Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບ້ານນໍ້າຈ້າງ ເປັນໝູ່ບ້ານຂອງຊົນເຜົ່າ ແລນແຕນ ............................

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 20/03/2023 21:49:52 ຈຳ​ນວນ​​ຢ້ຽມ​ຊົມ 4087 ຄັ້ງ

ບ້ານນໍ້າຈ້າງ ຕັ້ງຢູ່ຫ່າງຈາກເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປທາງທິດຕາເວັນອອກ (ຕາມເສັ້ນທາງແຕ່ ແຂວງບໍ່ແກ້ວ ຫາແຂວງຫຼວງນໍ້າທາ) ປະມານ 17 ກິໂລແມັດ. ບ້ານແຫ່ງນີ້ ເປັນໝູ່ບ້ານຂອງຊົນເຜົ່າແລນແຕນ ຫຼື ເຜົ່າຢ້າວມູນ (ຄວາມໝາຍໃນພາສາຈີນແປວ່າ ສີຄາມ) ຊຶ່ງເປັນຊົນເຜົ່າທີ່ມີຊື່ສຽງ ໃນວົງກວ້າງ ຍ້ອນຮູບແບບການດໍາລົງຊີວິດທີ່ໂດດເດັ່ນ, ເປັນເອກະລັກ ແລະ ຍັງຄົງຮັກສາປະເພນີແບບດັ່ງເດີມໄວ້ຫຼາຍກວ່າຊົນເຜົ່າອື່ນໆ. ຊົນເຜົ່າແລນແຕນມີການນຸ່ງຖືແບບລຽບງ່າຍ, ແມ່ຍິງນຸ່ງໂສ້ງຂາ 3 ສ່ວນ ແລະ ນຸ່ງເສື້ອຄຸມແຂນຍາວ ເຮັດດ້ວຍຜ້າຝ້າຍ, ຍ້ອມດ້ວຍສີດໍາ ຫຼື ສີຄາມ, ສ່ວນຜູ້ຊາຍກໍນຸ່ງໂສ້ງຂາຍາວສີຄາມ ແລະ ເສື້ອແຂນຍາວສີດ່ານ ຊຶ່ງເປັນຊຸດປະຈໍາຊົນເຜົ່າດັ່ງກ່າວ. ນອກຈາກນັ້ນ ຊົນເຜົ່າແລນແຕນ ຍັງຄົງສືບທອດການຜະລິດເຈ້ຍດ້ວຍໜໍ່ໄມ້ ເພື່ອໃຊ້ເຂົ້າໃນພິທີກໍາຕ່າງໆອີກດ້ວຍ. ສິ່ງທີ່ໜ້າສົນໃຈ ອີກຢ່າງໜຶ່ງຢູ່ໃນບ້ານນາຈ້າງ ນີ້ກໍຄືໃນໄລຍະຕົ້ນຂອງທຸກໆປີ ເຜົ່າແລນແຕນຈະມີການຈັດງານບຸນປະຈໍາປີທີ່ສໍາຄັນຄ້າຍຄືກັບຊາວຈີນນັ້ນກໍຄືບຸນກິນຈຽງ. ບັນດາທ່ານທີ່ຕ້ອງການສຶກສາຮຽນຮູ້ກ່ຽວກັບວັດທະນະທໍາ ຫຼື ວິຖີຊີວິດຂອງຊົນເຜົ່າແລນແຕນແມ່ນສາມາດໄປຢ້ຽມຢາມບ້ານນ້ຳຈ້າງໄດ້ຕະຫຼອດເວລາ, ທ່ານຈະຖືກຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ເປັນມິດຈາກຊົນເຜົ່າດັ່ງກ່າວຢ່າງແນ່ນອນ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com