Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງຄໍາມ່ວນ ສາຍສາມັນສຶກສາຂັ້ນ ປ.5, ມ.4 ແລະ ມ.7 ຄັ້ງນີ້, ມີ 10 ເມືອງທົ່ວແຂວງ ແລະ ໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກສຶກສາມີ 4 ແຫ່ງ ລວມມີໂຮງຮຽນທັງໝົດທີ່ເຂົ້າຮ່ວມສອບເສັງຈໍານວນ 61 ແຫ່ງ, ຊັ້ນປະຖົມສຶກສາ 22 ແຫ່ງ (ເອກະຊົນ 3 ແຫ່ງ), ມັດທະຍົມຕອນຕົ້ນ 9 ແຫ່ງ, ມັດທະຍົມສົມບູນ 28 ແຫ່ງ (ເອກະຊົນ 2 ແຫ່ງ) ແລະ ມັດທະຍົມຕອນປາຍ 2 ແຫ່ງ. ຜ່ານການສອບເສັງ ມີຈໍານວນນັກຮຽນເຂົ້າຮ່ວມທັງໜົດມີ 123 ຄົນ ຍິງ 86 ຄົນ.
ໃນອາທິດຜ່ານມານີ້, ທີ່ສູນ ICT ມ.ປ ທ່າແຂກ, ໄດ້ດໍາເນີນການສອບເສັງຄັດເລືອກແຂ່ງຂັນນັກຮຽນເກັ່ງເປັນທາງການ ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ໄດ້ສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ແລະ ແຂ່ງຂັນຕອບວິທະຍາສາດ. ພາຍຫຼັງສໍາເລັດການແຂ່ງຂັນຕອບວິທະຍາສາດແລ້ວກໍໄດ້ຈັດພິທີສະຫຼຸບການສອບເສັງນັກຮຽນເກັ່ງທົ່ວແຂວງຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຫົວໜ້າຂະ ແໜງການທີ່ກ່ຽວຂ້ອງ, ພະນັກງານຄູ-ອາຈານ, ຜູ້ປົກຄອງ ແລະ ນັກສອບເສັງເຂົ້າຮ່ວມ.
ທ່ານ ດາລີວັນ ໄຊຍະເກດ ຮັກສາການຫົວໜ້າຂະແໜງສາມັນໄດ້ຜ່ານບົດສະຫຼຸບການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາ (ຂັ້ນ ປ.5, ມ.4, ມ.7) ລະດັບແຂວງປະຈໍາສົກຮຽນ 2022-2023. ຜ່ານການສອບເສັງແຕ່ລະລາຍວິຊາດັ່ງນີ້: ຂັ້ນ ປ.5 ວິຊາພາສາລາວອັນດັບທີ 1 ນາງ ນໍ້າຫວານ ໂສພານາວົງ ຈາກໂຮງຮຽນປະຖົມຖໍ້າພວງ ເມືອງຍົມມະລາດ, ອັນດັບທີ 2 ນາງ ພອນທິບ ແກ້ວສູນທອນ ຈາກໂຮງຮຽນປະຖົມດົມສຸກ 2 ເມືອງນາກາຍ, ອັນດັບທີ 3 ນາງ ອຸໄລວັນ ຈັນທະຂິນ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາໂລກອ້ອມຕົວອັນດັບທີ 1 ນາງ ສຸທິມາ ໄຊຍະລາດ ຈາກໂຮງຮຽນປະຖົມນໍ້າເທີນ 2 ເມືອງຍົມມະລາດ, ອັນດັບທີ 2 ທ້າວ ບຸນທະວີ ພິກຸນທອງ ຈາກໂຮງຮຽນປະຖົມມ່ວງສຸມ ເມືອງທ່າແຂກ; ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ. ຂັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ເຄັກ ເມກສະຫວັນ ຈາກໂຮງຮຽນ ມ.ສ ເທີນຫີນບູນ ເມືອງຄູນຄໍາ; ວິຊາພາສາອັງກິດອັນດັບທີ 1 ທ້າວ ທະນິດສອນ ແສງດາລາ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ; ວິຊາເຄມີສາດ ແລະ ຟີຊິກສາດແມ່ນໄດ້ຮັບລາງວັນຊົມເຊີຍວິຊາລະ 1 ຄົນ. ຂັ້ນ ມ.7 ວິຊາພາສາລາວ-ວັນນະຄະດີແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 9 ຄົນ ຍິງ 9 ຄົນ; ວິຊາຄະນິດສາດໄດ້ຮັບລາງວັນຊົມເຊີຍຈໍານວນ 1 ຄົນ; ວິຊາຟີຊິກສາດອັນດັບທີ 1 ນາງ ດາວທິບ ໄຊຍະຈັກ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາເຄມີສາດອັນດັບທີ 1 ທ້າວ ເອກອຸດອນ ເທບວົງສາ ຈາກໂຮງຮຽນ ມ.ປາຍ ທ່າແຂກ; ວິຊາພາສາອັງກິດອັນດັບທີ 1 ນາງ ລີນາທາວົງ ຈາກໂຮງຮຽນ ມ.ສ ນໍ້າເທີນ 2 ເມືອງຍົມມະລາດ, ອັນດັບທີ 2 ນາງ ແໝ່ມ ໄຄຍະລາດ ຈາກໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມເມືອງໜອງບົກ.
ສໍາລັບການຖາມ-ຕອບວິທະຍາສາດລວມທັງໝົດມີ 11 ຄະນະ (ປະກອບມີເມືອງລະ 1 ຄະນະ ແລະ ໂຮງຮຽນອ້ອມຂ້າງພະແນກ 1 ຄະນະ) ຊຶ່ງຜົນການແຂ່ງຂັນອັນດັບທີ 1 ເມືອງຄູນຄໍາ, ອັນດັບທີ 2 ເມືອງຍົມມະລາດ, ອັນດັບທີ 3 ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເມືອງບົວລະພາ .
(ຂ່າວ-ພາບ: ແດງສະຫວັດ ແສນພານິດ).
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com