Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທະນາຄານພົງສະຫວັນ ສໍາປະທານທີ່ດິນລັດເຂດບ້ານທ່າແຂກເໜືອ ໃຫ້ກາຍເປັນສູນກາງທາງດ້ານເສດຖະກິດ ................

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 22/03/2023 22:02:16 ຈຳ​ນວນ​​ຢ້ຽມ​ຊົມ 3025 ຄັ້ງ

ພິທີເຊັນສັນຍາສໍາປະທານທີ່ດິນລັດຕາງໜ້າອົງການປົກຄອງແຂວງໂດຍແມ່ນພະແນກແຜນການ ແລະ ການລົງທຶນແຂວງ ແລະ ຝ່າຍຜູ້ລົງທຶນໂດຍແມ່ນ ທະນາຄານພົງສະຫວັນ ຈໍາກັດ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ທີ່ໂຮງແຮມຣີເວີເຣຍ ເມືອງທ່າແຂກ ແຂວງຄຳມ່ວນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທັງເປັນປະທານຄະນະກໍາມະການສົ່ງເສີມການລົງທຶນຂັ້ນແຂວງ (ຄລທຂ) , ທ່ານ ສົມບູນ ພົງສະຫວັນ ປະທານຄະນະສາຂາຫຸ້ນໃຫຍ່ກຸ່ມພົງສະຫວັນ ຈໍາກັດ, ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຕາງໜ້າອົງການປົກຄອງເມືອງພ້ອມດ້ວຍບັນດາແຂກທີ່ຖືກເຊີນ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເປັນກຽດລົງນາມໃນສັນຍາດັ່ງກ່າວຕາງໜ້າອົງການປົກຄອງແຂວງໂດຍແມ່ນ ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍທະນາຄານ ພົງສະຫວັນໂດຍແມ່ນທ່ານ ຈັນເພັງ ຫຼວງສຸວັນນະວົງ ຮອງຜູ້ອໍານວຍການທະນາຄານພົງສະຫວັນ. ໃນການເຊັນສັນຍາຄັ້ງນີ້ແມ່ນບົນພື້ນຖານການຕົກລົງເຫັນດີຂອງທັງສອງຝ່າຍເພື່ອສຶກສາຄວາມເປັນໄດ້ຂອງໂຄງການລວມທັງຂະບວນການອອກແບບຂອງໂຄງການເພື່ອພັດທະນາໂຄງການສໍາປະທານດິນຢູ່ເຂດບ້ານທ່າແຂກເໜືອ, ເມືອງທ່າແຂກໃຫ້ໄປຕາມແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະຕົວເມືອງທ່າແຂກເພື່ອປະຕິບັດນະໂຍບາຍໃນການນໍາໃຊ້ທີ່ດິນຂອງລັດໃນເຂດດັ່ງກ່າວໃຫ້ກາຍເປັນສູນກາງທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ກັບສັງຄົມພາຍໃນແຂວງ.

ຜ່ານການລົງສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການເຫັນວ່າໂຄງການມີຄວາມເປັນໄປໄດ້ສູງໃນການສ້າງເຂດດັ່ງກ່າວໃຫ້ເປັນສູນກາງທາງດ້ານເສດຖະກິດ ແລະ ການຄ້າຂອງແຂວງ ຊຶ່ງທະນາຄານພົງສະຫວັນ ໄດ້ນໍາສະເໜີຄວາມເປັນໄດ້ຂອງໂຄງການ ແລະ ຜ່ານແບບໃຫ້ກັບພະແນກການທີ່ກ່ຽວຂ້ອງຂອງແຂວງໃນວັນທີ 21 ກັນຍາ 2022. ຈາກນັ້ນຈຶ່ງມີຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ສະບັບເລກທີ 063/ຄລທຂ, ລົງວັນທີ 31 ຕຸລາ 2022 ໄດ້ອະນຸມັດໃຫ້ທະນາຄານພົງສະຫວັນ ເຊັນສັນຍາສໍາປະທານທີ່ດິນໃນເນື້ອທີ່ 11.177 ຕາແມັດ ໂດຍມີອາຍຸສໍາປະທານ 50 ປີ ເລີ່ມແຕ່ມື້ເຊັນສັນຍາເປັນຕົ້ນໄປ ແລະ ຈະໄດ້ມີການທົບທວນໃນການຕໍ່ສັນຍາອີກຄັ້ງພາຍຫຼັງຄົບອາຍຸສັນຍາ.

