Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສຳເລັດງານວາງສະແດງຊາລາວ ສູ່ສາກົນ ...........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 20/03/2023 22:04:07 ຈຳ​ນວນ​​ຢ້ຽມ​ຊົມ 4742 ຄັ້ງ

ໃນອາທິດຜ່ານມານີ້ ທີ່ເຮືອນຈັນມໍລະດົກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານວາງສະແດງຊາລາວ ສູ່ ສາກົນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກສູນກາງ, ແຂວງ ແລະ ຜູ້ປະກອບການທຸລະກິດກ່ຽວກັບການປຸງແຕ່ງຊາເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຫັນປ່ຽນນະໂຍບາຍ, ຍຸດທະສາດ ແລະ ແຜນງານທີ່ຕິດພັນກັບກະສິກຳ ໄປສູ່ການສົ່ງອອກ ແລະ ທົດແທນການນໍາເຂົ້າ ເພື່ອເຮັດໃຫ້ປະເທດລາວ ກ້າວໄປສູ່ເສັ້ນທາງພັດທະນາເສດຖະກິດ ດ້ວຍເງິນຕາຈາກຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຊຶ່ງຊາ ແມ່ນໜຶ່ງໃນບັນດາສິນຄ້າກະສິກໍາທີ່ສໍາຄັນຂອງ ສປປ ລາວ ທີ່ໄດ້ຮັບການຄ້າຂາຍ-ຈຳໜ່າຍທັງພາຍໃນ ແລະ ສົ່ງອອກ ຊຶ່ງໄດ້ນຳລາຍໄດ້ທີ່ສຳຄັນໃຫ້ແກ່ຄອບຄົວຊາວກະສິກອນ ໃນຊົນນະບົດທາງພາກເໜືອ ແລະ ເຂດພາກໃຕ້ (ເຂດປາກຊ່ອງ) ກໍຄື ນຳລາຍໄດ້ເຂົ້າສູ່ປະເທດ. ໃນປີ 2021, ເນື້ອທີ່ການປູກຊາ ທົ່ວປະເທດມີປະມານ 7.720 ເຮັກຕາ, ໃນນັ້ນ, ພື້ນທີ່ສ່ວນໜຶ່ງ ຂອງເນື້ອທີ່ປູກຊາທັງໝົດແມ່ນເປັນປະເພດຊາທຳມະຊາດ (ຊາປ່າ ຫຼື ຊາບູຮານ), ພື້ນທີ່ການຜະລິດຊາຂອງລາວ ສ່ວນຫຼາຍ 95% ແມ່ນນອນຢູ່ໃນເຂດພາກເໜືອ ບ່ອນທີ່ມີຄວາມສູງ, ມີເງື່ອນໄຂ ເໝາະສົມແກ່ການຜະລິດ ແລະ ສ່ວນໜຶ່ງກໍມີການປູກຢູ່ເຂດພາກໃຕ້ ເຂດເມືອງປາກຊ່ອງ, ພູພຽງບໍລະເວນ. ຜູ້ຜະລິດຊາເກືອບທັງໝົດ ກໍແມ່ນຊາວກະສິກອນຂະໜາດນ້ອຍ ຂະໜາດຄອບຄົວ. ສຳລັບຜົນຜະລິດ ໃນປີ 2019-2022 ຜ່ານມາ ຜົນຜະລິດໃບຊາແຫ້ງມີປະມານ 19.000 ໂຕນ ສ່ວນໃຫຍ່ແມ່ນປຸງແຕ່ງແລ້ວສົ່ງອອກ ປະມານ 1 ລ້ານ 5 ແສນໂດລາ, ສ່ວນໃຫຍ່ແມ່ນຂາຍສົ່ງອອກໄປປະເທດ ຈີນ, ໄທ ແລະ ສ່ວນໜຶ່ງສົ່ງອອກໄປປະເທດ ເຢຍລະມັນ ແລະ ຝຣັ່ງ, ເປັນການສົ່ງເສີມ ແລະ ໂຄສະນາ ຊາລາວ ໃຫ້ເປັນທີ່ຍອມຮັບ ແລະ ຮູ້ຈັກແຜ່ຫຼາຍເປັນວົງກວ້າງໃນສັງຄົມ, ພ້ອມທັງເປັນການເປີດໂອກາດໃຫ້ ຫົວໜ່ວຍທຸລະກິດຊາລາວທົ່ວປະເທດ ໄດ້ເຂົ້າຮ່ວມນໍາສະເໜີສິນຄ້າຊາຂອງຕົນເອງ ແລະ ໄດ້ເຂົ້າຮ່ວມເວທີປະກວດຊາລາວ ເພື່ອຄັດເລືອກຜະລິດຕະພັນຊາລາວ ທີ່ມີຄຸນນະພາບ-ໂດດເດັ່ນ ໄດ້ໄປເຂົ້າຮ່ວມໃນງານວາງສະແດງທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ. ສໍາລັບການຈັດງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World) ຊຶ່ງເປັນຄັ້ງທໍາອິດໃນລະຫວ່າງ 17-19 ມີນານີ້ ໂດຍໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຜູ້ປະກອບການຜະລິດຕະພັນຊາລາວ ໃນທົ່ວປະເທດ ທີ່ມີທ່າແຮງເຂົ້າຮ່ວມງານ ລວມທັງໝົດ 42 ຫ້ອງ, ໃນນັ້ນ, ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າຮ່ວມວາງສະແດງ ຈຳນວນທັງ ໝົດ 16 ຫ້ອງ ຈາກແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຈຳປາສັກ ແລະ ຫຼວງພະບາງ. ນອກນີ້, ໄດ້ມີຫົວໜ່ວຍທຸລະກິດ ທີ່ມີທ່າແຮງພາຍໃນແຂວງຫຼວງພະບາງເຂົ້າຮ່ວມ ຈຳນວນ 25 ຫ້ອງ ຊຶ່ງນອກຈາກຜະລິດຕະພັນຊາ ທີ່ເປັນໝາກຫົວໃຈຂອງງານແລ້ວ, ແມ່ນມີສິນຄ້າຫັດຖະກຳ ທີ່ສາມາດປະຍຸກໃຊ້ໃນການຫຸ້ມຫໍ່ ແລະ ນຳສະເໜີຜະລິດຕະພັນຊາ ແລະ ປະກອບດ້ວຍ ຜະລິດຕະພັນປະເພດ ອາຫານເບົາ ແລະ ເຂົ້າໜົມພື້ນເມືອງ ທີ່ເໝາະສົມໃນການບໍລິໂພກຮ່ວມກັບຜະລິດຕະພັນຊາລາວ ນຳອີກ.

ຂ່າວ-ພາບ: ຫຼວງພະບາງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com