Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງພຽງ ການແຂ່ງຂັນກິລາປະຈຳປີ 2023 ແລະ ຮັບຮອງກົມກອງວັດທະນະທຳ ........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 21/03/2023 21:59:24 ຈຳ​ນວນ​​ຢ້ຽມ​ຊົມ 1731 ຄັ້ງ

ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາປະຈຳປີ 2023 ແລະ ປະກາດຮັບ-ຮອງເອົາກົມ ກອງວັດທະນະທຳ ຂຶ້ນໃນວັນທີ 21 ມີນາ ນີ້ ທີ່ເດີນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ມີບັນດາການນຳຂອງເມືອງ, ມີພາກກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ໄດ້ເລີ່ມຕົ້ນຈາກການແຫ່ຂະບວນຂອງກ້ອນກຳລັງເຍົາວະຊົນ-ຊາວໜຸ່ມ ແລະ ນັກກິລາແຕ່ລະພາກສ່ວນພ້ອມທັງການສະແດງສິລະປະຂອງນັກຮຽນ. ຈາກນັ້ນ, ທ່ານ ບຸນທະວີ ຊົງເຮີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ຜ່ານບົດລາຍງານການກະກຽມການແຂ່ງຂັນກິລາປະຈຳປີ 2023 ແລະ ປະກາດກົມກອງວັດທະນະທຳ. ການແຂ່ງຂັນກິລາປະຈຳປີຄັ້ງນີ້, ໄດ້ຈັດເປັນ 2 ລະດັບຄື: ກິລາເຍົາວະຊົນຮຸ່ນອາຍຸບໍ່ເກີນ 11 ປີ ແລະ ກິລາມວນຊົນທົ່ວໄປໂດຍກິລາເຍົາວະຊົນປະກອບມີ: ເຕະບານຊາຍ 6 ກຸ່ມໂຮງຮຽນເຂົ້າຮ່ວມ ແລະ ກິລາມວນຊົນ ປະກອບມີ 4 ປະເພດກິລາຄື: ເຕະບານຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຫວາຍຍິງ-ຊາຍ ແລະ ເປຕັງຍິງ-ຊາຍ ພາຍໃຕ້ຄຳຂວັນທີ່ວ່າ: ‘’ກິລາດີ ມີວິໄນ ໃສສະອາດ ຍາດໄດ້ໄຊຊະນະ ໂດຍຕິດພັນກັບການສ້າງກົມກອງວັດທະນະທຳ’’ ໂດຍສະເພາະແມ່ນການສ້າງໂຮງຮຽນມັດທະຍົມສົມບູນ 8 ແຫ່ງເປັນກົມກອງວັດທະນະທຳຄື: ໂຮງຮຽນ ມ.ສ ກີ່ວແຄ່ມ, ໂຮງຮຽນ ມ.ສ ເມືອງພຽງ, ໂຮງຮຽນ ມ.ສ ນາຕານ, ໂຮງຮຽນ ມ.ສ ມິດປະຊາ, ໂຮງຮຽນ ມ.ສ ນາແວນ, ໂຮງຮຽນ ມ.ສ ນາມໍ້, ໂຮງຮຽນ ມ.ສ ອາດໄຊຍະພູມ ແລະ ໂຮງຮຽນ ມ.ສ ໄຊສະຫວາດ.

ໃນໂອກາດນີ້, ທ່ານ ເສີດ ແສງສຸລິນ ໄດ້ກ່າວເປີດການແຂ່ງຂັນກິລາປະຈໍາປີ 2023 ແລະ ປະກາດກົມກອງວັດທະນະທຳຢ່າງເປັນທາງການພ້ອມທັງມອບໃບຢັ້ງຢືນກົມກອງວັດທະນະທຳໃຫ້ກັບໂຮງຮຽນມັດທະຍົມສົມບູນ 8 ແຫ່ງດັ່ງກ່າວ. ຈາກນັ້ນ, ຄະນະປະທານໄດ້ລັ່ນຄ້ອງ 9 ບາດ, ຕັດແຖບຜ້າເພື່ອເປັນສັນຍາລັກໃນການເປີດການແຂ່ງຂັນກິລາປະຈຳປີ 2023 ແລະ ປະກາດຮັບຮອງເອົາໂຮງຮຽນມັດທະຍົມສົມບູນ 8 ແຫ່ງ ເປັນກົມກອງວັດທະນະທຳຢ່າງເປັນທາງການ.

(ຂ່າວ-ພາບ: ວົງສະຫວັນ ສຸທິໂວຫານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com