Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອັດຕະປື ຕິດກາໝາຍ QR code ໃສ່ລົດຂອງລັດ ......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 16/03/2023 11:58:59 ຈຳ​ນວນ​​ຢ້ຽມ​ຊົມ 3291 ຄັ້ງ

ໃນວັນທີ 15-16 ມີນານີ້ ທີ່ພະແນກການເງິນແຂວງອັດຕະປື, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ເຄື່ອນໄຫວຕິດແຜ່ນກາໝາຍນໍາໃຊ້ສະຕິກເກີ QR code (ຄິວອາໂຄດ) ໃສ່ລົດຂອງລັດຢູ່ແຂວງອັດຕະປື ໂດຍມີທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ, ມີ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການລົງຕິດແຜ່ນກາໝາຍນໍາໃຊ້ສະຕິກເກີ QR code ໃສ່ລົດຂອງລັດຢູ່ແຂວງອັດຕະປື ໃນຄັ້ງນີ້, ແມ່ນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ແລະ ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0393/ກງ ລົງວັນທີ 4 ກຸມພາ 2022 ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ, ເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ໃຫ້ມີຜົນສັກສິດສູງຂຶ້ນ.

ທ່ານ ທະນູໄຊ ບັນຊາລິດ ໄດ້ກ່າວໃຫ້ຮູ້ວ່າ: ນີ້ກໍເພື່ອຫັນເຂົ້າສູ່ການຄຸ້ມຄອງລົດຂອງລັດດ້ວຍລະບົບທັນສະໄໝ, ນຳໃຊ້ໃຫ້ມີປະສິດທິຜົນ ແລະ ຈຳກັດການນຳໃຊ້ລົດຂອງລັດບໍ່ຖືກເປົ້າໝາຍ ແນໃສ່ຕອບສະໜອງການຈັດຕັ້ງປະຕິບັດນະໂຍບາຍປະຢັດທີ່ລັດຖະບານໄດ້ວາງອອກ ທັງເປັນການສະດວກ, ຊັດເຈນໃນການກວດກາຕິດຕາມເກັບກໍາຂໍ້ມູນລົດຂອງລັດ ແຕ່ລະຄັນແມ່ນລົດຂອງພາກສ່ວນໃດ?, ບຸກຄົນໃດ? ໃນການນໍາໃຊ້ເຂົ້າວຽກງານໃດ? ເຮັດໃຫ້ການຄຸ້ມຄອງລົດຂອງລັດຖືກຕ້ອງລະອຽດຊັດເຈນນໍາໃຊ້ຕາມລະບຽບຫຼັກການຂອງລັດທີ່ວາງໄວ້.

(ຂ່າວ-ພາບ: ໄພບູນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com