Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້ ໂອ­ກາດ​ວັນ​ສ້າງ­ຕັ້ງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຄົບ­ຮອບ 68 ປີ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 22/03/2023 14:23:45 ຈຳ​ນວນ​​ຢ້ຽມ​ຊົມ 746 ຄັ້ງ

ເນື່ອງ​ໃນ​ໂອ­ກາດ ວັນ​ສ້າງ­ຕັ້ງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຄົບ­ຮອບ 68 ປີ (22/3/1955-22/3/2023), ການ​ນໍາ​ພັກ​-​ລັດ­ຖະ­ບານ ແຫ່ງ ສປປ ລາວ​ນໍາ​ໂດຍ ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ປະ­ທານ​ປະ­ເທດ ແຫ່ງ ສປປ ລາວ ໄດ້​ເຂົ້າ​ວາງ​ພວງ­ມາ­ລາ​ຢູ່​ອາ​ນຸ​ສາ​ວະ­ລີ​ນັກ­ຮົບ​ນິ­ລະ­ນາມ (ດາວ​ແດງ) ແລະ ວາງ​ກະ­ຕ່າ​ດອກ​ໄມ້​ຢູ່​ໜ້າ​ຮູບ​ປັ້ນ​ຫຼໍ່​ຂອງ ປະ­ທານ ໄກ­ສອນ ພົມ­ວິ­ຫານ ໃນ​ຕອນ​ເຊົ້າ​ວັນ​ທີ 22ມີ­ນາ ນີ້.

ການ​ວາງ​ພວງ­ມາ­ລາ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ເປັນ​ການ­ສະ­ແດງ​ຄວາມ​ເຄົາ­ລົບ​ຮັກ, ຄວາມ​ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ ເຖິງ​ຄຸນ­ງາມ­ຄວາມ­ດີ, ນໍ້າ​ໃຈ​ຕໍ່­ສູ້​ຢ່າງ​ພິ­ລະ​ອາດ​ຫານ ແລະ ບໍ່​ຍອມ​ຈໍາ​ນົນ​ຂອງ​ບັນ​ພະ​ບູ​ລຸ​ດ​ລາວ ກໍ​ຄື​ບັນ­ດາ​ນັກ­ຮົບ​ປະ­ຕິ­ວັດ ທີ່​ໄດ້​ເສຍ­ສະ­ຫຼະ​ຊີ­ວິດ, ເລືອດ​ເນື້ອ ເພື່ອ​ພາ­ລະ­ກິດ​ປະ­ຕິ­ວັດ​ຢ່າງ​ອົງ­ອາດ​ກ້າ­ຫານ ພາຍ​ໃຕ້​ການ​ນຳ​ພາ​-​ຊີ້​ນໍາ ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຈົນ​ສາ­ມາດ​ຍາດ​ໄດ້​ໄຊ­ຊະ­ນະ​ອັນ​ໃຫຍ່​ຫຼວງ ແລະ ປະ­ກາດ​ເອ­ກະ­ລາດ, ສະ­ຖາ­ປະ­ນາ​ເປັນ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ຂຶ້ນ​ຢ່າງ​ສະ­ຫງ່າ​ຜ່າ­ເຜີຍ ໃນ​ວັນ​ທີ 2 ທັນ­ວາ 1975.

ພາຍ­ຫຼັງ​ສຳ­ເລັດ​ການ​ວາງ​ພວງ­ມາ­ລາ, ການ​ນຳ​ພັກ​-​ລັດ ໄດ້​ສືບ­ຕໍ່​ເຂົ້າ​ວາງ​ກະ­ຕ່າ​ດອກ​ໄມ້ ຢູ່​ຕໍ່­ໜ້າ​ຮູບ​ປັ້ນ​ຫຼໍ່​ຂອງ ປະ­ທານ ໄກ­ສອນ ພົມ­ວິ­ຫານ ຜູ້​ນໍາ​ທີ່​ແສນ​ເຄົາ­ລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ຢູ່​ຫໍ​ພິ​ພິ​ທະ​ພັນ ປະ­ທານ ໄກ­ສອນ ພົມ­ວິ­ຫານ ເພື່ອ​ສະ­ແດງ​ຄວາມ​ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ​ຕໍ່ ປະ­ທານ ໄກ­ສອນ ພົມ­ວິ­ຫານ​ທີ່​ໄດ້​ເສຍ­ສະ­ຫຼະ​ເຫື່ອ­ແຮງ, ສຸມ​ສະ­ຕິ­ປັນ­ຍາ ເຂົ້າ​ໃນ​ການ​ນຳ​ພາ​-​ຊີ້​ນໍາ ພາ­ລະ­ກິດ​ປະ­ຕິ­ວັດ ຕໍ່­ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຈັກ­ກະ­ພັດ​ລ່າ​ເມືອງ​ຂຶ້ນ, ສາ­ມາດ​ຍາດ​ໄດ້​ໄຊ­ຊະ­ນະ ແລະ ປະ­ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ.ພາຍ­ຫຼັງ​ສະ​ຖາ​ປາ​ນາ ສປປ ລາວ, ເພິ່ນ​ຍັງ​ເປັນ​ຜູ້​ນໍາ​ທີ່​ມີ​ແນວ​ຄິດ​ລິ​ເລີ່ມ ແລະ ຊອກ​ຫາ​ແນວ­ທາງ​ການ​ປ່ຽນ­ແປງ​ໃໝ່ ຊຶ່ງ​ໄດ້​ນໍາ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາ ສູ່​ປະ­ຊາ­ຊົນ​ລາວ​ບັນ­ດາ​ເຜົ່າ. ຜົນ­ງານ ແລະ ຄຸນ­ງາມ­ຄວາມ­ດີ​ຂອງ​ເພິ່ນ ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ ເພິ່ນ​ໄດ້​ກາຍ­ເປັນ​ຕົວ​ແທນ​ລວມ​ຍອດ​ແຫ່ງ​ຄວາມ​ຮັກ​ຊາດ ແລະ ເປັນ​ສັນ­ຍາ​ລັກ​ແຫ່ງ​ຊາດ​ລາວ​ວິ­ລະ​ຊົນ, ຄົນ​ລາວ​ພິ­ລະ​ອາດ​ຫານ ຊຶ່ງ​ຜົນ­ງານ ແລະ ຄຸນ­ງາມ­ຄວາມ­ດີ​ຂອງ​ເພິ່ນ ໄດ້​ຈາ­ລຶກ​ໃນ​ຄວາມ​ຊົງ​ຈໍາ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ຕະ­ຫຼອດ​ໄປ.

(ຂ່າວ: ສຸກ​ສະ­ຫວັນ, ພາບ: ສໍາ​ນານ)

 

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com