Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 21 ມີນານີ້, ຫ້ອງວ່າສູນກາງພັກ (ຫສພ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ(24/3/1955-24/3/2023)ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ, ໂດຍມີສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍ ການນຳຫສພ, ຕະຫຼອດຮອດ ພະນັກງານ-ລັດຖະກອນ ທົ່ວຫສພ ແລະ ແຂກຖືກເຊີນຈາກ ບັນດາອົງການພັກ ອ້ອມຂ້າງຫສພ ເຂົ້າຮ່ວມ.
ໃນພິທີ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ກ່າວຫວນຄືນ ປະຫວັດມູນເຊື້ອ ແລະ ຜົນສຳເລັດ ຂອງຫສພ ຕະຫຼອດໄລຍະ 68 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ວິລະກຳອັນລ້ຳເລີດ, ຜົນສຳເລັດອັນໃຫຍ່ຫຼວງ ແລະ ບົດຮຽນອັນອຸດົມສົມບູນ,ລະອິດລະອ້ຽວເຕັມໄປດ້ວຍສິ່ງທ້າທາຍທົດສອບນາໆປະການໃນແຕ່ລະໄລຍະຂອງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຫສພ ກໍຄືການປະຕິບັດໜ້າທີ່ ທີ່ຕິດພັນກັບວຽກງານການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ,ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກໄດ້ຍົກເອົາມູນເຊື້ອທາດແທ້ປະຕິວັດ, ບົດຮຽນຂອງຫ້ອງວ່າການສູນກາງພັກຈຳນວນໜຶ່ງ ເປັນຕົ້ນບົດບາດຄວາມສຳຄັນ ໃນການເປັນເສນາທິການໃຫ້ກັບສູນກາງພັກ, ໜ້າທີ່ຄວາມຮັບຜິດຊອບ ແລະ ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 68ປີທີ່ຜ່ານມາ;ພ້ອມນັ້ນໄດ້ມີ ພິທີມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນປະຈໍາປີ2022ຊຶ່ງປະເພດ I ມີ 123 ສະຫາຍ; ປະເພດ II ມີ 134 ສະຫາຍ; ປະເພດ III ມີ 16 ສະຫາຍ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້,ສະຫາຍ ບຸນທອງ ຈິດມະນີ ໄດ້ມີບາງຄໍາເຫັນເນັ້ນໜັກ, ໃຫ້ຫ້ອງວ່າການສູນກາງພັກພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ແຂງແຮງກວ່າເກົ່າ; ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳແໜ້ນແນວທາງຂອງພັກ; ລະບຽບກົດໝາຍ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ມີປະສິດທິຜົນ, ກຳນົດພາລະບົດບາດ, ສິດໜ້າທີ່, ຄົ້ນຄວ້າຕຳແໜ່ງງານໃຫ້ຈະແຈ້ງ ແລະ ປະກອບພະນັກງານໃຫ້ແທດເໝາະ, ສ້າງພະນັກງານ ຫສພ ໃຫ້ເປັນມືອາຊີບ, ເປັນຜູ້ຊ່ຽວຊານຊຳນານງານແຕ່ລະດ້ານ; ກໍານົດກົນໄກ, ລະບອບລະບຽບການເຄື່ອນໄຫວວຽກງານ ໃຫ້ມີຄວາມໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ;ໃນນີ້ ຕ້ອງເພີ່ມທະວີການປະສານສົມທົບ ກັບບັນດາອົງການຂອງພັກ ເພື່ອຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ຕິດຕາມ, ຊຸກຍູ້, ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິຕ່າງໆ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ; ເພີ່ມທະວີການນໍາພາຂອງຕົນຕໍ່ທຸກຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ໃນນີ້ ຕ້ອງຫັນໃຫ້ເປັນລະບຽບການ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ລະກົມ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ສູ້ຊົນປະຕິບັດ; ເພີ່ມຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳບັນດາອົງການຈັດຕັ້ງມະຫາຊົນຢູ່ພາຍໃນຫ້ອງວ່າການສູນກາງພັກໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.
(ຂ່າວ: ຫສພ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com