Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສູນຜີວໜັງ ໄດ້ຮັບການພັດທະນາເປັນກ້າວໆໃນແຕ່ລະໄລຍະ ............

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 22/03/2023 22:44:56 ຈຳ​ນວນ​​ຢ້ຽມ​ຊົມ 540 ຄັ້ງ

ສະຫາຍ ບຸດດາ ບຸນມີວິເສດ ຮອງເລຂາພັກ ຮອງຫົວໜ້າສູນຜີວໜັງ ກະຊວງສາທາລະນະສຸກ ຕັ້ງຢູ່ບ້ານບຶງຂະຫຍອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ແລະ ຂະບວນການແຂ່ງຂັນຮັກຊາດ-ພັດທະນາຮອດປີ 2025 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ມີໂອກາດສະແດງຄວາມຮູ້ສຶກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ໝູນວຽນມາ ຄົບຮອບ 68 ປີ (22/3/1955-22/3/2023) ຊຶ່ງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເປັນວັນແຫ່ງຄວາມເອກອ້າງທະນົງໃຈ, ຂອງປະຊາຊົນບັນດາເຜົ່າ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາພັກໄດ້ເປັນແກນຫຼັກໃນການນໍາພາໃນທຸກຂົງເຂດວຽກງານໂດຍມີເປົ້າໝາຍເພື່ອຄວາມຢູ່ເຢັນເປັນສຸກຂອງປວງຊົນລາວທັງຊາດ, ພັກຄືອົງການຈັດຕັ້ງແຫ່ງແສງສະຫວ່າງເຍືອງທາງໃນການຂັບເຄື່ອນນະໂຍບາຍທີ່ເປັນຜົນປະໂຫຍດຕໍ່ປະຊາຊົນ, ເພື່ອປະຊາຊົນ ຢ່າງແທ້ຈິງ ຊຶ່ງຍາມໃດພັກກໍໄດ້ໃກ້ຊິດ-ຕິດແທດ ແລະ ຮ່ວມຊີວິດຄວາມສຸກ-ທຸກຂອງປະຊາຊົນ, ນໍາພາປະຊາຊົນສູ້ຊົນເດີນຕາມເສັ້ນທາງແຫ່ງການພັດທະນາມຸ່ງໜ້າໄປສູ່ຄວາມຈະເລີນ, ສີວິໄລ ແນໃສ່ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

ຕະຫຼອດໄລຍະ 68 ປີ ພາຍໃຕ້ການຊີ້ນໍາ ນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຊີ້ໃຫ້ເຫັນວ່າ ປະເທດຊາດໄດ້ຮັບການສ້າງສາພັດທະນາເປັນກ້າວໆ ໂດຍໄປຕາມທິດທາງແຜນການຂອງພັກໃນແຕ່ລະຍຸກສະໄໝ ຊຶ່ງເມື່ອກ່ອນແມ່ນສະໄໝຕໍ່ສູ້ກູ້ຊາດ ໃນໄລຍະນັ້ນປະເທດລາວເຮົາແມ່ນຢູ່ພາຍໃຕ້ການປົກຄອງຂອງລະບອບສັກດີນາ ລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຕົກເປັນທາດ, ຂາດສິດເສລີພາບ, ຂາດການສຶກສາຮໍ່າຮຽນ, ຖືກກົດຂີ່ຂົ່ມເຫັງ, ປະເທດຊາດຖືກປຸ້ນສະດົມ, ແຕ່ຍ້ອນມີພັກເປັນແກນນໍາຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນຕາມອຸດົມການສັງຄົມນິຍົມໃນວັນທີ 2 ທັນວາ ປີ 1975 ກ້າວເຂົ້າສູ່ສັງກາດໃໝ່ ເຮັດໃຫ້ປະຊາຊົນລາວເຮົາເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ພັກເຮົາໄດ້ສືບຕໍ່ຊີ້ນໍາ-ນໍາພາ ຊຶ່ງສະໄໝນີ້ເອີ້ນວ່າ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ສັງຄົມນິຍົມ.

ສະຫາຍໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັນນັ້ນ ຂະແໜງສາທາລະນະສຸກກໍໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆໄປຕາມແຕ່ລະໄລຍະ ຕາມເນື້ອໃນຈິດໃຈມະຕິຂອງພັກໃນແຕ່ລະຄັ້ງ ມາຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ ຄະນະນໍາ ແຕ່ລະຂັ້ນ, ເຮັດໃຫ້ວຽກງານດໍາເນີນໄປຕາມແຜນ ແລະ ຄາດໝາຍທີ່ວາງໄວ້ມີຜົນສໍາເລັດເປັນຕົ້ນແມ່ນວຽກງານປິ່ນປົວພະຍາດຜີວໜັງ, ກາມະໂຣກ ແລະ ພະຍາດຫຼວງ ໄດ້ມີຕາໜ່າງຢູ່ທົ່ວປະເທດ ນັບຕັ້ງແຕ່ຂັ້ນສູນກາງ ລົງຮອດຂັ້ນໂຮງໝໍນ້ອຍ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ. ໂດຍບໍ່ປະໃຜໄວ້ຂ້າງຫຼັງ ຕາມຄໍາຂວັນຂອງກະຊວງສາທາລະນະສຸກທີ່ວາງອອກ ຊຶ່ງກ່ອນການປົດປ່ອຍ ມີພຽງແຕ່ຢູ່ສູນກາງບ່ອນດຽວ, ປັດຈຸບັນ ໄດ້ສ້າງບຸກຄະລາກອນແພດຜີວໜັງຫຼາຍລະດັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສິດສອນນັກສຶກສາແພດທາງດ້ານທິດສະດີຢູ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ແລະ ພາກປະຕິບັດຕົວຈິງຢູ່ໂຮງໝໍແຕ່ລະສາຂາຮຽນ, ພັດທະນາຫຼັກສູດ, ປຶ້ມຄູ່ມື, ຄົ້ນຄວ້າວິທະຍາສາດ, ພົວພັນຮ່ວມມືກັບສາກົນທາງດ້ານວິຊາການ ຍາດແຍ່ງການຊ່ວຍເຫຼືອ, ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບເຄື່ອງມື ອຸປະກອນການແພດທີ່ທັນສະໄໝ ແລະ ມີຢາຢ່າງພຽງພໍ ເພື່ອຕອບສະໜອງໃຫ້ແກ່ການບົ່ງມະຕິ, ປິ່ນປົວ ແລະ ປ້ອງກັນ ຢ່າງມີປະສິດທິຜົນ ຕາມທິດ 5 ດີ 1 ພໍໃຈ, ໃນນັ້ນໂຄງການຄວບຄຸມພະຍາດຫຼວງ ໃນທົ່ວປະເທດສາມາດ ກໍາຈັດກໍລະນີຕິດເຊື້ອໃໝ່ຫຼຸດລົງໃນອັດຕາສ່ວນນ້ອຍກວ່າ 1 ກໍລະນີ ຕໍ່ປະຊາກອນ 10.000 ຄົນ ຕັ້ງແຕ່ປີ 1998, ປັດຈຸບັນ ແມ່ນເຫຼືອພຽງ 0,01/10,000 ຄົນ ກ້າວໄປສູ່ການລຶບລ້າງຕາມແຜນຂອງອົງການອະນາໄມໂລກໃນປີ 2030, ແລະ ໃນປັດຈຸບັນນີ້ ຍັງຈະສືບຕໍ່ສ້າງຂະບວນການແຂ່ງຂັນຮັກຊາດ-ພັດທະນາແຕ່ນີ້ຮອດປີ 2025 ພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່” ຕາມທິດທາງແຜນການຂອງກະຊວງສາທາລະນະສຸກວາງອອກ.

ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ໝູນວຽນມາຄົບຮອບ 68 ປີນີ້ ຂ້າພະເຈົ້າ ຂໍອວຍພອນໃຫ້ການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປວງຊົນລາວທຸກຊົນເຜົ່າ, ນໍາພາປະເທດຊາດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com