ສໍາລັບແຜນພັດທະນາໂຄງການຢູ່ເຂດດັ່ງກ່າວທະນາຄານພົງສະຫວັນ ໄດ້ແບ່ງການພັດທະນາອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນການປັບໜ້າດິນເພື່ອກໍ່ສ້າງອາຄານສາຂາທະນາຄານພົງສະຫວັນ, ຕິດຕັ້ງຢ້າຍ ແລະ ສ້າງບ່ອນຈອດລົດ; ໄລຍະທີ 2 ແມ່ນກໍ່ສ້າງສູນການຄ້າພ້ອມດ້ວຍຫ້ອງປະຊຸມ, ຮ້ານອາຫານ, ຕະຫຼາດກາງຄືນ, ບ່ອນຍ່າງຫຼິ້ນ ແລະ ບ່ອນນັ່ງຫຼິ້ນ; ສ່ວນໄລຍະທີ 3 ຈະກໍ່ສ້າງໂຮງແຮມລະດັບສາມດາວ.

ທະນາຄານພົງສະຫວັນ ໄດ້ຮັບການສ້ງຂຶ້ນໃນວັນທີ 29 ມີນາ 2007 ເປັນທະນາຄານເອກະຊົນແຫ່ງທໍາອິດຂອງ ສປປ ລາວ ໂດຍແມ່ນຄົນລາວເປັນເຈົ້າຂອງ ຊຶ່ງເປົ້າໝາຍຂອງການສ້າງຕັ້ງທະນາຄານພົງສະຫວັນ ແມ່ນເພື່ອປະກອບສ່ວນທາງດ້ານທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ ແລະ ສ້າງໃຫ້ມີລະບົບການບໍລິການທາງດ້ານການເງິນ, ການທະນາຄານທີ່ມີຄວາມຫຼາກຫຼາຍເຮັດໃຫ້ຄົນລາວໄດ້ຮັບຜົນປະໂຫຍດສູງສຸດຈາກການບໍລິການດັ່ງກ່າວ. ປັດຈຸບັນລະບົບທະນາຄານໄດ້ຮັບການພັດທະນາຢ່າງຮອບດ້ານ, ເຂັ້ມແຂງ ແລະ ໜັກແໜ້ນເປັນຕົ້ນດ້ານບຸກຄະລາກອນ, ເຕັກໂນໂລຊີ, ມີຫຼາຍຜະລິດຕະພັນ ແລະ ເຄື່ອງມືໃຫ້ເລືອກໃຊ້ບໍລິການເຊັ່ນ : ເງິນກູ້, ເງິນຝາກ, ດອກເບ້ຍ, ບໍລິຫານທຶນ, ອັດຕາແລກປ່ຽນ, ຕູ້ ATM, ບັດ MASTER CARD ແລະ ອື່ນໆ. ທະນາຄານພົງສະຫວັນມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ, ປະກອບມີ 4 ສາຂາ, 46 ໜ່ວຍບໍລິການ, ຕູ້ ATM ຈໍານວນ 100 ກວ່າເຄື່ອງ ແລະ ມີພະນັກງານທັງໝົດ 800 ກວ່າຄົນທົ່ວລະບົບ. ນອກຈາກນັ້ນຍັງມີການບໍລິການຜະລິດຕະພັນທາງດ້ານການເງິນຜ່ານຊ່ອງທາງມືຖືເພື່ອອໍານວຍຄວາມສະດວກໃຫ້ລູກຄ້າໃນການເຮັດທຸລະກໍາທາງດ້ານການເງິນເຊັ່ນ: ການໂອນເງິນ, ການຊໍາລະຄ່າໄຟຟ້າ, ນໍ້າປະປາ, ຕື່ມບັດໂທລະສັບ, ການຂໍສິນເຊື່ອ, ໄລ່ເງິນເດືອນ ແລະ ທຸລະກໍາອື່ນໆໃຫ້ລູກຄ້າໄດ້ເຂົ້າເຖິງການບໍລິການທີ່ສະດວກສະບາຍ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com