Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງຍຸຕິທຳໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ຂຶ້ນໃນວັນທີ 22 ມີນາ ນີ້ ທີ່ກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ໄພວີ ສີບົວລິພາ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນລາວໃນເມື່ອກ່ອນ ກໍຄືພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ແລະ ບັນດາຜົນງານອັນໃຫຍ່ຫຼວງໃນການຊີ້ນຳ, ນຳພາທີ່ສະຫຼາດສ່ອງໃສຂອງພັກໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນໃນປີ 1975, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ການນຳພາຂອງພັກໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດເປັນເວລາ 40 ກວ່າປີຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ-ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ ຄະນະພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ຫວນຄືນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກຈາກພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານໃນວັນທີ 21 ມີນາ 1946 ຊຶ່ງໄດ້ກາຍເປັນກະແສຟອງປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າພ້ອມກັນລຸກຮືຂຶ້ນຢ່າງເປັນຂະບວນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ.
ການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານເຊື່ອມຊຶມຮັບຮູ້ເຂົ້າໃຈກ່ຽວກັບວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກຕະຫຼອດໄລຍະ 60 ກວ່າປີຜ່ານມາ ແລະ ເຫັນໄດ້ການປະກອບສ່ວນຂອງນັກຮົບປະຕິວັດ ແລະ ປະຊາຊົນລາວໃນການຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຕ່າງຊາດ ເພື່ອຍາດເອົາເອກະລາດແຫ່ງຊາດມາໃຫ້ແກ່ປະຊາຊົນເຮົາ.
ໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ມອບບັດສະມາຊິກພັກສົມບູນ.
ຂ່າວ-ພາບ: ບຸນຕອມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com