Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 21 ມີນາ ນີ້, ກອງພັນໃຫຍ່ 202 ຂຶ້ນກັບກອງພົນທີ 2 ໄດ້ຈັດພິທີປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 77 ປີ (21/3/1946-21/3/2023), ໂດຍການເປັນປະທານຂອງ ສະຫາຍ ພັທ ອູ່ທອງ ມະໂນລາດ ຄະນະພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202, ມີຄະນະພັກ,ຄະນະບັນຊາຈາກພະແນກການ, ກົມກອງ ພ້ອມດ້ວຍພະນັກງານເຂົ້າຮ່ວມຮັບຟັງ.
ໃນພິທີ, ໄດ້ທົບທວນຫວນຄືນປະຫວັດສາດຄວາມເປັນມາ, ມູນເຊື້ອຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວໃນໄລຍະຜ່ານມາ ຊຶ່ງມູນເຊື້ອການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ, ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳ-ນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດເຕັມໄປດ້ວຍຄວາມເສຍສະຫຼະກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນໃນປີ 1975 ແລະ ສ້າງສາພັດທະນາຢ່າງມີໝາກຜົນເປັນແຕ່ລະໄລຍະ, ນັບແຕ່ການຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດ 68 ປີຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາກອງທັບເຮົາດ້ວຍຄວາມເດັດດ່ຽວ, ສະຫຼຽວສະຫຼາດສ່ອງໃສ, ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເປັນກ້າວໆມາ. ຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງທີ່ເຂົ້າມາຮຸກຮານລາວໂດຍສະເພາະແມ່ນຕົວເມືອງທ່າແຂກຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ.
ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນກົມກອງໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ທາດແທ້ມູນເຊື້ອອັນດີງາມ ແລະ ວິລະກຳອັນລ້ຳເລີດຂອງພັກ ເພື່ອພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ ແລະ ນຳໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສຳເລັດຜົນເປັນຢ່າງດີ.
(ຂ່າວ-ພາບ: ຮ້ອຍຕີ ຄຳຊາຍ ກ່ວາງຄຸນສີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com