Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຄໍາມ່ວນ ປາຖະກະຖາ ສອງວັນປະຫວັດສາດ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 21/03/2023 21:40:45 ຈຳ​ນວນ​​ຢ້ຽມ​ຊົມ 7078 ຄັ້ງ

ແຂວງຄໍາມ່ວນ ໄດ້ຈັດຕັ້ງປາຖະກະຖາສອງວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 – 22 ມີນາ 2023) ແລະ ວັນສ້າງຕັ້ງນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ (21 ມີນາ 1946-21 ມີນາ 2023) ຄົບຮອບ 77 ປີ ຂຶ້ນໃນວັນທີ 20 ມີນາ ຜ່ານມາ ທີ່ສະໂມສອນຂອງແຂວງ ໂດຍການໃຫ້ກຽດເຜີຍແຜ່ຂອງ ສະຫາຍ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ, ໂດຍການເຂົ້າຮ່ວມຮັບຟັງຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຕາງໜ້າຄະນະ ອພສ ແຂວງ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ອະດີດພະນັກງານອາວຸໂສບໍານານ, ຕາງໜ້າພະແນກການອ້ອມຂ້າງແຂວງ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.

ໃນພິທີ ສະຫາຍ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງພັກ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເພື່ອເຮັດໃຫ້ສະມາຊິກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໄດ້ຄົ້ນຄວ້າເຊື່ອມຊຶມ, ປະຫວັດການກໍາເນີດ, ທາດແທ້ອຸດົມການກໍຄືຜົນງານການນໍາພາຂອງພັກໃນຕະຫຼອດໄລຍະ 68 ປີ ຜ່ານມາ ເພື່ອພ້ອມກັນນໍາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກປະຊາຊົນ ປະຕິວັດລາວເຂົ້າໃນການປະຕິບັດວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ກໍານົດໄວ້.

ສໍາລັບມູນເຊື້ອ 21 ມີນາ 1946 ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດແມ່ນເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກຈາກອິດທິກໍາລັງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ເວົ້າສະເພາະ, ເວົ້າລວມ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ພ້ອມນັ້ນສະຫາຍຍັງໄດ້ຍົກໃຫ້ເຫັນສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ , ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ, ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ການຜັນຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຍົກສູງບົດບາດດ້ານການນໍາພາຂອງພັກເປັນຕົ້ນແມ່ນການສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສັງຄົມນິຍົມພາຍໃຕ້ການນໍາຂອງພັກ. (ຂ່າວ-ພາບ: ແດງສະຫວັດ ແສນພານິດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com