Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປະທານປະເທດ ຕ້ອນຮັບ ປະທານຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ ......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 20/03/2023 21:33:41 ຈຳ​ນວນ​​ຢ້ຽມ​ຊົມ 639 ຄັ້ງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸຣະກຽດ ສະຖຽນໄທ ປະທານຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ ອະດີດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 20 ມີນານີ້, ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ ທ່ານ ສຸຣະກຽດ ສະຖຽນໄທ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ, ລະຫວ່າງ ວັນທີ 20-21 ມີນາ 2023.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ສຸຣະກຽດ ສະຖຽນໄທ ໃນຄັ້ງນີ້ ເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ການຮ່ວມມື, ເພື່ອການພັດທະນາຕາມຍຸດທະສາດການຮ່ວມມື, ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຍຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ. ພ້ອມກັນນີ້, ທ່ານ ປະທານປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ພະບໍລົມວົງສານຸວົງ ທຸກພະອົງ ແລະ ເຊື້ອເຊີນເດີນທາງມາຢ້ຽມ ສປປ ລາວ ໃນໂອກາດທີ່ທຸກພະອົງມີຄວາມສະດວກ. ນອກຈາກນີ້, ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈ ທ່ານ ສຸຣະກຽດ ສະຖຽນໄທ ໃນນາມເປັນຮອງປະທານທີ່ປຶກສາ ແລະ ປະທານກໍາມະການບໍລິຫານຂອງມູນນິທິອາສາເພື່ອນເພິ່ງພາຍາມຍາກ, ສະພາກາຊາດໄທ ໃນການຈັດຕັັ້ງປະຕິບັດໂຄງການຕິດຕັ້ງສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດ ຈຳນວນ 11 ສະຖານີ ຢູ່ແຂວງຕ່າງໆ ຂອງລາວ ຊຶ່ງເປັນເຄື່ອງມືໜຶ່ງທີ່ສໍາຄັນໃນການເຝົ້າລະວັງລະດັບນໍ້າ ແລະ ຕິດຕາມສະພາບອາກາດ ເປັນຂໍ້ມູນນໍາໃຊ້ເຂົ້າໃນການແຈ້ງເຕືອນປະຊາຊົນ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ກໍຄືໄພທຳມະຊາດຕ່າງໆ ທີ່ອາດຈະເກີດຂຶ້ນ ແລະ ຫວັງວ່າ: ການຮ່ວມມືດັ່ງກ່າວ ຈະສືບຕໍ່ເພີ່ມທະວີໃຫ້ຫຼາຍຂຶ້ນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ.

ທ່ານ ສຸຣະກຽດ ສະຖຽນໄທ ກໍໄດ້ສະແດງຄວາມຂອບໃຈທີ່ໄດ້ຮັບກຽດຢ່າງສູງຕໍ່ການຕ້ອນຮັບ ແລະ ໄດ້ຢືນຢັນວ່າ: ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ຕາມພາລະບົດບາດຂອງຕົນ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com