Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ ໄດ້ຈັດງານສັບປະດາວິທະຍາສາດໂຮງຮຽນ ຄັ້ງທີ III ຂຶ້ນໃນວັນທີ 7 ມີນາ ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ, ພ້ອມດ້ວຍຜູ້ອໍານວຍການໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນ ສະຖາພອນ; ທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານໂຮງຮຽນ, ມີທ່ານນາຍບ້ານບຶງຂະຫຍອງ ແລະ ແຂກຖືກເຊີນ, ພະນັກງານ-ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນຊັ້ນອະນຸບານ, ປະຖົມ, ມັດທະຍົມ ພາຍໃນໂຮງຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ນາງ ຄໍາສິລິພອນ ສູນທະວົງ ກ່າວວ່າ: ການຈັດງານວິທະຍາສາດຄັ້ງນີ້ ແມ່ນເປັນຄັ້ງທີ 3 ທີ່ໂຮງຮຽນສະຖາພອນໄດ້ຈັດຂຶ້ນ ໂດຍພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະບໍລິຫານໂຮງຮຽນສົມທົບກັນລະຫວ່າງຄູ-ອາຈານ ຊຶ່ງຄວາມຄິດລິເລີ່ມ ແມ່ນມາຈາກການຄົ້ນຄວ້າ ທຸກກິດຈະກໍາ ການຮຽນ-ການສອນ ໃຫ້ເປັນການລົງພາກປະຕິບັດຕົວຈິງ, ຝຶກທັກສະໃຫ້ນັກຮຽນໄດ້ຮູ້ຄົ້ນຄິດ, ວິເຄາະ, ວິໄຈຜົນດ້ວຍຕົນເອງ ຜ່ານຜົນການທົດລອງ ໂດຍມີຫຼັກການທາງວິທະຍາສາດເປັນສິ່ງຢັ້ງຢືນ. ນອກຈາກນັ້ນແລ້ວ; ຍັງສ້າງກິດຈະກໍາການຮຽນ-ການສອນ ທີ່ເຮັດໃຫ້ນັກຮຽນ ເກີດມີຈິນຕະນາການ ແລະ ແນວຄິດສ້າງສັນໂດຍສະແດງ ອອກທາງດ້ານຜົນງານການປະດິດ, ການກ້າສະແດງຄວາມສາມາດຂອງນັກຮຽນຢູ່ເທິງເວທີ ແລະ ການເຄື່ອນໄຫວຕ່າງໆພາຍໃນໂຮງຮຽນ ປັດຈຸບັນພວກເຮົາພ້ອມແລ້ວ ທີ່ຈະນໍາສະເໜີສູ່ສາຍຕາຂອງມວນຊົນທັງຫຼາຍ ແລະ ເພື່ອເປັນການວາງສະແດງຜົນງານຂອງນັກຮຽນທີ່ສະແດງອອກທາງດ້ານແນວຄິດ ທັກສະ ຈິນຕະນາການຜ່ານກິດຈະກໍາຕ່າງໆ ໂດຍການຈັດຮ້ານວາງສະແດງຜົນຂອງການຮຽນ-ການສອນຂອງຄູ-ນັກຮຽນ ແລະ ຮ້ານອາຫານຂອງນັກຮຽນ ທັງເປັນສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ປີນີ້ ຄົບຮອບ 113 ປີ. ພາຍໃນງານປະກອບມີຫຼາຍກິດຈະກໍາເປັນຕົ້ນແມ່ນ: ການສະແດງສິລະປະຂອງນັກຮຽນຊັ້ນອະນຸບານ; ພິທີໄຫວ້ແມ່ ໂດຍເຊີນຜູ້ປົກຄອງເຂົ້າຮ່ວມ; ຮ້ານວາງສະແດງ-ຂາຍເຄື່ອງຂອງນັກຮຽນ ແລະ ການເດີນແບບຂອງນັກຮຽນແຕ່ລະຊັ້ນ ໂດຍອອກແບບຈາກວັດສະດຸເສດເຫຼືອ ທີ່ບໍ່ໃຊ້ແລ້ວ ນໍາເອົາມາໃຊ້ຄືນໃໝ່ເພື່ອໃຫ້ເກີດປະໂຫຍດ ເຊັ່ນ: ເຈ້ຍໜັງສືພິມ, ຖົງຢາງ, ເຊືອກຝາງ, ແຜ່ນຊີດີ ແລະ ອື່ນໆ.
ຂ່າວ-ພາບ: ຍຸພິນທອງ-ວັນເພັງ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com