Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເວບໄຊ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ໄດ້ເຜີຍແຜ່ຂໍ້ມູນ ເມື່ອບໍ່ດົນມານີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 1 ປີ 2023 ຂອງ ສປປ ລາວ ບັນລຸໄດ້ 935 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາ.
ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ມັນຕົ້ນ ປະມານ 89 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 59 ລ້ານໂດລາ, ແຮ່ທອງ ປະມານ 29 ລ້ານໂດລາ, ເກືອກາລີ ປະມານ 27 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 27 ລ້ານໂດລາ, ໝາກກ້ວຍ ປະມານ 24 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 23 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍປະມານ 17 ລ້ານໂດລາ, ນ້ຳຕານ ປະມານ 16 ລ້ານໂດລາ ແລະ ແຮ່ເຫຼັກ ປະມານ 13 ລ້ານໂດລາ. ຂະນະທີ່, ປະເທດສົ່ງອອກຕົ້ນຕໍ 5 ອັນດັບທໍາອິກ ທີ່ ສປປ ລາວ ສົ່ງອອກແມ່ນ ໄດ້ແກ່: ຈີນ ປະມານ 156 ລ້ານໂດລາ, ໄທ ປະມານ 128 ລ້ານໂດລາ, ຫວຽດນາມ ປະມານ 65 ລ້ານໂດລາ, ອົສຕຣາລີ ປະມານ 41 ລ້ານໂດລາ ແລະ ສະວິດເຊີແລນ ປະມານ 14 ລ້ານໂດລາ.
ສ່ວນສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 93 ລ້ານໂດລາ, ອຸປະກອນກົນຈັກ ປະມານ 34 ລ້ານໂດລາ, ພາຫະນະທາງບົກ ປະມານ 32 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 21 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 20 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 19 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 16 ລ້ານໂດລາ, ສາຍໄຟຟ້າ ແລະ ເຄເບິນ ປະມານ 14 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 12 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 11 ລ້ານໂດລາ. ປະເທດນໍາເຂົ້າຕົ້ນຕໍ 5 ອັນດັບທໍາອິດ ແມ່ນໄດ້ແກ່: ໄທ ປະມານ 255 ລ້ານໂດລາ, ຈີນ ປະມານ 121 ລ້ານໂດລາ, ຫວຽດນາມ ປະມານ 21 ລ້ານໂດລາ, ສະຫະລັດອາເມຣິກາ ປະມານ 14 ລ້ານໂດລາ ແລະ ອົສຕຣາລີ ປະມານ 12 ລ້ານໂດລາ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 1 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: LTP)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com