Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 21 ມີນາ ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຜົ້ງສາລີ ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (ວັນທີ 22 ມີນາ 1955 - 22 ມີນາ 2023) ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ແລະ ບັນຍາຍເອກະສານຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ຊຶ່ງມີບາງຕອນທ່ານໄດ້ກ່າວວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນຳໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາລະກິດປະຕິວັດປົດປ່ອຍຊາດ, ລຶບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ ພາຍຫຼັງໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ສືບຕໍ່ນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ພັກປະຊາຊົນ ປະຕິວັດລາວ ຖືເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕຂອງພັກ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫຼັກການຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕຳນິຕິຊົມຊຶ່ງກັນ ແລະ ກັນ ເປັນກົດເກນຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກຳລັງແຮງໃນການນໍາພາຂອງພັກ. ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດພື້ນຖານໃນການເຄື່ອນໄຫວ; ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນ ແຕ່ຫົວທີ ວ່າ: “ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນອັນຜ່ອງໃສ”.
ຈຸດປະສົງຂອງການເຜີຍແຜ່ເຊື່ອມຊຶມມູນເຊື້ອດັ່ງກ່າວນີ້ເພື່ອໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງໄດ້ເຊື່ອມຊຶມ, ຮັບຮູ້-ເຂົ້າໃຈຕໍ່ປະຫວັດການກຳເນີດ, ທາດແທ້, ອຸດົມການ ກໍຄືຜົນງານການນຳພາຂອງພັກ ຕະຫຼອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນໍາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ແຕ່ລະຂະແໜງການ ໂດຍສະເພາະແມ່ນການນໍາພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງງານຫຼັກແຫຼ່ງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້. ທັງເປັນການຍົກສູງຄວາມສາມາດນຳພາ, ລັກສະນະນຳໜ້າຂອງພັກ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫຼອດໄປ; ທັງນຳເອົາເນື້ອໃນຈິດໃຈດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານ ແລະ ຊີວິດຕົວຈິງຂອງແຕ່ລະທ່ານໃຫ້ມີຜົນສຳເລັດ.
ເຂົ້າຮ່ວມຮັບຟັງການເຊື່ອມຊຶມໃນຄັ້ງນີ້ ມີບັນດາທ່ານ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງທົ່ວແຂວງ, ກອງບັນຊາການ ປກຊ - ປກສ, ຫົວໜ້າ-ຮອງຫົວ ໜ້າພະແນກການ, ລັດວິສາຫະກິດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.
(ຂ່າວ-ພາບ: ແສງຄຳ ສາລີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com