຍະບູລີ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 09/03/2023 12:58:12 ຈຳ​ນວນ​​ຢ້ຽມ​ຊົມ 2520 ຄັ້ງ

ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາຕີກັອບຊິີງຂັນຂອງທ່ານເຈົ້າແຂວງໄຊຍະບູລີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ມີນາ ຜ່ານມານີ້ ທີ່ສະໜາມກັອບອ່າງນໍ້າຕຽນ. ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີບັນດາການນໍາຂອງແຂວງ, ຂອງເມືອງ ພ້ອມດ້ວຍນັກກິລາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາຕີກັອບໃນຊຸດນີ້, ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ໃຫ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ສ້າງໄດ້ຄວາມສາມັກຄີໄມຕີຈິດ ລະຫວ່າງການນໍາແຂວງ, ເມືອງ ແລະ ນັກກິລາດ້ວຍກັນ.

ການແຂ່ງຂັນໃນຄັ້ງນີ້, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 49 ທ່ານ ໄດ້ແບ່ງອອກເປັນ 4 ສາຍຄື: ສາຍ VIP ມີ 8 ທ່ານ, ສາຍ ກ ມີ 13 ທ່ານ, ສາຍ ຂ ມີ 7 ທ່ານ ແລະ ສາຍ ຄ ມີ 21 ທ່ານ. ຜົນການແຂ່ງຂັນສາຍ VIP ອັນດັບ 1 ແມ່ນທ່ານ ຫຸມແພງ ກອງຊັບ ມີ 10 ໂອເວີ, ທີ 2 ທ່ານ ຄໍາເພັດ ພົມມະລາດ ມີ 13 ໂອເວີ, ທີ 3 ທ່ານ ຄໍາແພງ ເພັດ ມີ 14 ໂອເວີ. ສາຍ ກ ອັນດັບ 1 ທ່ານ ນິກອນ ມີ 1 ໂອເວີ, ອັນດັບ 2 ທ່ານ ສົມບູນ ມີ 2 ໂອເວີ, ອັນດັບ 3 ທ່ານ ທະນູສິນ ມີ 3 ໂອເວີ. ສາຍ ຂ ອັນດັບ 1 ທ່ານ ວິໄຊພອນ ມີ 4 ໂອເວີ, ອັນດັບ 2 ທ່ານ ວິລະເດດ ມີ 5 ໂອເວີ, ອັນດັບ 3 ທ່ານ ບຸນເລີດ ມີ 8 ໂອເວີ. ສາຍ ຄ ອັນດັບ 1 ທ່ານ ແກ້ວວຽງສິດ ມີ 7 ໂອເວີ, ອັນດັບ 2 ທ່ານ ວິຈິດ ຂັນທະຈັກ ມີ 10 ໂອເວີ ແລະ ອັນດັບ 3 ທ່ານ ຄໍາຫຼ້າ ກອງຊັບ ມີ 14 ໂອເວີ. ໃຫ້ກຽດມອບຂັນລາງວັນແຕ່ລະສາຍ ໂດຍທ່ານ ເຈົ້າແຂວງໄຊຍະບູລີ ແລະ ທ່ານອື່ນໆຕາມລໍາດັບ.

ຂ່າວ-ພາບ: ບຸນທີ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com