Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດວັນສ້າງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (ວັນທີ 22 ມີນາ 1955-22 ມີນາ 2023) ໄດ້ໝູນວຽນມາອີກວາລະໜຶ່ງ ສະຫາຍ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ສະຖາບັນການເມືອງການປົກຄອງແຫ່ງຊາດ (ສມປຊ) ໄດ້ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກປື້ມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ, ຊຶ່ງກ່ອນໜ້ານີ້ 68 ປີ ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ຍັງຕົກຢູ່ພາຍໃຕ້ລະບອບລ່າເມືອງຂຶ້ນ ແລະ ລະບອບສັກດິນາທີ່ຫຼ້າສະໄໝ ເຮັດໃຫ້ປະເທດຊາດຂອງພວກເຮົາຕົກຢູ່ພາຍໃຕ້ການບົງການທາງການເມືອງຈາກພາຍນອກ, ຂາດຄວາມເປັນເອກະລາດ ທີ່ຄົນພາຍໃນຊາດຕ້ອງກໍານົດຊາຕາກໍາຂອງຊາດຕົນ ເຮັດໃຫ້ປະຊາຊົນລາວ ບັນດາເຜົ່າຂາດຄວາມເປັນເຈົ້າຂອງປະເທດຊາດ.
ຕໍ່ກັບສະພາບການທີ່ບ້ານເມືອງກໍາລັງຕົກຢູ່ໃນຄວາມມືດມົນຢູ່ນັ້ນ, ໂດຍໄດ້ຮັບແສງສະຫວ່າງຈາກລັດທິມາກ-ເລນິນ ທີ່ປະທານໂຮ່ຈິມິນ ໄດ້ນໍາເຂົ້າມາ, ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສືບທອດພາລະກິດຈາກພັກກອມມູນິດອິນດູຈີນ ຊຶ່ງແມ່ນພັກການເມືອງທີ່ກ້າວໜ້າແຫ່ງຍຸກສະໄໝຂອງຊົນຊັ້ນກໍາມະກອນ, ເປັນພັກການເມືອງທີ່ປະກອບສ້າງສະຕິປັນຍາ ແລະ ແສງສະຫວ່າງທາງຈິດວິນຍານໃຫ້ກັບຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວທາງການເມືອງ.
ນັບແຕ່ມື້ພັກໄດ້ຮັບການສ້າງຕັ້ງຂຶ້ນມາ ພັກເຮົາໄດ້ນໍາເອົາຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ແລະ ກົດເກນວິທະຍາສາດແຫ່ງຍຸກສະໄໝ ມາບູລະນະເປັນແນວທາງການເມືອງຂອງພັກ, ເມື່ອພັກເຮົາໄດ້ມີແນວທາງການເມືອງອັນຖືກຕ້ອງ ສອດຄ່ອງກັບຄວາມມຸ່ງມາດປາຖະນາ ແລະ ແນວຄິດຈິດໃຈຂອງປະຊາຊົນລາວບັນດາເຜົ່າຄືແນວນີ້ແລ້ວ ພັກເຮົາໄດ້ເຕີບໃຫຍ່, ຂະຫຍາຍຕົວ ແລະ ເຂັ້ມແຂງ ຈົນສາມາດນໍາພາປວງຊົນລາວປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ຊຶ່ງໄດ້ນໍາເອົາຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງມາສູ່ປະຊາຊົນລາວບັນດາເຜົ່າ.
