Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ງານມະຫະກຳ ກຽມຄວາມພ້ອມສູ່ການເຮັດວຽກ ຈະຈັດຂຶ້ນໃນ ທ້າຍເດືອນນີ້ ........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/03/2023 14:46:57 ຈຳ​ນວນ​​ຢ້ຽມ​ຊົມ 750 ຄັ້ງ

ແນໃສ່ຍົກສູງຜະລິດຕະພາບຂອງແຮງງານໃນຂະແໜງການກະສິກຳ, ອຸດສາຫະກຳ, ບໍລິການ ແລະ ຂະແໜງອື່ນໆ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສູນກາງສະຫະພັນກຳມະບານລາວ ຈະໄດ້ຈັດງານມະຫະກຳ ກຽມຄວາມພ້ອມສູ່ການເຮັດວຽກ “Ready 4 Work” festival 2023 ຂຶ້ນໃນວັນທີ 27-29 ມີນາ ທີ່ຈະມາເຖິງນີ້ ທີ່ ສູນການຄ້າວຽງຈັນເຊັນເຕີ.

ພິທີຖະແຫຼງຂ່າວງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມີນາ ນີ້ ທີ່ ສຄອຊ ໂດຍມີ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ, ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ, ທ່ານ ນາງ ຈັນເພັງ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ, ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນສະໜັບສະໜູນງານມະຫະກຳດັ່ງກ່າວເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ແມ່ນຈະໄດ້ສັງລວມຄວາມຕ້ອງການແຮງງານຂອງສະຖານປະກອບການ ແລະ ປັບປຸງການສະໜອງການຝຶກອົບຮົມຕົວຈິງ ໃນສະ ຖານປະກອບການ ເປັນຕົ້ນເພື່ອເພີ່ມທັກສະ ແລະ ຄວາມສຳນານງານ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ. ນອກນີ້, ກໍຍັງມີຈຸດປະສົງເພື່ອສ້າງກິດຈະກຳ ທີ່ເຊື່ອມໂຍງລະຫວ່າງນັກຮຽນ, ຜູ້ຊອກວຽກ ແລະ ບັນດາຫົວໜ່ວຍທຸລະກິດ, ກຸ່ມສະມາຄົມ, ວິທະຍາໄລເຕັກນິກວິຊາຊີບ ລວມທັງຜູ້ຊ່ຽວຊານໃນຫຼາຍຂະ ແໜງການ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈ້າງງານ ແລະ ຕະຫຼາດແຮງງານ, ທັກສະທີ່ຈຳເປັນສຳລັບຜູ້ຊອກວຽກ ແລະ ການກຽມພ້ອມກ່ອນສະໝັກວຽກ. ພ້ອມນີ້, ກໍເພື່ອຈັດຕັ້ງການຍ້ອງຍໍ-ຊົມເຊີຍ ແລະ ໃຫ້ລາງວັນ ກັບຫົວໜ່ວຍແຮງງານ/ສະຖານປະກອບການ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາ ແລະ ພັດທະນາທັກສະສີມື ສ້າງໃຫ້ແຮງງານຄຸນນະພາບອອກສູ່ຕະຫຼາດແຮງງານ. ຂະນະທີ່, ເປົ້າໝາຍຂອງງານທີ່ຈະຈັດຂຶ້ນນີ້ ມີ 7 ເປົ້າໝາຍສໍາຄັນ ຄື: ຍົກສູງການຮຽນ-ການສອນອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບ; ເປັນງານເປີດກວ້າງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະ-ແລກປ່ຽນ; ສົ່ງເສີມການສ້າງວຽກເຮັດງານທໍາ ໃຫ້ກັບແຮງງານທີ່ວ່າງງານ; ຍົກລະດັບສີມືການເຮັດວຽກຂອງແຮງງານດ້ວຍການຝຶກອົບຮົມຕ່າງໆ; ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ; ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ ແລະ ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ; ທ່ານຮອງປະທານ ສຄອຊ ຍັງກ່າວໃຫ້ຮູ້ວ່າ: ກິດຈະກໍາສໍາຄັນໃນງານປະກອບມີຄື: ຈະໄດ້ຮ່ວມສົນທະນາ, ຝຶກອົບຮົມ (ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ); ການປະຊາສຳພັນຂໍ້ມູນ-ໃຫ້ຄຳປຶກສາກ່ຽວກັບອາຊີວະສຶກສາ ແລະ ແນະນໍາວິຊາຊີບ ໂດຍຜູ້ຊ່ຽວຊານ ຈາກ 4 ວິທະຍາໄລເຕັກນິກວິຊາຊີບ ຕົວແບບ; ນໍາສະເໜີການຮຽນ-ການສອນໃນຮູບແບບ ອາຊີວະສຶກສາແບບຄວບຄູ່ (ອສຄ); ວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງຄວາມຮັບຮູ້ແກ່ສັງຄົມ; ການແຂ່ງຂັນສີມືແຮງງານ ແລະ ເຜີຍແຜ່ຜົນການສໍາຫຼວດ ໂຄງການສົ່ງເສີມສີມືແຮງງານຕ່າງໆ; ການພົບປະລະຫວ່າງອົງກອນ, ເຂດເສດຖະກິດ, ຫົວໜ່ວຍທຸລະກິດ ກັບຜູ້ວ່າງງານ, ແຮງງານທີ່ສົນໃຈ ແບບເປີດກວ້າງ ແລະ ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ.

(ຂ່າວ: ສຸກສະຫວັນ; ພາບ: ແສງຈັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com