Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພາຍຫຼັງໄດ້ຮັບການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃນວັນທີ 22 ມີນາ ປີ 1955 ເປັນຕົ້ນມາ ພັກໄດ້ເປັນແກນນໍາໃນການນໍາພາ-ຊີ້ນໍາປວງຊົນລາວບັນດາເຜົ່າ ຕໍ່ສູ້ປົດປ່ອຍປະເທດຊາດ ຈົນສາມາດຍາດເອົາເອກະ ລາດ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຈາກນັ້ນ ກໍໄດ້ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງປັດຈຸບັນ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີທີ່ຈະມາເຖິງນີ້, ທ່ານນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກໄດ້ສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ໃນຖານະທີ່ເປັນແກນນໍາພັກໄດ້ວາງແນວ ທາງອັນຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານ. ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະ ຫຍາຍຕົວແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດໄດ້ຮັບການປົກປັກຮັກສາ, ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນ.
ທ່ານກ່າວເນັ້ນອີກວ່າ: ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ ຊຶ່ງໄດ້ກໍານົດທິດທາງ-ໜ້າທີ່ຂອງວຽກງານຢ່າງມີຈຸດສຸມ, ເປັນລະບົບສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງແຕ່ລະໄລຍະ, ໄດ້ນໍາພາ-ຊີ້ນໍາປັບປຸງບັນດາອົງການເສນາທິການ ແລະ ບໍາລຸງສ້າງບຸກຄະລາກອນທີ່ເຮັດວຽກງານການເມືອງ-ແນວຄິດ ເພື່ອຍົກສູງຄຸນນະພາບຂອງວຽກງານການ ເມືອງ-ແນວຄິດໃຫ້ສູງຂຶ້ນ, ຖືວຽກງານການເມືອງ-ແນວຄິດເປັນກົກ, ມີບົດບາດ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານເຮັດໃຫ້ລະບົບແນວຄິດ, ທິດສະດີ, ແນວທາງນະໂຍບາຍຂອງພັກ ໄດ້ຮັບຮອງການຈັດຕັ້ງປະຕິບັດທົ່ວສັງຄົມ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ໃນນາມສະມາຊິກພັກຜູ້ໜຶ່ງ ຍາມໃດກໍເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ປະເທດຊາດຂອງພວກເຮົາຈະສາມາດຜ່ານຜ່າບັນດາອຸປະສັກຄວາມຫຍຸ້ງຍາກຕ່າງໆ ນໍາພາປະເທດຊາດ ແລະ ປະຊາຊົນກ້າວເດີນໄປຕາມເສັ້ນທາງທີ່ໄດ້ກໍານົດໄວ້, ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ຂໍອວຍພອນໃຫ້ການນໍາພັກ-ລັດທຸກໆຂັ້ນ ຈົ່ງມີສຸຂະພາບພະລານາໄມສົມບູນ ແຂງແຮງ ສືບຕໍ່ນໍາພາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com