ເມື່ອປົດປ່ອຍປະເທດຊາດສໍາເລັດແລ້ວ ພັກເຮົາໃນຖານະພັກກໍາອໍານາດໃນລະບອບປະຊາທິປະໄຕປະຊາຊົນ ໄດ້ນໍາພາປະຊາຊົນລາວບັນດາເຜົ່າປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງພັກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບ ຫຼາຍອັນພັນແນວ ເປັນຕົ້ນແມ່ນກໍາລັງການຜະລິດຫຼ້າຫຼັງ, ປະຖົມປະຖານ ພື້ນຖານການຜະລິດຍັງອ່ອນນ້ອຍ ບວກກັບພວກອິດທິກໍາລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ, ພັກເຮົາໄດ້ມີໄຫວພິບການນໍາພາ ໂດຍໄດ້ນໍາພາປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ເປີດກວ້າງການຮ່ວມມືກັບທຸກປະເທດໃນພາກພື້ນ ແລະ ໃນໂລກ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ: ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືແບບສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງມີປະໂຫຍດ. ຕະຫຼອດໄລຍະ 68 ປີ ທີ່ຜ່ານມາພັກເຮົາ ໄດ້ນໍາເອົາຄວາມເປັນເອກະລາດມາສູ່ປະເທດຊາດ, ສ້າງໃຫ້ປະເທດຊາດເຮົາມີຄວາມສະຫງົບ, ປະຊາຊົນຍູ່ຖ່າງທຳມາຫາກິນ ແລະ ສ້າງສາບ້ານຊ່ອງຂອງຕົນ, ຖານະບົດບາດຂອງປະເທດເຮົາໄດ້ຮັບການຍອມຮັບ, ຍົກສູງໃນເວທີສາກົນ ແລະ ມີເພື່ອນມິດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ອັນນັ້ນ, ມັນໄດ້ສ້າງຄວາມເອກອ້າງທະນົງໃຈໃຫ້ພວກເຮົາທີ່ມີພັກນໍາພາເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ກາຍເປັນກໍາລັງແຮງສັງລວມຂອງຊາດ.
ໃນປັດຈຸບັນ, ສະພາບການໃນພາກພື້ນ ແລະ ໃນໂລກກໍາລັງປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍສິ່ງ ຫຼາຍຢ່າງ ເປັນຕົ້ນແມ່ນບັນຫາທາງດ້ານເສດຖະກິດ, ພະຍາດລະບາດ, ຄວາມຂັດແຍ່ງທາງດ້ານການເມືອງໃນໂລກ ແລະ ພາກພື້ນ, ການຂົ່ມຂູ່ທາງດ້ານການທະຫານ ແລະ ມີການປະທະກັນໃນບາງຂົງເຂດໃນໂລກ, ແຕ່ປະເທດຊາດຂອງພວກເຮົາຍັງມີສະຫງົບ, ການພົວພັນຮ່ວມມືໃນພາກພື້ນ ແລະ ໃນໂລກເປັນປົກກະຕິ, ການໄປມາຫາສູ່ ແລະ ຄ້າຂາຍກັບປະເທດອ້ອມຂ້າງທີ່ຊາຍແດນຕິດຈອດກັບປະເທດເຮົານັບມື້ນັບຍິ່ງຂະຫຍາຍຕົວຂຶ້ນ.
ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງບັງເອີນ, ບໍ່ແມ່ນສິ່ງທີ່ເກີດຂຶ້ນຕາມທໍາມະຊາດ ແຕ່ຫາກເກີດຂຶ້ນຍ້ອນມີການນໍາພາທີ່ດີ ບໍລິຫານຈັດການທີ່ດີ ມີຄວາມສະຫຼາດສ່ອງໃສ, ມີໄຫວພິບໃນການນໍາພາ, ພັກເຮົາເດັດຂາດບໍ່ນໍາພາປະເທດຊາດ ແລະ ປະຊາຊົນ ເຂົ້າສູ່ພາວະທີ່ສ່ຽງໄພ ສິ່ງເຫຼົ່ານີ້, ເຮັດໃຫ້ປະຊາຊົນປື້ມປິຕິ ແລະ ຕື້ນຕັນໃຈຕໍ່ພັກທີ່ເຮັດພາລະບົດບາດຂອງຕົນໃນການນໍາພາປະເທດຊາດ ແລະ ປະຊາຊົນເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ຂ້າພະເຈົ້າ ຂໍອວຍພອນໃຫ້ພັກເຮົາຈົ່ງເຕີບໃຫຍ່ເຂັ້ມແຂງ ແບກຫາບພາລະໜ້າທີ່ອັນໜັກໜ່ວງໃຫ້ບັນລຸຜົນ, ຂໍອວຍພອນການນໍາພັກ-ລັດ ຈົ່ງມີພະລານາໄມທີ່ສົມບູນ, ສືບຕໍ່ນໍາພາປະຕິບັດແນວທາງຂອງພັກໃຫ້ບັນລຸຜົນສໍາເລັດຍິ່ງໆຂຶ້ນ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com